5 ວິທີ ປອດໄພຈາກເຊື້ອໂຄວິດ – 19 ເມື່ອຂຶ້ນລົດໂດຍສານ

194

5 ວິທີ ສໍາລັບການກຽມຕົວເພື່ອໃຊ້ບໍລິການໂດຍສານສາທາລະນະໃຫ້ປອດໄພ, ຫຼຸດ ຄວາມສ່ຽງຕິດໂຄວິດ – 19 ໃນໄລຍະທີ່ມີຄວາມຈໍາເປັນຕ້ອງອອກຈາກເຮືອນ, ບໍ່ວ່າຈະກໍາລັງເດີນທາງກັບບ້ານ ຫຼື ປະຕິບັດພາລະກິດຢູ່.

ຈາກບັນຫາການແຜ່ລະບາດຂອງໂຄວິດ – 19 ທີ່ຍັງຄົງມີຄວາມໜ້າເປັນຫ່ວງ ເຮັດໃຫ້ຫຼາຍໆສະຖານບໍລິການຕ້ອງປະກາດປິດກິດຈະການ ແລະ ງົດການໃຫ້ບໍລິການຊົ່ວຄາວລວມທັງບໍລິການລົດໂດຍສານ ເຊິ່ງມີຜູ້ໂດຍສານຈໍານວນຫຼາຍເດີນທາງກັບບ້ານ ກ່ອນການແຈ້ງປິດໃຫ້ບໍລິການລົດຂົນສົ່ງໂດຍສານຕ່າງໆ ນັບແຕ່ວັນທີ 1 – 19 ເມສາ 2020. ແຕ່ຫຼັງຈາກນັ້ນ, ຍັງບໍ່ແນ່ວ່າສະຖານະການຈະກັບມາສູ່ປົກກະຕິ ຫຼື ບໍ່? ແຕ່ເຊື່ອວ່າຫຼາຍທ່ານຄົງຈະຕ້ອງໄດ້ເດີນທາງກັບມາເພື່ອເຂົ້າສູ່ວຽກງານ; ດັ່ງນັ້ນຂໍແນະນຳ 5 ວິທີ ປະຕິບັດດັ່ງຕໍ່ໄປນີ້ເພື່ອຫຼີກລຽງ ຄວາມສ່ຽງທີ່ຈະຕິດເຊື້ອໂຄ ວິດ – 19 ດັ່ງນີ້:

1 ຕ້ອງໃສ່ຜ້າອັດປາກກ່ອນອອກຈາກເຮືອນຢູ່ສະເໝີ ແລະ ໃສ່ໃຫ້ຖືກວິທີ.

2 ຕ້ອງຖືເຈລ ແລະ ແອລກໍຮໍຕິດຕົວຕະຫຼອດເພື່ອລ້າງມື ອາດຈະເປັນກວດນ້ອຍໆກໍ ໄດ້, ກ່ອນອອກຈາກເຮືອນຄວນຕິດຖົງໄປນໍາໃຫ້ເປັນນິດໄສ, ສີດແອລກໍຮໍໃນຈຸດສ່ຽງກ່ອນສໍາຜັດ ຫຼື ຈັບ ເຊັ່ນ: ລູກບິດປະຕູ, ຕັ່ງນັ່ງ, ຮາວຈັບໃນລົດໂດຍສານ ແລະ ຮາວຂັ້ນໄດ ພ້ອມກັບໝັ່ນລ້າງມືໃນຈຸດທີ່ສາມາດລ້າງໄດ້.

3 ຫຼີກເວັ້ນການນັ່ງ ຫຼື ຢືນຕິດກັບຜູ້ອື່ນ, ຖ້າມີພື້ນທີ່ກໍຄວນໃຫ້ເວັ້ນໄລຍະຫ່າງຢ່າງໜ້ອຍ 1 – 2 ແມັດ, ຖ້າຫາກເລືືອກໄດ້ກໍໃຫ້ເລືອກໃຊ້ລົດໂດຍສານສາທາລະນະລະບົບເປີດ ( ລົດໂດຍສານທີ່ບໍ່ມີເຄື່ອງປັບອາກາດ ) ແລະ ບໍ່ໃຫ້ສໍາຜັດກັບຜູ້ຂັບລົດ ຫຼື ບຸກຄົນອື່ນຖ້າບໍ່ຈໍາເປັນ.

4 ຫຼີກລຽງການໃຊ້ມືສໍາຜັດຕາ, ດັງ ແລະ ປາກ ຫາກຍັງບໍ່ທັນລ້າງມືໃຫ້ສະອາດ.

5 ເມື່ອກັບຮອດເຮືອນໃຫ້ລ້າງມືສະອາດກ່ອນຈຶ່ງໄປອາບນໍ້າ, ຫາກສັງເກດອາການຕົນເອງພົບວ່າມີອາການໄຂ້ຂຶ້ນສູງໃຫ້ຮີບໄປພົບແພດທັນທີ.

ໂດຍ: ພຸດຕີ້, ຂໍ້ມູນ: ກະປຸກຄອມ