ວິທີເຮັດ “ນ້ຳຍຳ” ດ້ວຍຕົນເອງງ່າຍໆແຖມເກັບໄວ້ກິນໄດ້ດົນອີກ

396

ມື້ນີ້ພວກເຮົາຈະມາແບ່ງປັນສູດ”ນ້ຳຍຳ” ທີ່ສາມາດໃຊ້ຍຳກັບເມນູຍຳທຸກຊະນິດ ສຳລັບຄົນມີມັກກິນເມນູຍຳ ຫ້າມພາດສູດນີ້ເດັດຂາດ ບໍ່ວ່າຈະເປັນຍຳເສັ້ນຫຼ້ອນ, ຍຳໝູຍໍ, ຍຳໄຂ່ຕົ້ມ ແລະ ຍຳອື່ນໆ ທ່ານສາມາດຈະເຮັດກິນເອງ ຫຼື ເຮັດຂາຍ ລາຍໄດ້ດີແນ່ນອນ ແຖມສູດນີ້ສາມາດເກັບໄວ້ໄດ້ດົນອີກດ້ວຍ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດນຳກັນດັ່ງນີ້:

ສ່ວນປະສົມ:

1 ນ້ຳສະອາດ 2 ບ່ວງແກງ

2 ນ້ຳປາ 4 ບ່ວງແກງ

3 ນ້ຳກະທຽມດອງ 1 ບ່ວງແກງ

4 ນ້ຳໝາກນາວ 6 ບ່ວງແກງ

5 ນ້ຳຕານປີ໊ບ 1 ບ່ວງແກງ

6 ນ້ຳຕານຊາຍ 1 ບ່ວງແກງ

7 ຊ໋ອດໝາກເລັ່ນ 1 ບ່ວງແກງ

8 ໝາກເພັດແດງສັບ 2 ບ່ວງແກງ ( ຖ້າຄົນມັກເພັດສາມາດເພີ່ມເປັນ 3 ບ່ວງແກງ)

9 ກະທຽມສັບ 2 ບ່ວງແກງ

10 ແປ້ງນົວ 1 ບ່ວງແກງ

ວິທີເຮັດ:

1 ຕຳກະທຽມກັບໝາກເພັດໃຫ້ລະອຽດ(ຫຼືຈະປັ່ນເອົາກໍໄດ້)

2 ນຳຖ້ວຍ ຫຼື ຊາມມາຕັກໃສ່ ແລ້ວນຳສ່ວນປະສົມທີ່ກຽມໄວ້ ເຊັ່ນ: ນ້ຳສະອາດ, ນ້ຳກະທຽມດອງ, ນ້ຳໝາກນາວ, ນ້ຳຕານປີ໊ບ, ນ້ຳຄານຊາຍ, ຊ໋ອດໝາກເບັນ, ແປ້ງນົວ (ຜົງປຸງລົດຈະໃສ່ ຫຼື ບໍ່ໃສ່ກໍໄດ້.

3 ຈາກນັ້ນໃສ່ກະທຽມສັບຕາມດ້ວຍໝາກເພັດສັບ ເປີດໄຟຄວາມຮ້ອນປສນກາງ ຄົນສ່ວນປະສົມ ພໍນຳຍຳຮອ້ນຕ້ອງໝັ່ນຄົນຕະຫຼອດເວລາ ຍ້ານມັນຟົດລົ້ນໝໍ້    ປະທານ 2 ນາທີ ແລ້ວປິດໄຟ ປະໃຫ້ເຢັນສາມາດມາດປຸງຍຳໄດ້ແລ້ວ ຫຼື ໃສ່ຕຸກນໄຝຳເຂົາຕູ້ດຢັນເກັບໄວ້ກິນໄດ້ດົນ.

ຮຽບຮຽງຈາກ:pantown