ດ່ວນ! ທ່າແຕງເຂັ້ມງວດ ອອກຄໍາສັ່ງປິດການສັນຈອນ ຫ້າມເດີນທາງເຂົ້າ-ອອກ ເລີ່ມມື້ນີ້ເປັນຕົ້ນໄປ

245

ໃນໄລຍະທີ່ພະຍາດໂຄວິດ-19 ໄດ້ແຜ່ລາມເຂົ້າມາລະບາດໃນລາວ ເຮັດໃຫ້ທົ່ວປະເທດເຂັ້ມງວດຕໍ່ມາດຕະການຕ່າງໆເພື່ອສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດດັ່ງກ່າວ, ເຊິ່ງຫຼ້າສຸດ ເຈົ້າເມືອງທ່າແຕງ ແຂວງເຊກອງ ໄດ້ອອກຄໍາສັ່ງດ່ວນປິດການສັນຈອນ ຫຼື ເດີນທາງເຂົ້າ-ອອກ ເມືອງຢ່າງເດັດຂາດ.

ອີງຕາມຄໍາສັ່ງຂອງເຈົ້າເມືອງທ່າແຕງ ແຂວງເຊກອງ ກ່ຽວກັບການປິດການສັນຈອນ ຫຼື ເດີນທາງເຂົ້າ-ອອກເມືອງ ເພື່ອເພີ່ມທະວີມາດຕະການ ສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ສະບັບເລກທີ 83/ຈມ.ທຕ, ລົງວັນທີ 3 ເມສາ 2020 ໃຫ້ຮູ້ວ່າ: ເມືອງທ່າແຕງຈະປິດການສັນຈອນ ຫຼື ເດີນທາງເຂົ້າ – ອອກເມືອງ ເພື່ອເພີ່ມທະວີມາດຕາການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ19 (COVID- 19) ແຕ່ວັນທີ 3 ເມສາ ຫາ ວັນທີ 11 ເມສາ 2020.

ເນື່ອງຈາກປັດຈຸບັນ ສະພາບການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກໂຄວິດ-19 ໃນຫຼາຍປະເທດຍັງສືບຕໍ່ເພີ່ມຂື້ນຢ່າງຕໍ່ເນື່ອງກວມເອົາທຸກປະເທດໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊິວິດຈາກພະຍາດດັ່ງກ່າວກໍ່ເພີ່ມຂື້ນໃນທຸກໆມື້, ສປປ ລາວ ກໍ່ມີການຕິດເຊື້ອພະຍາດນີ້ແລ້ວຈໍານວນຫນື່ງ. ສະນັ້ນ, ເພື່ອຍົກລະດັບການສະກັດກັ້ນ ຮັບປະກັນການຈັດຕັ້ງປະຕິບັດມາດຕະການເຝົ້າລະວັງ ແລະ ຕອບໂຕ້ການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກໂຄວິດ-19 ໃນ ສປປລາວ ເວົ້າລວມ, ເວົ້າສະເພາະ ໃນເມືອງ ທ່າແຕງ; ເຈົ້າເມືອງເມືອງ ທ່າແຕງ ຈຶ່ງອອກຄໍາສັ່ງດ່ວນ ດັ່ງລຸ່ມນີ້:

1 ໃຫ້ເຈົ້າຫນ້າທີ່ຄະນະສະເພາະກິດຂັ້ນເມືອງ ປີດການສັນຈອນ, ເດີນທາງເຂົ້າ-ອອກເມືອງ ທ່າແຕງ ຊົ່ວຄາວ ເພື່ອເພີ່ມທະວີມາດຕາການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19.

2 ກໍລະນີທີ່ມີຄວາມຈໍາເປັນທີ່ຈະເດີນທາງ ຕ້ອງມີການກວດກາ ແລະ ຢັ້ງຢືນຈາກເຈົ້າຫນ້າທີ່ພະນັກງານສາທາລະນະສຸກກ່ອນຢູ່ຈຸດກວດກາດັ່ງກ່າວຈິ່ງສາມາດເດີນທາງເຂົ້າ-ອອກໄດ້.

3 ໃຫ້ຄະນະສະເພາະກິດຂັ້ນເມືອງ ແຕ່ງຕັ້ງພະນັກງານລົງໄປປະຈໍາດ່ານຂາເຂົ້າທັງສອງຈຸດຄື: ຈຸດເຊື່ອມຕໍ່ເມືອງທ່າແຕງ – ເມືອງ ປາກຊ່ອງ ( ທີ່ຕັ້ງບ້ານຫຼັກຂາວ ) ແລະ ຈຸດເຊື່ອມຕໍ່ ເມືອງ ທ່າແຕງ – ເມືອງ ສາລະວັນ(ທີ່ຕັ້ງບ້ານກົກພູງ).

4 ແຈ້ງທຸກໆຄົນທີ່ເດີນທາງເຂົ້າມາທັງສອງຈຸດດັ່ງກ່າວນັ້ນ ຕ້ອງໃຫ້ທີມງານປະຈໍາດ່ານກວດກາອຸນຫະພູມ, ສອບຖາມປະຫວັດລະອຽດ (ຕາມແບບຟອມສອບຖາມການກັ່ນກ່ອງພະຍາດໂຄວິດ-19), ຖ້າຜົນການກວດເຂົ້າ ກັບ ນິຍາມກໍລະນີສົງໄສ ແມ່ນຈະໄດ້ສົ່ງໄປກັກຕົວເພື່ອຕິດຕາມອາການຢູ່ບ່ອນສະຖານທີ່ຂອງເມືອງ ທ່າແຕງ ທີ່ກະກຽມໄວ້ນັ້ນ.

5 ມອບໃຫ້ຫ້ອງການສາທາລະນະສຸກເມືອງ ປະສານສົມທົບກັບເຈົ້າຫນ້າທີ່ ປກສ ເມືອງ ກະກຽມຄວາມພ້ອມດ້ານບຸກຄະລາກອນ, ອຸປະກອນ, ພາຫະນະ ແລະ ສະຖານທີ່ ທີ່ຈໍາເປັນເພື່ອກຽມພ້ອມຮອງຮັບການບໍລິການ.

6 ຕ້ອງແນະນໍາຜູ້ທີ່ເດີນທາງມາຈາກເຂດສ່ຽງ ແລະ ປະເທດທີ່ມີການລະບາດພະຍາດ ເຊື້ອຈຸລະໂລກໂຄວິດ-19 ຕ້ອງປະຕິບັດຕົນໃນ 14 ວັນຕາມການແນະນໍາຂອງແພດຫມໍ ໃນເມື່ອກວດກາອຸນຫະພູມ
ປົກກະຕິ.

7 ພາຍຫຼັງຕິດຕາມຄົບກໍານົດ 14 ວັນ ແຕ່ບໍ່ມີອາການຜິດປົກກະຕິຫຍັງ ແມ່ນສາມາດອອກໄປເຄື່ອນໄຫວດໍາເນີນວຽກປະຈໍາວັນຕາມປົກກະຕິ

8 ທຸກໆຄົນ ທີ່ໄດ້ຜ່ານການກວດກາແລ້ວແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງ(ເຈົ້າຫນ້າທີ່)ອອກບັດໃຫ້ ເພື່ອຢັ້ງຢືນໄວ້ເປັນຫຼັກຖານ.

9 ຄໍາສັ່ງດ່ວນສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຮອດວັນທີ 11 ເມສາ 2020 ຈຶ່ງມີການປ່ຽນແປງ.