ຄຳພອນ ນັກຮຽນເກັ່ງຮອບດ້ານເຜີຍວິທີແບ່ງເວລາຮຽນໜັງສືຢູ່ເຮືອນ ໄລຍະໂຄວິດ – 19 ລະບາດ

107

ປັດຈຸບັນເຊື້ອພະຍາດໂຄວິດ – 19 ໄດ້ແຜ່ລະບາດໄປທົ່ວໂລກລວມທັງ ສປປ ລາວ ເຮົາ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຂະແໜງການຕ່າງໆທັງຂະແໜງການສຶກສາ. ສະນັ້ນ, ກະຊວງສຶກສາທິການ ແລະ ກີລາ ໄດ້ອອກແຈ້ງການໃຫ້ໂຈະການຮຽນ – ການສອນຊົ່ວຄາວ ນັບແຕ່ວັນທີ 19 ມີນາ ຈົນເຖິງ 21 ເມສາ 2020. ພ້ອມນັ້ນ, ທາງກະຊວງສຶກສາໄດ້ແນະນຳໃຫ້ສະຖານການສຶກສາ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນ – ນັກສຶກສາເອົາໃຈໃສ່ທົບທວນບົດຮຽນຢູ່ເຮືອນພ້ອມທັງແນະນຳໃຫ້ທຸກຄົນຕິດຕາມການສອນອອນລາຍຜ່ານໂທລະພາບ ແລະ ສື່ອອນລາຍຕ່າງໆ ເພື່ອເຮັດໃຫ້ການສຶກສາຮ່ຳຮຽນມີຄວາມຕໍ່ເນື່ອງ.

ມື້ນີ້ ນ້ອງ ຄໍາພອນ ເຂັມວິໄລ ອະດີດນັກຮຽນເກັ່ງຮອບດ້ານຂອງໂຮງຮຽນ ມສ ວຽງຈັນ ໄດ້ມາແບ່ງປັນວິທີທົບທວນບົດຮຽນດ້ວຍຕົນເອງຢູ່ເຮືອນ ແລະ ວິທີໃຊ້ເວລາວ່າງໃຫ້ເກີດປະໂຫຍດຕໍ່ຕົນເອງ ແລະ ປະເທດຊາດ.

ທ້າວ ຄຳພອນ ເຂັມວິໄລ ປັດຈຸບັນກຳລັງສຶກສາຢູ່ຄະນະເສດຖະສາດບໍລິຫານທຸລະກິດປີ 1  ມະຫາວິທະຍາໄລແຫ່ງຊາດ ໃຫ້ສຳພາດວ່າ: ໃນໄລຍະປິດໂຮງຮຽນຫຼາຍຄົນໄດ້ກັບມາຢູ່ເຮືອນຂອງຕົນເອງ. ໃນນັ້ນ, ລວມທັງຕົວນ້ອງເອງເຖິງວ່າໂຮງຮຽນຈະພັກແຕ່ການສຶກສາຂອງພວກເຮົາບໍ່ເຄີຍພັກ ເພາະວ່າພວກນ້ອງໄດ້ນຳປຶ້ມຕຳລາຮຽນ, ວຽກບ້ານ ແລະ ບົດລາຍງານມາດຳເນີນການຢູ່ເຮືອນຈົນສຳເລັດ. ນອກຈາກນັ້ນ, ກໍຍັງໄດ້ຊ່ວຍວຽກຄອບຄົວ ແລະ ນ້ອງຍັງໄດ້ຮຽນຜ່ານລະບົບອອນລາຍທີ່ສອນໂດຍອາຈານຈາກມະຫາວິທະຍາໄລແຫ່ງຊາດ, ແຕ່ການຮຽນອອນລາຍເຖິງວ່າບໍ່ສາມາດເກັບກ່ຽວໄດ້ເຕັມເມັດເຕັມໜ່ວຍກໍຕາມ. ດັ່ງນັ້ນ, ນ້ອງຈຶ່ງອາໄສການທົບທວນບົດຮຽນ ແລະ ຄົ້ນຄວ້າດ້ວຍຕົວເອງໃຫ້ຫຼາຍຂຶ້ນ ພ້ອມກັບຖືໂອກາດນີ້ນຳໃຊ້ບົດຮຽນທີ່ຮຽນມາລົງສູ່ຊີວິດຕົວຈິງເໝືອນດັ່ງຄຳເວົ້າຂອງ ອາຣິສໂຕສເຕິນ ທີ່ວ່າ: ” ຈຸດປະສົງຂອງການສຶກສາບໍ່ແມ່ນສຶກສາເພື່ອຮັບຮູ້ແຕ່ພຽງຢ່າງດຽວ ແຕ່ສຶກສາເພື່ອລົງມືທຳ ແລະ ໃຊ້ມັນຕ່າງຫາກ “.


ການສຶກສາຮ່ຳຮຽນບໍ່ວ່າຢູ່ໃນໂຮງຮຽນ ຫຼື ຢູ່ເຮືອນກໍຕາມ ຖ້າຢາກໃຫ້ປະສົບຜົນສຳເລັດຈະຕ້ອງແບ່ງເວລາຈັດຕາຕະລາງໃຫ້ລະອຽດ ເພາະການບໍລິຫານເວລາສິ່ງສຳຄັນສຳລັບທຸກຄົນ, ຈຳແນກໃຫ້ອອກວ່າອັນໃດສຳຄັນສຳລັບສ່ວນລວມ ແລະ ອັນໃດສຳຄັນສຳລັບສ່ວນຕົວ. ຫຼັງຈາກນັ້ນ, ເອົາເວລາມາເຮັດວຽກສ່ວນລວມໃຫ້ແລ້ວ ເຊັ່ນ: ຊ່ວຍວຽກຄອບຄົວ, ຢູ່ເຮືອນເພື່ອປ້ອງກັນໂຄວິດ – 19, ເຮັດວຽກບ້ານທີ່ອາຈານມອບໝາຍໃຫ້ແລ້ວ. ຈາກນັ້ນ, ເຮົາຈຶ່ງຄ່ອຍໃຊ້ເວລາມາແຊັດຫຼິ້ນກັບໝູ່ເພື່ອນເປັນບາງຄັ້ງຄາວ ແລະ ພັດທະນາຕົວເອງ. ເມື່ອແບ່ງເວລາໄດ້ແບບນີ້ຊີວິດກໍຈະມີປະສິດທິພາບຂຶ້ນເໝືອນຄໍາເວົ້າຂອງ ທ່ານ ຈິມໂຣນ ທີ່ວ່າ: ໜຶ່ງໃນເຄັດລັບສຸດຍອດຂອງພວກຄົນລວຍຄືການບໍລິຫານເວລາ.

ຂ່າວ: ແກ້ວ; ຮູບ: ຄຳພອນ