3 ບໍລິສັດ ອຸປະຖຳລົດຮັບ – ສົ່ງຄົນເຈັບ 3 ຄັນ ໃຫ້ລັດຖະບານ

109

3 ບໍລິສັດ ອຸປະຖຳລົດຮັບ – ສົ່ງຄົນເຈັບ 3 ຄັນ ລວມມູນຄ່າ 156.000 ໂດລາສະຫະລັດ ເພື່ອມາຮັບໃຊ້ຂະແໜງສາທາລະນະສຸກ ຢູ່ເຂດທີ່ຫ່າງໄກສອກຫຼີກຂອງ 2 ແຂວງ ຄື: ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 31 ມີນາ 2020 ຢູ່ກະຊວງສາທາລະນະສຸກ ໂດຍໃຫ້ກຽດກ່າວມອບຂອງ ທ່ານ ປອ. ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຜູ້ຕ້າງໜ້າຈາກ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ບໍລິສັດ ພົງຊັບທະວີ ກໍ່ສ້າງຂົວ – ທາງ ຈໍາກັດຜູ້ດຽວ ແລະ ບໍລິສັດ ແສງເພັດກໍ່ສ້າງຂົວ – ທາງ ແລະ ເກັບກູ້ລະເບີດ ຈໍາກັດ ແລະ ໃຫ້ກຽດກ່າວຮັບຂອງ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດແກ້ໄຂ ແລະ ຕ້ານການລະບາດຂອງເຊື້ອໄວຣັສ ໂຄວິດ – 19, ມີຫ້ອງການກະຊວງ, ບັນດາກົມ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

ການມອບຮັບລົດຮັບ – ສົ່ງຄົນເຈັບໃນຄັ້ງນີ້ ປະກອບມີ 3 ຄັນ ເຊິ່ງເປັນລົດຍີ່ຫໍ້ TOYOTA LANDCRUISER HARDTOP ລວມມູນຄ່າ 156.000 ໂດລາສະຫະລັດ ໂດຍການອຸປະຖຳຈາກ 3 ບໍລິສັດ ທີ່ລົງທຶນດ້ານພະລັງງານ ຜ່ານກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອມາຮັບໃຊ້ຂະແໜງສາທາລະນະສຸກຢູ່ເຂດທີ່ຫ່າງໄກສອກຫຼີກຂອງ 2 ແຂວງ ຄື: ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ.

ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄູນຢ່າງສູງຕໍ່ການນໍາກະຊວງພະລັງງານ ແລະ ບໍ່ແຮ່ ແລະ 3 ບໍລິສັດລົງທຶນດ້ານພະລັງງານທີ່ໄດ້ປະກອບສ່ວນສະໜັບສະໜູນຊຸກຍູ້ເຂົ້າໃນການພັດທະນາວຽກງານສາທາລະນະສຸກ.

ໂດຍ: ສົມລົດ, ຂໍ້ມູນ: ສູນຂ່າວພະລັງງານ ແລະ ບໍ່ແຮ່