ລາວ – ທ໊ອບ ເປີດການຮຽນ – ການສອນຜ່ານລະບົບອອນລາຍ

268

ສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19 ໄດ້ແຜ່ລະບາດໄປທົ່ວໂລກ ລັດຖະບານໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໂດຍໄດ້ອອກຫຼາຍມາດຕະການ, ໜຶ່ງໃນມາດຕະການແມ່ນໃຫ້ບັນດາໂຮງຮຽນລ້ຽງເດັກ ຈົນເຖິງວິທະຍາໄລ ແລະ ມະຫາວິທະຍາໄລທັງພາກລັດ ແລະ ພາກເອກະຊົນພັກຊົ່ວຄາວ ເລີ່ມແຕ່ວັນທີ 19 ມີນາ ເຖິງວັນທີ 21 ເມສາ 2020 ພ້ອມຊີ້ນຳໃຫ້ໂຮງຮຽນ ແລະ ສະຖາບັນການສຶກສາຮຽນຜ່ານລະບົບອອນລາຍ. ສະນັ້ນ, ທາງວິທະຍາໄລ ລາວ – ທ໊ອບ ຈຶ່ງໄດ້ເປີດການຮຽນ – ການສອນຜ່ານລະບົບອອນລາຍ ເລີ່ມແຕ່ວັນທີ 23 ມີນາເປັນຕົ້ນມາ.

ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການວິທະຍາໄລ ລາວ – ທ໊ອບ ໃຫ້ສຳພາດວ່າ: ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາ ໃຫ້ຢຸດການຮຽນ – ການສອນຊົ່ວຄາວ. ດັ່ງນັ້ນ, ທາງວິທະຍາໄລຈຶ່ງເຫັນໂອກາດນີ້ທົດລອງການຮຽນໃນໄລຍະໄກຜ່ານລະບົບອອນລາຍ ເຊິ່ງເປັນການເປີດໂອກາດໃຫ້ຄູ – ອາຈານ ແລະ ນັກຮຽນໄດ້ສຶກສາຮ່ຳຮຽນ ໄດ້ນຳໃຊ້ເຕັກໂນໂລຊີໃໝ່ໆເຂົ້າໃນການຮຽນ – ການສອນ ແລະ ກຽມ ຄວາມພ້ອມໃຫ້ນັກສຶກສາໃນອະນາຄົດ ເຊິ່ງການຮຽນທາງໄກເປັນອີກທາງເລືອກໜຶ່ງຂອງນັກສຶກສາ ເພື່ອໃຫ້ທັນຍຸກທັນສະໄໝ ແລະ ທັນສາກົນ ອີກຢ່າງໜຶ່ງເພື່ອໃຫ້ຄູ – ອາຈານບໍ່ຂາດລາຍຮັບ ເປັນການຊ່ວຍຄູຜູ້ທີ່ມີພາລະທາງດ້ານການເງິນ. ສະນັ້ນ, ການຮຽນທາງໄກຈຶ່ງເປັນທາງອອກທີ່ດີໃນໄລຍະພັກຮຽນ ເພື່ອໃຫ້ຜ່ານພົ້ນວິກິດນີ້ ເຊັ່ນ: ໂຮງຮຽນໄດ້ຍົກລະດັບດ້ານວິຊາການຄູ – ອາຈານ ແລະ ນັກສຶກສາໄດ້ຮຽນຮູ້ສິ່ງໃໝ່ໆຜ່ານເຕັກໂນໂລຊີ ແລະ ຊ່ວຍໃຫ້ຄູ – ອາຈານບໍ່ຂາດລາຍໄດ້ ທີ່ສຳຄັນແມ່ນໃຫ້ອາຈານໄດ້ສອນຕໍ່ບົດຮຽນທີ່ຄ້າງໄວ້ໃຫ້ມີຄວາມຕໍ່ເນື່ອງໃນການຮຽນ ແລະ ທັນຕາມຫຼັກສູດທີ່ກຳນົດໄວ້.

ສຳລັບວິທະຍາໄລລາວ – ທ໊ອບ ປະກອບມີຫຼາຍສາຂາວິຊາຮຽນ ເຊັ່ນ: ສາຂາບໍລິຫານທຸລະກິດ, ການເງິນ ແລະ ການບັນຊີ, ໄອທີ, ຄອມພິວເຕີທຸລະກິດ, ພາສາອັງກິດ ແລະ ຫຼັກສູດຝຶກອົບຮົມ ປະກອບມີ: ຄອມພິວເຕີໄລຍະສັ້ນ, ພາສາຈີນ, ພາສາຫວຽດນາມ ປັດຈຸບັນມີນັກສຶກສາທັງໝົດ ຈຳນວນ 1.077 ຄົນ.

ພາຍຫຼັງທີ່ໄດ້ເປີດຮຽນຜ່ານລະບົບອອນລາຍ ເຫັນໄດ້ວ່ານັກຮຽນໃຫ້ການຕອບຮັບທີ່ດີແຕ່ການຮຽນຜ່ານລະບົບນີ້ແມ່ນພົບຂໍ້ຫຍຸ້ງຍາກເລັກໜ້ອຍ ຄື: ດ້ານຄວາມໄວຂອງລະບົບອິນເຕີເນັດ ແລະ ຄ່າບໍລິການອິນເຕີເນັດທີ່ຍັງມີລາຄາສູງ ແຕ່ປັດຈຸບັນນີ້ ລາວໂທລະຄົມ ກໍໄດ້ມີການຫຼຸດລາຄາລົງ. ພ້ອມນັ້ນອຸປະກອນການນຳໃຊ້ ເຊັ່ນ: ໂທລະສັບ ແລະ ຄອມພິວເຕີຂອງນັກສຶກສາບາງຈຳນວນບໍ່ສາມາດຕອບສະໜອງໄດ້ກັບລະບົບ ແລະ ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີໃໝ່.

ຂ່າວ: ແກ້ວ; ຮູບ: ວິທະຍາໄລ ລາວ – ທ໊ອບ