ກະຊວງ ພບ ອອກແຈ້ງການໂຈະການດໍາເນີນງານຊົ່ວຄາວໂຮງງານຂຸດຄົ້ນປຸງແຕ່ງບໍ່ແຮ່ທາດ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ

224

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ແຜ່ລາມອອກຢູ່ໃນປະເທດເຮົາ, ເຮັດໃຫ້ລັດຖະບານຕ້ອງຮັດແໜ້ນມາດຕະການທີ່ມີຢູ່ເຂັ້ມເຂົ້າອີກ ເພື່ອຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ. ເຊິ່ງຫຼ້າສຸດ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການໃຫ້ປິດການດຳເນີນກິດຈະການຊົ່ວຄາວໂຮງງານຂຸດຄົ້ນປຸງແຕ່ງບໍ່ແຮ່ທາດ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກໃນທົ່ວປະເທດ.

ອີງຕາມແຈ້ງການຂອງກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0432/ພບ, ລົງວັນທີ 5ເມສາ 2020 ເລື່ອງປິດການດຳເນີນກິດຈະການໂຮງງານຂຸດຄົ້ນປຸງແຕ່ງບໍ່ແຮ່ທາດ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຊົ່ວຄາວ (ໃນລະຫວ່າງວັນທີ 01-19 ເມສາ 2020) ເພື່ອສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ, ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ແລະ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດ ແລະ ແຜ່ລາມອອກໄປເປັນວົງກ້ວາງຕິດໃສ່ພະນັກງານ, ກໍາມະກອນ ທີ່ຢູ່ໃນໂຮງງານຂອງຕົນ, ໃຫ້ປະຕິບັດຕາມການຊີ້ນໍາ ຂອງລັດຖະບານ ກໍ່ຄື ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຄັ້ງວັນທີ 05 ເມສາ 2020 ໃນເວລາ: 8:30 ໂມງ ຢ່າງ ເຂັ້ມງວດເດັດຂາດ.

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ອອກແຈ້ງການດັ່ງລຸ່ມນີ້:

1 ໃຫ້ປິດການດໍາເນີນກິດຈະການໂຮງງານຊົ່ວຄາວທີ່ມີຄວາມສ່ຽງຕໍ່ການລະບາດຂອງພະຍາດໂດວິດ-19 ໃນລະຫວ່າງວັນ
ທີ 01-19 ເມສາ 2020, ຍົກເວັ້ນໂຮງງານຜະລິດສິນຄ້າ, ບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດພະຍາດ ແລະ ອຸປະກອນການແພດຕາມຄໍາສັ່ງເລກທີ: 06/ນຍ, ລົງວັນທີ 29/03/2020.

ສ່ວນໂຮງງານທີ່ປິດກິດຈະການໃຫ້ປະຕິບັດດັ່ງນີ້: ຄຸ້ມຄອງພະນັກງານ-ກໍາມະກອນຜູ້ທີ່ພັກເຊົາຢູ່ໂຮງງານ ແລະ ປະຕິບັດນະໂຍບາຍກ່ຽວກັບສະຫວັດດີການສັງຄົມໃຫ້ພະນັກງານ-ກໍາມະກອນທັງຫມົດໃນໄລຍະປີດການດໍາເນີນກິດຈະການຊົ່ວຄາວ, ນອກນັ້ນບໍ່ໃຫ້ພະນັກງານ-ກໍາມະກອນທັງຫມົດອອກຈາກທີ່ພັກ ຫຼື ອອກຈາກບ້ານ ຖ້າບໍ່ມີຄວາມຈໍາເປັນ ແລະ ບໍ່ໃຫ້ເດີນທາງໄປທ້ອງຖິ່ນອື່ນ ເຂດທີ່ມີຄວາມສ່ຽງຕໍ່ການລະບາດຂອງເຊື້ອພະຍາດ.

ເຜີຍແຜ່ຄວາມຮູ້, ມີມາດຕະການຄວບຄຸມການລະບາດຂອງພະຍາດ COVID-19 ຕໍ່ພະນັກງານ-ກໍາມະກອນທີ່ຢູ່
ພາຍໃນໂຮງງານຂອງຕົນເອງໃຫ້ມີຄວາມເຂົ້າໃຈໃນການປ້ອງກັນ ແລະ ສະກັດກັ້ນການແຜ່ເຊື້ອພະຍາດຕາມຄໍາແນະນໍາຂອງຫ້ອງການກະຊວງ, ຄໍາແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ, ຖ້າພົບເຫັນຜູ້ທີ່ມີອາການບໍ່ສະບາຍຄ້າຍຄື ເປັນຫວັດ, ໄອ-ຈາມ ຫຼື ມີອຸນຫະພູມຮ່າງກາຍສູງ ຕາມການແນະນໍາຂອງຄະນະສະເພາະກິດໃຫ້ແຍກອອກໄວ້ເຂດສະເພາະ ແລ້ວຕິດຕໍ່ກັບສາຍດ່ວນ 166 ຫຼື 020 54066777 ເພື່ອປະຕິບັດຕາມການແນະນໍາຂອງຄະນະສະເພາະກິດໂດຍທັນທີ.

ໃຫ້ພະນັກງານ-ກໍາມະກອນແຕ່ລະຄົນ ຢູ່ຫ່າງກັນຢ່າງຫນ້ອຍ 2 ແມັດ ພ້ອມກັບໃຫ້ໃສ່ຜ້າອັດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນໍ້າຢາຂ້າເຊື້ອຕາມການແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ. ນອກຈາກນີ້ກໍ່ໃຫ້ພົ່ນຢາຂ້າເຊື້ອໃນຫ້ອງການ, ອາຄານຜະລິດ, ຫ້ອງອາຫານ, ຫໍພັກຄົນງານ ແລະ ສະຖານທີ່ອື່ນໆ ທີ່ມີຄວາມສ່ຽງຕໍ່ການແຜ່ຂະຫຍາຍຂອງເຊື້ອພະຍາດ.

2 ສໍາລັບໂຮງງານທີ່ປິດ ແລະ ໄດ້ຮັບຜົນກະທົບຕໍ່ການປິດໂຮງງານໃຫ້ສັງລວມ ແລະ ລາຍງານຜົນກະທົບຕໍ່ກະຊວງພະລັງ
ງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງ ຕາມລະບຸໄວ້ໃນຂໍ້ທີ 13 ຂອງຄໍາສັ່ງ ເລກທີ: 06/ນຍ, ລົງວັນທີ
29/03/2020.
3 ມອບໃຫ້ບັນດາກົມ, ສະຖາບັນ, ລັດວິສາຫະກິດທີ່ຂື້ນກັບກະຊວງ ພບ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະ
ຄອນຫຼວງ ເຜີຍແຜ່, ແນະນໍາ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້.

4 ໃນການຈັດຕັ້ງປະຕິບັດແຈ້ງການສະບັບນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ເຫັນດີຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເຫນີທີ່
ສ້າງສັນຂອງທຸກພາກສ່ວນໃນສັງຄົມ ເພື່ອພິຈາລະນາ ແລະ ຄົ້ນຄ້ວາມາດຕະການແກ້ໄຂ.
5 ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.