ບໍລິສັດເທັກໂນໂລຢີລາຍໃຫຍ່ໆຂອງຈີນຫຼາຍແຫ່ງພິສູດໃຫ້ເຫັນແລ້ວວ່າສາມາດເອົາຕົວລອດໄດ້ທ່າມກາງພາວະຂາລົງຂອງລາຄາຮຸ້ນບໍລິສັດຊັ້ນນໍາໃນອາຊີຕົກລົງເຖິງ87%ສູນເສຍມູນຄ່າທາງການຕະຫຼາດໃນໄຕມາດ1ຂອງປີນີ້ ແລະ ທະນາຄານອິນເດຍເປັນກຸ່ມທຸລະກິດທີ່ສູນເສຍມູນຄ່າທາງການຕະຫຼາດຫຼາຍທີ່ສຸດ.

ປັດຈຸບັນນັກລົງທຶນຕ່າງປະເທດກັງວົນວ່າການລະບາດຂອງໂຄວິດ-19ທີ່ເຮັດໃຫ້ຕະຫຼາດຮຸ້ນອາຊີປັບຕົວຫຼຸດລົງຖ້ວນໜ້າກໍາລັງກົດດັນໃຫ້ມູນຄ່າທາງການຕະຫຼາດຂອງບັນດາບໍລິສັດຂະໜາດໃຫຍ່ໃນອາຊີສູນເສຍໄປ10%ຫຼືຫຼາຍກວ່ານັ້ນຕະຫຼອດຮອດບໍລິສັດແຖວໜ້າເຊັ່ນໂຕໂຢຕາ,ຊໍາຊຸງ ແລະ ທາທາເປັນຕົ້ນ.
ຢ່າງໃດກໍຕາມຍັງມີບໍລິສັດທີ່ປະສົບຄວາມສໍາເລັດສາມາດສ້າງລາຍໄດ້ມະຫາສານເຊິ່ງກໍຄືບັນດາບໍລິສັດສັນຊາດຈີນໂດຍສະເພາະເທັນເຊັນ ແລະ ບໍລິສັດຜະລິດຢາ ແລະ ອຸປະກອນທາງການແພດເນື່ອງຈາກຄວາມຕ້ອງການຢາຕະຫຼອດຮອດອຸປະກອນທາງການແພດເພີ່ມຂຶ້ນຈາກການລະບາດຂອງພະຍາດ.

ຕະຫຼາດຮຸ້ນຈີນຂ້ອນຂ້າງຈະສົດໃສໂດຍສະເພາະຮຸ້ນກຸ່ມອຸດສາຫະກໍາເທັກໂນໂລຢີ ແລະ ຊອບແວທີ່ໄດ້ປະໂຫຍດຈາກການລະບາດຂອງໂຄວິດ-19ເນື່ອງຈາກຜູ້ຄົນພາກັນຢູ່ບ້ານ ແລະ ຈໍາເປັນຕ້ອງໃຊ້ບໍລິການອອນລາຍຫຼາຍຂຶ້ນ.