ໂຄວິດ-19ກະທົບຫ່ວງໂສ້ອຸປະທານອາຫານໂລກ

87
TOPSHOT - Residents wait to be given access to shop in a supermarket in small groups of forty people on February 23, 2020 in the small Italian town of Casalpusterlengo, under the shadow of a new coronavirus outbreak, as Italy took drastic containment steps as worldwide fears over the epidemic spiralled. (Photo by Miguel MEDINA / AFP) (Photo by MIGUEL MEDINA/AFP via Getty Images)

3ອົງການສາກົນປະກອບມີFAO,WHO ແລະ WTOສະແດງຄວາມກັງວົນຕໍ່ໂລກອາດຈະເກີດພາວະຂາດແຄນອາຫານຈາກມາດຕະການສະກັດກັ້ນການລະບາດຂອງໂຄວິດ-19ຂະນະນີ້.

ອົງການອາຫານ ແລະ ກະສິກໍາແຫ່ງສະຫະປະຊາຊາດຫຼືFAO,ອົງການອະນາໄມໂລກຫຼື WHO ແລະ ອົງການການຄ້າໂລກຫຼືWTOຮ່ວມກັນອອກຖະແຫຼງການສະແດງຄວາມກັງວົນວ່າປະຊາກອນໂລກອາດຈະເກີດພາວະຂາດແຄນອາຫານຈາກມາດຕະການການສະກັດກັ້ນການລະບາດຂອງໂຄວິດ-19ຢູ່ຂະນະນີ້ທີ່ກະທົບກັບຫ່ວງໂສ້ອຸປະທານອາຫານໂລກ.

ໂດຍສະເພາະມາດຕະການເຂັ້ມງວດການສົ່ງອອກອາຫານໃນປະເທດຜູ້ຜະລິດ ແລະ ມາດຕະການປິດດ່ານຊາຍແດນທີ່ເຮັດໃຫ້ການສົ່ງອອກອາຫານຂ້າມປະເທດມີຄວາມຫຍຸ້ງຍາກລໍາບາກຕະຫຼອດພາກກະສິກໍາທີ່ໄດ້ຮັບຜົນກະທົບຈາກພາວະເສດຖະກິດທົ່ວໂລກທີ່ຕົກຕໍ່າຈົນເຮັດໃຫ້ປະຊາຊົນໃນຫຼາຍປະເທດບໍ່ສາມາດເຂົ້າເຖິງອາຫານ ແລະ ກະທົບການດໍາລົງຊີວິດຂອງປະຊາຊົນ.

ທັງນີ້,ຜູ້ນໍາທັງສາມອົງກອນຕ່າງເຫັນດີຮ່ວມກັນຈະຮ່ວມມືກັນປ້ອງກັນບໍ່ໃຫ້ເກີດພາວະດັ່ງກ່າວ,ພ້ອມທັງຮຽກຮ້ອງໃຫ້ລັດຖະບານທົ່ວໂລກລະມັດລະວັງການໃຊ້ນະໂຍບາຍເຂັ້ມງວດຂົນສົ່ງສິນຄ້າອາຫານເພື່ອໃຫ້ເກີດຄວາມເປັນທໍາກັບປະເທດຕ່າງໆ.