ອັດຕະປື ຕັ້ງຈຸດກັ່ນກອງ ເພີ່ມອີກ 3 ຈຸດເຝົ້າລະວັງພະຍາດ ໂຄວິດ-19

134

ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ຢູ່ແຂວງ ອັດຕະປື ຍັງມີຄວາມຈຳເປັນສູງ ຕໍ່ການປະຕິບັດມາດຕະການເຝົ້າລະວັງ ແລະ ກັ່ນກອງການຕິດເຊື້ອ ຕາມການແນະນຳທາງດ້ານການເເພດຢ່າງເຂັ້ມງວດ ໂດຍສະເພາະ ແມ່ນປະຕິບັດຕາມຂໍ້ແນະນຳ ທີ່ກະຊວງສາທາລະນະສຸກ ໄດ້ວາງອອກຢ່າງເຄັ່ງຄັດ ພ້ອມນີ້ ທົ່ວແຂວງ ກໍ່ໄດ້ຕັ້ງຈຸດກັ່ນກອງຄົນເຂົ້າເມືອງເພີ່ມອີກ 3 ຈຸດ ຢູ່ເມືອງ ສາມັກຄີໄຊ ແລະ ເມືອງ ຊານໄຊ ແລະ ສືບຕໍ່ກັ່ນກອງຢ່າງຕໍ່ເນື່ອ ຢູ່ໂຮງໝໍແຂວງ, ໂຮງໝໍ 5 ຕົວເມືອງ, ກວດຄົນເຂົ້າອອກເມືອງ ຢູ່ດ່ານສາກົນພູເກືອ ແລະ ປິດດ່ານປະເພນີພາຍໃນແຂວງ ເປັນທີ່ຮຽບຮ້ອຍແລ້ວ.

ທ່ານ ອິນປັນ ອິນທິລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ຫົວໜ້າກອງເລຂາຄະນະສະເພາະກິດຂັ້ນແຂວງ ຄະນະປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ໄດ້ໃຫ້ສຳພາດວ່າ: ແຂວງ ອັດຕະປື ຍັງສືບຕໍ່ເອົາໃຈໃສ່ ກັ່ນກອງ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເຊິ່ງກໍລະນີສົງໄສ 9 ຄົນນັ້ນ ຫຼັງຈາກໄດ້ສົ່ງຕົວຢ່າງໄປກວດ ເຫັນວ່າ ບໍ່ພົບເຊື້ອແຕ່ຢ່າງໃດ ກໍ່ຕ້ອງໄດ້ສືບຕໍ່ຕິດຕາມໃຫ້ຄົບ 14 ວັນ ກ່ອນຈະໄດ້ປ່ອຍຕົວອອກໄປ, ປັດຈຸບັນ ໄດ້ນຳໃຊ້ການຜົ່ນຢາຂ້າເຊື້ອ ຕາມສະຖານທີ່ ເຂດບ່ອນມີຜູ້ຄົນເຂົ້າອອກຫຼາຍ ເຊັ່ນ: ຫ້ອງວ່າການປົກຄອງແຂວງ, ທະນາຄານ ຫຼື ບາງສຳນັກງານຕ່າງໆ, ຄະນະກຳມະການກ່ຽວຂ້ອງ ໄດ້ມີການປະຊຸມປະເມີນສະຖານະການ ແລະ ວາງແຜນການແກ້ໄຂບັນຫາໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ລົງເຜີຍແຜ່ຂໍມູນຂ່າວສານ ສຸຂະສຶກສາດ້ວຍຫຼາຍຮູບແບບໃນເຂດທີ່ມີຄວາມສ່ຽງ ເປັນຕົ້້ນ ບັນດາໂຮງຈັກ, ໂຮງານ ທີ່ມີຄົນຕ່າງປະເທດ ແລະ ແຮງງານຈຳນວນຫຼາຍ, ກະກຽມສະຖານທີ່ຮັບຮອງຄົນເຈັບເພິ່ມເຕີມໃນກໍລະນີຮີບດ່ວນ, ສຳລັບກຸມສ່ຽງທີ່ເດີນທາງມາຈາກຕ່າງປະເທດ ຍັງໃຫ້ຢູ່ໃນສູນກັກກັນ ຕາມທີ່ທາງຄະນະສະເພາະກິດກຳນົດໄວ້ຢູ່ ແລະ ສືບຕໍ່ກວດເຊັກສຸຂະພາບ 2 ຄັ້ງຕໍ່ວັນ.

ທ່ານ ອິນປັນ ອິນທິລາດ ໃຫ້ຮູ້ຕື່ມອີກວ່າ: ທົ່ວແຂວງ ມີຈຸດກັກກັນທັງໝົດ 6 ຈຸດ ແລະ ເພີ່ມດ່ານກັ່ນກອງເຂົ້າອອກເມືອງອີກ 3 ຈຸດ: ເມືອງ ໄຊເຊດຖາ 3 ຈຸດກັກກັນ ມີຈຳນວນ 87 ຄົນ, ເມືອງ ສະໜາມໄຊ 1 ຈຸດກັກກັນ ມີຈຳນວນ 22 ຄົນ ແລະ ເພິ່ມຈຸດກັ່ນກອງເຂົ້າອອກເມືອງ 2 ຈຸດ ເຊັ່ນ: ຈຸດພອນມະນີ ແລະ ຈຸດເຂດໄຊດອນໂຂງ; ເມືອງ ສາມັກຄີໄຊ ມີ 1 ຈຸດ ກັກກັນ ມີຈວນ 111 ຄົນ ແລະ ເພິ່ມຈຸດກັ່ນກອງເຂົ້າອອກເມືອງ 1 ຈຸດ ເຊັ່ນ: ຈຸດເຂດຫຼັກ 52 (ບ້ານໃຫຍ່ໝື່ນຫົວເມືອງ) ແລະ ເມືອງ ຊານໄຊ 1 ຈຸດ ກັກກັນ ມີຈຳນວນ 13 ຄົນ, ການຈັດຕັ້ງປະຕິບັດຈຳນວນກຸມຄົນດັ່ງກ່າວ ແມ່ນໄດ້ອີງໃສ່ຫຼັກການດ້ານການແພດອົງການອະໄມໂລກ ແລະ ກະຊວງສາທາລະນະສຸກວາງອອກ ແລະ ສືບຕໍ່ກວດເຊັກສຸຂະພາບ 2 ຄັ້ງຕໍ່ວັນ ໃຫ້ຄົບ 14 ວັນ ແລະ ຜົ່ນຢາຂ້າເຊື້ອໃນສະຖານທີ່ຫໍພັກເປັນປົກກະຕິ, ຜູ້ໃດ້ມີອາການສົງໄສແມ່ນໄດ້ສົ່ງຕົວຢ່າງໄປກວດໃນທັນທີ.

ດັ່ງນັ້ນ ຮຽກຮ້ອງມາຍັງທົ່ວສັງຄົມທຸກພາສ່ວນ ຈົ່ງເປັນເຈົ້າການປະຕິບັດ ຕາມຄຳສັ່ງ ນາຍົກ ລັດຖະມົນຕີ ແລະ ຂອງແຂວງ ໃຫ້ເຂັ້ມງວດ ພ້ອມກັນ ກຽມພ້ອມຮອບດ້ານ ເພື່່ອຕອບໂຕ້ ໂລກລະບາດ ພະຍາດ ໂຄວິດ-19 ເປັນຕົ້ນ ນັບຕັ້ງແຕ່ວັນທີ 1-19 ເມສາ ຫ້າມທຸກຄົນອອກຈາກບ້ານເຮືອນ ຍົກເວັ້ນກໍລະນີຈໍາເປັນ, ຫ້າມເດີນທາງໄປທ້ອງຖິ່ນອື່ນ ບັນດາ ຜູ້ປະກອບການຂາຍສິນຄ້າ ອາຫານຕ່າງໆ ຈົ່ງບໍ່ໃຫ້ສວຍໂອກາດຂຶ້ນລາຄາ, ການຊຸມແຊວ ຫ້າມບໍ່ໃຫ້ເກີນ 10 ຄົນ ຫຼື ບໍ່ມີເລີຍ, ຊອກຮູ້ວິທີທາງການປ້ອງກັນຕົນເອງດ້ວຍການປະພຶດຕົວຕາມຫຼັກການປ້ອງກັນໃຫ້ເປັນກິດຈະວັດປະຈຳວັນ, ຖ້າບຸກຄົນມີອາການສົງໄສ ໃຫ້ຕິດຕໍ່ຫາສາຍດ່ວນ 166 ທັນທີ ຫລື 020 55040018 ຊື່ (ທ່ານໝໍ ພູໂຂງ) ເພື່ອຂໍຄໍາແນະນໍາ ສິ່ງສຳຄັນ ຖ້າທ່ານມີອາການໄຂ້ ຫລື ທ່ານຕ້ອງເບິ່ງແຍງ ບຸກຄົນທີ່ມີອາການໄຂ້, ໄອ, ເຈັບຄໍ ຫລື ຫາຍໃຈຍາກ ທ່ານຄວນໃສ່ຜ້າອັັດປາກ-ດັງ ທ່ານຕ້ອງຮັບປະກັນວ່າ ຕົນເອງຮູ້ວິທີການໃສ່ ແລະ ຖິ້ມຜ້າອັດປາກ-ດັງ ຢ່າງຖືກຕ້ອງ ຂໍຄວາມຮ່ວມມື ໃຫ້ລາຍງານ ປະຫວັດການພົວພັນໄປມາຂອງທາງທຸກຄັ້ງ ເວລາໄປພົບແພດໝໍ.

ໂດຍ: ສາຍນ້ຳ