ຫຼວງພະບາງແຈ້ງໂຈະ! ການອອກຮັບບິນທະບາດຂອງພະສົງ-ສາມະເນນ

214

ການບິນທະບາດແມ່ນປະເພນີ ທີ່ປະຕິບັດກັນມາຊ້ານານຂອງຊາວພຸດລາວ ແລະປະຕິບັດກັນຢູ່ທຸກແຂວງ ແຕ່ສຳລັບຫຼວງພະບາງຈະພິເສດໄປອີກແບບໜຶ່ງທີ່ຈຳນວນພະສົງຫຼາຍກວ່າໃນແຕ່ລະເຊົ້າ ເນື່ອງຈາກຫຼວງພະບາງສົ່ງເສີມການທ່ອງທ່ຽວວັດທະນະທຳ ແນວໃດກໍ່ຕາມເພື່ອເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19, ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ຈິ່ງໄດ້ໜັງສືແຈ້ງການແນະນຳ ໃຫ້ບັນດາຄະນະ ອພສ ນະຄອນຫຼວງພະບາງ ແລະ ອພສ ເມືອງລວມເຖິງພະສົງ-ສຳມະເນນ ໃນເທດສະບານ ຫ້າມອອກຮັບບິນທະບາດໃນຕອນເຊົ້າ ເລີ່ມແຕ່ວັນທີ 2 ເມສາ 2020 ຈົນກວ່າສະຖານະການຈະກັບຄືນສູ່ສະພາບປົກກະຕິ ໂດຍໃຫ້ຫັນໄປສູ່ການຖວາຍທານຢູ່ວັດແທນ.

ພາບປະກອບຂ່າວ

ອີງຕາມໜັງສືແຈ້ງການແນະນຳ ສະບັບເລກທີ 29/ອພສ.ຂຫຼບ ລົງວັນທີ 1 ເມສາ 2020 ຂອງອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ໂດຍໃຫ້ເຈົ້າ ຄະນະ ອພສ ໃນຂັ້ນຕ່າງໆ ແຈ້ງໄປຍັງເຈົ້າອະທິການວັດ ແຕ່ລະວັດ ທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນ ໃຫ້ປະຕິບັດແຈ້ງການດັ່ງນີ້:

1 ໃຫ້ບັນດາວັດຕ່າງໆໃນເທດສະບານ ນະຄອນຫຼວງພະບາງ ໂຈະການອອກຮັບບິນທະບາດໃນຕອນເຊົ້າ ໃຫ້ຫັນໄປສູ່ການຖວາຍທານ (ພາເຂົ້າ, ເຂົ້າສານ, ອາຫານແຫ້ງ ຢູ່ວັດ) ແລະ ລວມເຖິງໂຈະພິທີກຳທາງສາສະໜາຕ່າງໆຊົ່ວຄາວ ຍົກເວັ້ນກິດນິມົນງານສົບ ເລີ່ມແຕ່ວັນທີ 2 ເມສາ 2020 ເປັນຕົ້ນໄປຈົນກວ່າສະພາບກັບມາປົກກະຕິ. ສຳລັບ ວັດຢູ່ນອກເທດສະບານແມ່ນດຳເນີນປົກກະຕິ ແຕ່ໃຫ້ມີສະຕິລະວັງ.

ພາບປະກອບຂ່າວ

2 ໃຫ້ບັນດາເຈົ້າອະທິການວັດ, ພະສົງ-ສາມມະເນນ ເຂັ້ມງວດໃນການຮັກສາ ອານາໄມສະຖານທີ່ຕາມຫຼັກການແພດ.

3 ບັນດາວັດຕ້ອງເນັ້ນໜັກທາງດ້ານການຄຸ້ມຄອງການເຄື່ອນໄຫວຂອງພະສົງ-ສາມມະເນນ ທີ່ກັບຄືນມາພັກຢູ່ທ້ອງຖິ່ນ ໃຫ້ປະພຶດ ແລະ ປະຕິບັດຕາມລະບຽບວິໄນສົງ ແລະ ລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ. ສຳລັບ ວັດໃນເທດສະບານ ຖ້າມີພະສົງ-ສາມມະເນນ ກັບມາຢາມບ້ານໃນຊ່ວງນີ້ ແມ່ນຫ້າມຜູ້ກ່ຽວອອກເຄື່ອນໄຫວ ຈົນຮອດ ວັນທີ 19 ເມສາ 2020.

4 ຫ້າມເຈົ້າອະທິການວັດ, ພະສົງ-ສາມມະເນນອອກນອກວັດ ນັບແຕ່ວັນທີ 1-19 ເມສາ 2020 ຍົກເວັ້ນກິດນິມົນງານສົບ.

ພາບປະກອບຂ່າວ

5 ໃຫ້ບັນດາເຈົ້າອະທິການວັດ, ພະສົງ-ສາມມະເນນ ຈົ່ງມີສະຕິລະວັງຕົວ ໃນການຕິດຕາມຂໍ້ມູນຂ່າວສານທາງໂທລະສັບ ເປັນຕົ້ນແມ່ນ ທາງເຟສບຸກ ແລະ ຫ້າມບໍໃຫ້ສ້າງກະແສຂ່າວບິດເບືອນທີ່ບໍມີຄວາມຈີງຢ່າງເດັດຂາດ.

6 ໃຫ້ບັນດາເຈົ້າອະທິການວັດ ສົມທົບກັບການປົກຄອງທ້ອງຖິ່ນ ໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງຈະໄດ້ຮັກສາໄວ້ທາງຮິດຄອງປະເພນີ ແລະ ຄວາມເຫຼື້ອມໃສສັດທາຂອງ ອອກຕົນຍາດໂຍມ ຕໍ່ອົງການພຸດທະສາສະໜາສຳພັນລາວ ຢ່າງໝັ້ນຄົງ ສະເພາະແມ່ນການເຮັດບຸນສິນກິນທານ ແລະ ພິທີກຳທາງສາສະໜາຕ່າງໆ ໃນໄລຍະບຸນປີໃໝ່ລາວ ພສ 2563.