ຂ່າວດີ ຕໍ່ເນື່ອງ 4ເມສາ! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍອດລວມຍັງຄົງທີ່10 ກໍລະນີ

153

ອັບເດດສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ຖືວ່າເປັນຂ່າວດີຕໍ່ເນື່ອງເປັນມື້ທີ3 ຕິດຕໍ່ກັນ ຫຼັງກະຊວງສາທາອອກມາຖະແຫຼງຂ່າວໃນວັນທີ 4ເມສາ 2020 ບໍ່ພົບຜູ້ຕິດເຊື້ອເພີ່ມເຮັດໃຫ້ຍອດລວມຍັງຄົງທີ່ 10ກໍລະນີ.

ວັນທີ 4 ເມສາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ.ຮສ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ມີການຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.


ທ່ານ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ຜູ້ຕິດເຊື້ອໃນລາວຍັງຄົງທີ 10ກໍລະນີ ຫຼັງກວດຫາເຊື້ອທັງໝົດ 573ກໍລະນີ, ສະເພາະວັນທີ 3 ເມສາ 2020 ກວດຫາເຊື້ອທັງໝົດ 53ກໍລະນີ ແຕ່ຜົນກວດເປັນລົບ. ດັ່ງນັ້ນ ຢືນຢັນວ່າຜູ້ຕິດເຊື້ອໃນລາວຍັງມີພຽງ 10ກໍລະນີ.

ປະຈຸບັນຈຳນວນກໍລະນີໃກ້ຊິດສຳພັດກັບຄົນເຈັບ ທີ່ກຳລັງຕິດຕາມມີ 216 ຄົນຄື: ນະຄອນຫຼວງ 141 ຄົນ,ຫຼວງພະບາງ 49 ຄົນ,ອຸດົມໄຊ 24 ຄົນ
ແລະ ຄຳມ່ວນ 2 ຄົນ.

ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວ ພວກເຮົາໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ນຳມາ ປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.

ທ່ານ ພູທອນ ເມືອງປາກ ຍັງໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມຢ່າງເປັນເຈົ້າການດ້ວຍຄວາມ ຮັບຜິດຊອບສູງ ເປັນຕົ້້ນຕໍ່ເຈົ້າໜ້າທີ່ຢູ່ດ່ານຊາຍແດນ, ຜູ້ຖືກແນະນຳ ໃຫ້ຈຳກັດບໍລິເວນຕົນເອງ, ຄອບຄົວຂອງຜູ້ຖຶກແນະນຳຈຳກັດຕົນເອງ, ອຳນາດການປົກຄອງທ້ອງຖິ່ນ, ສະເພາະແພດໝໍ, ພະຍາບານຂອງພວກເຮົາກໍຈະໃຊ້ຄວາມພະຍາຍາມສູງ ເພື່ອປິ່ນປົວຄົນເຈັບຕາມຫຼັກວິທະຍາສາດ ເພື່ອໃຫ້ຫາຍດີໄວ.