ຂໍ້ຄວນປະຕິບັດຫຼັງອອກໄປທາງນອກມາ ໃຫ້ປອດໄພຈາກເຊື້ອພະຍາດ

110

ເຖິງວ່າຄົນສ່ວນຫຼາຍຈະຢູ່ເຮືອນ ແຕ່ກໍມີຈຳນວນໜຶ່ງທີ່ມີຄວາມຈຳເປັນຕ້ອງໄດ້ອອກໄປປະຈຳການ, ປະຕິບັດໜ້າທີ່ຂອງຕົນເອງຢູ່ຂ້າງນອກ ໃນທ່າມກາງທີ່ເຊື້ອໂຄວິດແຜ່ລະບາດ ຄົນລາວເຮົາຕິດເຊື້ອ 10 ຄົນແລ້ວ (1 ເມສາ 2020) ດັ່ງນັ້ນມື້ນີ້ແອັດມິນເລີຍນຳເອົາ ວິທີປະຕິບັດເມື່ອເຮົາອອກໄປຂ້າງນອກ ແລ້ວຕ້ອງກັບມາເຮືອນ ເພື່ອປ້ອງກັນເຊື້ອພະຍາດຕ່າງໆທີ່ຈະມາແຜ່ໃສ່ຄົນໃນຄອບຄົວທ່ານ ແລະ ຕົວທ່ານເອງ ດັ່ງນີ້:

1 ປົດເກີນກ່ອນເຂົ້າເຮືອນ

2 ສີດສະເປແອລກໍຮໍໃສ່ໃຫ້ທົ່ວເກີບ, ເຄື່ອງນຸ່ງ, ໂທລະສັບ, ແວ່ນຕາ,ກະແຈ, ເຄື່ອງໃຊ້ຕ່າງໆ

3 ຖິ້ມເຈ້ຍໃບບິນຕ່າງໆລົງຖັງຂີ້ເຫຍື້ອ

4 ນໍາເຄື່ອງນຸ່ງທີ່ໃສ່ມາເຂົ້າຈັກຊັກຜ້າທັນທີ
5 ຢ່າສໍາຜັດ ຫຼື ນັ່ງຢູ່ຕັ້ງຫຼືຕຽງເທື່ອ

6 ເຂົ້າຫ້ອງນ້ໍາເພື່ອອາບນ້ໍາ, ຖູແຂ້ວ ແລະ ອື່ນໆ

ເທົ່ານີ້ກໍເປັນການປ້ອງກັນຕົນເອງຈາກເຊື້ອຕ່າງໆ ໂດຍສະເພາະໂຄວິດທີ່ອາດຈະຕິດມາຈາກສະຖານທີ່ເຮົາໄປ ສິ່ງຂອງຕ່າງໆທີ່ເຮົາສຳຜັດ ເມື່ອຕ້ອງອອກໄປຂ້າງນອກ , ດ້ວຍຄວາມເປັນຫ່ວງ ເປັນໃຍຈາກທີມຂ່າວພວກເຮົາ.

ຂໍ້ມູນຈາກ: Mom Care Spa