ສາລະວັນ ມີຄວາມພ້ອມຮອງຮັບກໍລະນີມີຜູ້ຕິດພະຍາດໂຄວິດ – 19

137

ໂຮງໝໍແຂວງສາລະວັນ ໄດ້ກຽມຄວາມພ້ອມຫຼາຍດ້ານໃນການກຽມຄວາມພ້ອມຮັບມືໃນກໍລະນີມີຜູ້ຕິດເຊື້ອພະຍາດໂຄວິດ – 19 ໂດຍໄດ້ຈັດສະຖານທີ່ຮອງຮັບ ລວມທັງທີມແພດ

ທ່ານ ດຣ. ວັນທອງ ບຸນວິໄລ ຜູ້ອໍານວຍການໂຮງໝໍແຂວງສາລະວັນ ທັງແມ່ນຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19 ຂັ້ນແຂວງໄດ້ໃຫ້ສຳພາດໃນວັນທີ 2 ເມສາຜ່ານມາ ວ່າ: ທາງໂຮງໝໍຂອງພວກເຮົາໄດ້ເຮັດຫຼາຍວຽກງານ ຄື: ວຽກກະກຽມສະຖານທີ່ພັກເຊົາໃຫ້ຄົນເຈັບທີ່ເຂົ້າຂ່າຍຕິດພະຍາດໂຄວິດ – 19 ເຊິ່ງມີທັງໝົດ 13 ຕຽງ ເຊິ່ງແບ່ງອອກເປັນສອງຫ້ອງ ຄື: ຫ້ອງສຳລັບກໍລະນີຜູ້ຕ້ອງສົງໄສຕິດເຊື້ອໂຄວິດ – 19 ມີ 9 ຕຽງ ແລະ ຫ້ອງສຳລັບກໍລະນີຜູ້ຕິດເຊື້ອໂຄວິດ – 19 ມີ 4 ຕຽງ ແຕ່ລະຕຽງແມ່ນມີໄລຍະຫ່າງກັນ 1 ແມັດ, ອຸປະກອນການແພດເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບ ຄື: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຕິດຕາມອາການ ແລະ ອົກຊີ 80 ກວ່າບັ້ງ, ພ້ອມດ້ວຍລົດຮັບໃຊ້ສະເພາະຄົນເຈັບ, ສຳລັບແພດໝໍທີ່ຮັບໃຊ້ພາຍໃນຕຶກດັ່ງກ່າວ ພວກເຮົາກໍຍັງມີອຸປະກອນຮັບໃຊ້ເປັນຕົ້ນ ຜ້າອັດປາກ, ນ້ຳຢາລ້າງມື, ເຈລລ້າງມື ຫຼື ສະບູ ແລະ ຊຸດປ້ອງກັນຂອງແພດ PPE.

ນອກຈາກນັ້ນ, ພວກເຮົາຍັງມີທີມງານແພດໝໍເພື່ອຮັບໃຊ້ວຽກປ້ອງກັນພະຍາດໂຄວິດ – 19 ຈຳນວນ 13 ທີມ ຄື: ທີມແພດເຝົ້າລະວັງ 24 ຊົ່ວໂມງ ມີ 9 ທີມ ປະກອບມີທ່ານໝໍ, ພະຍາບານ ແລະ ຜູ້ກວດວິເຄາະ, ທີມຕິດຕາມຜູ້ຕິດເຊື້ອໂຄວິດ – 19 ມີ 4 ທີມ, ປະກອບມີທ່ານໝໍ ແລະ ພະຍາບານ ແລະ ມີຈຸດກວດຄົນເຈັບຢູ່ 3 ຈຸດ ຄື: ຈຸດກັ່ນກອງຄົນເຈັບຢູ່ຕຶກພາຍນອກ, ຈຸດກວດຄົນເຈັບຢູ່ຕຶກສຸກເສີນ ແລະ ຈຸດກວດຄົນເຈັບຢູ່ຕຶກເດັກ. ຫຼັງຈາກນັ້ນ, ຖ້າຫາກວ່າມີບຸກຄົນໃດທີ່ມີອາການຂ້າງຄຽງ ພວກເຮົາກໍຈະໃຫ້ພັກຢູ່ຕຶກແຍກປ່ຽວ ເພື່ອລໍຖ້າຟັງຜົນກວດ, ສຳລັບບຸກຄົນທີ່ມີອາການຄ້າຍຄືຈະຕິດພະຍາດໂຄວິດ – 19 ໂດຍຈະມີແພດ, ໝໍເຝົ້າຕິດຕາມລະວັງອາການຂອງຄົນເຈັບຢ່າງຕໍ່ເນື່ອງ.

ທ່ານຜູ້ອຳນວຍການໂຮງໝໍແຂວງຍັງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດເຖິງພໍ່ແມ່ປະຊາຊົນທຸກພາກສ່ວນ ຖ້າຫາກເຫັນວ່າຕົນເອງມີອາການໃກ້ຄຽງກັບອາການຂອງພະຍາດໂຄວິດ – 19 ກໍສາມາດເຂົ້າມາກວດ, ປຶກສານໍາແພດໝໍທີ່ຢູໂຮງໝໍແຂວງ ຫຼື ໂຮງໝໍນ້ອຍໃກ້ບ້ານທ່ານກໍໄດ້. ທັງນີ້, ກໍເພື່ອເປັນການຮັກສາໃຫ້ທັນເວລາ ແລະ ປ້ອງກັນການແຜ່ເຊື້ອໄປສູ່ຄົນອື່ນ, ເອົາໃຈໃສ່ໃນການຮັກສາອະນາໄມ ແລະ ຫຼີກລຽງການອອກຈາກເຮືອນ ເພື່ອປ້ອງກັນການຕິດເຊື້ອຈາກພະຍາດດັ່ງກ່າວ.

ຂ່າວ: ສິດຕາ ເພັດວົງສາ