ລາວໂທລະຄົມ ສາຂາແຂວງຫຼວງນໍ້າທາ ມີກໍາໄລ 67 ຕື້ກວ່າກີບ

176

ລາວໂທລະຄົມ ສາຂາ  ແຂວງຫຼວງນໍ້າທາ ເກັບລາຍຮັບໄດ້ທັງໝົດ 135 ຕື້ກວ່າກີບ ມອບພັນທະໃຫ້ລັດຖະບານ 33 ຕື້ກວ່າກີບ ແລະ ມີກຳໄລ 67 ຕື້ກວ່າກີບ, ພ້ອມທັງຕັ້ງເປົ້າເປີດປ່ອງບໍລິການເພີ່ມອີກ 2 ເມືອງ ຄາດຄະເນການຂາຍໃຫ້ໄດ້ 11 ຕື້ກວ່າກີບ.

ທ່ານ ຄໍາແສງ ທໍາມະສອນ ຮອງເລຂາໜ່ວຍພັກ ໄດ້ຜ່ານບົດລາຍງານເມືອງຕໍ່ກອງປະຊຸມໃຫຍ່ສະມາຊິກພັກ ເຊິ່ງໄດ້ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີ ຄວາມສາມັກຄີເປັນເອກະພາບ, ຈັດຕັ້ງເຄື່ອນໄຫວວຽກງານຕາມການຊີ້ນໍາຂອງຄະນະໜ່ວຍພັກ ເຊິ່ງໜ່ວຍພັກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີສະມາຊິກພັກທັງໝົດ 20 ສະຫາຍ, ສໍາຮອງ 2 ສະຫາຍ.

ມາເຖິງປັດຈຸບັນມີສະຖານີມືຖື 2G ຈໍານວນ 54 ສະຖານີ, 3G ຈໍານວນ 73 ສະຖານີ, 4G ຈໍານວນ 39 ສະຖານີ, 4,5G ຈໍານວນ 6 ສະຖານີ; ມີເສົາສົ່ງສັນຍານ 52 ຈຸດ; ໄດ້ຂະຫຍາຍສາຍກາບໄຍແສງທັງໝົດມີ 817 ກິໂລແມັດ; ປະຕິບັດລາຍຮັບໄດ້ທັງໝົດ 135 ຕື້ກວ່າກີບ ທຽບໃສ່ແຜນການ 112%, ສ່ວນປະຕິບັດລາຍຈ່າຍໄດ້ 68 ຕື້ກວ່າກີບ ທຽບໃສ່ແຜນການ 111%; ດ້ານກໍາໄລປະຕິບັດໄດ້ 67 ຕື້ກວ່າກີບ ແລະ ມອບອາກອນເງິນເດືອນ, ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມໃຫ້ລັດທັງໝົດ 33 ຕື້ກວ່າກີບ.

ສໍາລັບທິດທາງຕໍ່ໜ້າແມ່ນຈະໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນ – ພາຍນອກໃຫ້ແໜ້ນແຟ້ນ, ໝູນໃຊ້ຄວາມຮູ້, ຄວາມສາມາດບົ່ມຊ້ອນຂອງພະນັກງານສະມາຊິກພັກເຂົ້າໃນວຽກງານຢ່າງເໝາະສົມ, ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນແຕ່ລະມາດຖານໃຫ້ບັນລຸໄດ້ຕາມຄາດໝາຍ 98% ຂຶ້ນ, ເພີ່ມທະວີຄວາມເປັນເຈົ້າການໃນການບໍລິຫານຈຳໜ່າຍສິນຄ້າໃຫ້ທົ່ວເຖິງຢູ່ບັນດາເມືອງ – ບ້ານ, ເອົາໃຈໃສ່ໃນການແກ້ບັນຫາໃຫ້ແກ່ລູກຄ້າດ້ວຍການເປີດປ່ອງບໍລິການເພີ່ມອີກ 2 ເມືອງຄາດຄະເນການຂາຍໃຫ້ໄດ້ 11 ຕື້ກວ່າກີບ.

ເນື້ອໃນ – ຮູບ: ອຸ້ມ ສົມນໍວັນ, ຂ່າວ: ສົມສະຫວິນ