4 ວິທີປ້ອງກັນບັນຫາອາການຂີ້ລືມຂອງໜຸ່ມສາວຫ້ອງການ

110

ເຊື່ອເລີຍວ່າບັນດາໜຸ່ມສາວຫ້ອງການຫຼາຍໆຄົນມັກຈະມີບັນຫາທີ່ກ່ຽວຂ້ອງກັບປະສິດທິພາບໃນການເຮັດວຽກຂອງສະໝອງບໍ່ຫຼາຍກໍ່ໜ້ອຍແນ່ນອນ. ໃນບາງເທື່ອເຮົາກໍ່ຢາກຈະໃຫ້ສະໝອງແລ່ນ, ຄິດຫຍັງກໍ່ໄດ້ໄວ ແຕ່ຕິດຢູ່ບ່ອນວ່າມັກຈະມີບັນຫາອາການຂີ້ລືມທັງທີ່ອາຍຸຍັງນ້ອຍຢູ່. ເຊິ່ງບັນຫາເຫຼົ່ານີ້ກຳລັງຈະໝົດໄປເມື່ອຮູ້ວິທີປ້ອງອາການຂີ້ລືມສຳລັບໜຸ່ມສາວຫ້ອງການ ໂດຍມີຄຳແນະນຳດັ່ງນີ້:

1 ການກິນອາຫານເຊົ້າເປັນປະຈຳທຸກມື້: ເນື່ອງຈາກວ່າອາຫານເຊົ້າເປັນຄາບສຳຄັນທີ່ຮ່າງກາຍຈຳເປັນຕ້ອງໄດ້ຮັບ ມື້ໃດທີ່ບໍ່ໄດ້ກິນເຂົ້າເຊົ້າໃຫ້ສັງເກດເບິ່ງໂຕເອງວ່າສະໝອງມັກຈະຄິດຫຍັງບໍ່ອອກ, ສະໝອງແລ່ນຊ້າ ເຮັດໃຫ້ປະສິດທິພາບຂອງການເຮັດວຽກຫຼຸດລົງ ລວມທັງການເຄື່ອນໄຫວຂອງຮ່າງກາຍຈະມີອາການອ່ອນເພຍ, ບໍ່ມີແຮງ ເຊິ່ງເປັນຍ້ອນຮ່າງກາຍບໍ່ໄດ້ຮັບພະລັງງານຈາກອາຫານເຊົ້າທີ່ຄວນຈະໄດ້ຮັບ. ດັ່ງນັ້ນ, ການກິນອາຫານເຊົ້າຈຶ່ງສຳຄັນທີ່ສຸດ ແລະ ກິນອາຫານທີ່ມີຄຸນຄ່າທາງໂພສະນາການ ທີ່ສຳຄັນບໍ່ຄວນອົດເດັດຂາດ. ເຖິງວ່າຈະຢູ່ໃນໄລຍະຄວບຄຸມອາຫານຢູ່ກໍ່ຕາມ ເພາະການອົດອາຫານເຊົ້າເທົ່າກັບທຳລາຍລະບົບເຜົາຜານໃຫ້ເສື່ອມລົງ. ເພາະສະນັ້ນ, ເພື່ອໃຫ້ສະໝອງປອດໂປ່ງ, ຈື່ຈຳສິ່ງຕ່າງໆໄດ້ງ່າຍ ເນາະນຳໃຫ້ກິນເຂົ້າເຊົ້າກ່ອນຈະອອກຈາບ້ານໄປເຮັດວຽກທຸກມື້ ຫຼື ຈະກິນແຊນວິດກັບນ້ຳໝາກກ້ຽງ ເທົ່ານີ້ກໍ່ຈະເຮັດໃຫ້ທ້ອງອີ່ມ ແລະ ມີພາລະກຳລັງໃຫ້ສະໝອງເຮັດວຽກໄດ້ແລ້ວ.

2 ເຄື່ອງດື່ມກະຕຸ້ນພະລັງໃຫ້ສະໝອງ: ໃນເວລາພັກຜ່ອນແທນທີ່ຈະດື່ມນ້ຳຫວານ, ນ້ຳອັດລົມ ຫຼື ກາເຟທີ່ມີຄາເຟອິນສູງ ແນະນຳໃຫ້ດື່ມນ້ຳເຢັນໆໃຫ້ສົດຊື່ນ ຫຼື ດື່ມນ້ຳທຳມະດາທີ່ປະສົມນ້ຳໝາກນາວແທນກໍ່ໄດ້ ເພາະນ້ຳໝາກນາວຈະຊ່ວຍກະຕຸ້ນໃຫ້ສະມອງ ແລະ ຮ່າງກາຍຕື່ນໂຕ ເຮັດໃຫ້ສະໝອງປອດໂປ່ງ, ຊ່ວຍຫຼຸດຜ່ອນອາການເຫງົານອນໃນຕອນບ່າຍໃຫ້ມີຊີວິດຊີວາຂຶ້ນ ຫຼື ຈະປ່ຽນມາເປັນການດື່ມຊາອຸ່ນໆ ກໍ່ສາມາດໃຫ້ຄຸນປະໂຫຍດຕໍ່ສຸຂະພາບເຊັ່ນກັນ ບໍ່ວ່າຈະເປັນຊາແບບຄໍເລສເຕີຣອລຕ່ຳ ດື່ມແລ້ວນອກຈາກຈະເຮັດໃຫ້ສະໝອງປອດໂປ່ງ ແລະ ຊ່ວຍເຜົາຜານໄຂມັນເຮັດໃຫ້ຫຸ່ນດີນຳອີກ.

3 ຫາຍໃຈເຂົ້າ-ອອກເລິກໆເພື່ອໃຫ້ສະໝອງໄດ້ຮັບອາກາດ: ການນັ່ງເຮັດວຽກຕະຫຼອດທຸກມື້ອາດຈະມີບັນຫາຄວາມຄຽດກັບການເຮັດວຽກທີ່ຈະຕ້ອງຊອກຫາທາງແກ້ບັນຫາຢູ່ຕະຫຼອດ ຈຶ່ງເຮັດໃຫ້ສະໝອງ ແລະ ຈິດໃຈສັບສົນຫຼາຍຂຶ້ນ ເນື່ອງຈາກວ່າຟ້າວເຮັດວຽກຢ້ານບໍ່ແລ້ວ ແລະ ບໍ່ທັນຕາມເປົ້າໝາຍທີ່ກຳນົດ. ແນະນຳວ່າກ່ອນອື່ນໝົດຕ້ອງຕັ້ງສະຕິໃຫ້ດີ ໂດຍການຢຸດເຮັດທຸກຢ່າງແລ້ວນັ່ງຫາຍໃຈເຂົ້າ-ອອກ ເຮັດຊ້ຳໆປະມານ 10 ເທື່ອ ຫຼື ປະມານ 5 ນາທີ ຮັບຮອງວ່າເມື່ອອາກາດເຂົ້າສູ່ຮ່າງກາຍ ແລະ ຖືກສົ່ງໄປລ້ຽງສະໝອງ ເຊິ່ງຈະຊ່ວຍໃຫ້ສະໝອງປອດໂປ່ງ ແລະ ບຳບັດຄວາມກະວົນກະວານພາຍໃນຈິດໃຈໃຫ້ເຢັນຂຶ້ນ. ພຽງເທົ່ານີ້ກໍ່ຈະເຮັດໃຫ້ບັນຫາການເຮັດວຽກເປັນເລື່ອງທີ່ສາມາດຈັດການ ແລະ ແກ້ໄຂໄດ້ໂດຍບໍ່ຕ້ອງຕື່ນເຕັ້ນຈົນເຮັດໃຫ້ກີດຄວາມກະວົນກະວາຍ. ຖ້າວ່າມີສະຕິສິ່ງຕ່າງໆກໍ່ສາມາດເຮັດໃຫ້ສຳເລັດຕາມແຜນທີ່ວາງໄວ້. ເພາະສະນັ້ນ, ຢ່າລືມຫາຍໃຈເຂົ້າ-ອອກເລິກໆຢູ່ເລື່ອຍໆ ເພື່ອສຸຂະພາບທາງກາຍ ແລະ ໃຈທີ່ດີ.

4 ພະຍາຍາມທວນຄືນຄວາມຈື່ຈຳເພື່ອກະຕຸ້ນໃຫ້ສະໝອງຈື່ດີຂຶ້ນ: ໃນການເຮັດວຽກບາງເທື່ອກໍ່ຈະມີວຽກແບບໃໝ່ໆທີ່ຈະເຂົ້າມາໃຫ້ຮຽນຮູ້ ແລະ ທົດລອງເຮັດ ບາງເທື່ອກໍ່ອາດຈະຍາກເພາະຍັງບໍ່ເຄີຍເຮັດມາກ່ອນ ແຕ່ມັນກໍ່ບໍ່ໄດ້ເປັນບັນຫາ ຂໍແຕ່ໃຫ້ພະຍາຍາມທວນຄືນ, ສຶກສາເບິ່ງວຽກນັ້ນໃຫ້ເຂົ້າໃຈ ເມື່ອສະໝອງໄດ້ຮັບຮູ້ເນື້ອໃນກ່ຽວກັບວຽກນັ້ນແລ້ວ ວຽກທີ່ວ່າຍາກຈະຄ່ອຍໆງ່າຍຂຶ້ນ ແລະ ສາມາດຮູ້ຂັ້ນຕອນໃນການເຮັດວຽກໄດ້ຢ່າງຄ່ອງແຄ້ວ. ເມື່ອຮູ້ຈັກຈຸດວ່າຄວນຈະເລີ່ມ ຕົ້ນວາງແຜນ ແລະ ລົງມືເຮັດ. ຖ້າຢ້ານລືມກໍ່ໝັ່ນທວນຄືນ ແລະ ສຶກສາລາຍລະອຽດຂອງວຽກຢູ່ເລື່ອຍໆ ພຽງເທົ່ານີ້ສະໝອງກໍ່ບໍ່ພາດໂອກາດໃນວຽກທີ່ສຳຄັນໄປແນ່ນອນ.

ຮຽບຮຽງ: sanook