ຂ່າວດີຕ້ອນຮັບເມສາ! ປັບລົງລາຄານໍ້າມັນທຸກຊະນິດ 300ກີບຕໍ່ລິດ

131

ໃນສະພາບວິກິດແບບນີ້ ເຊື່ອວ່າຂ່າວດີພຽງເລັກນ້ອຍ ອາດມີຜົນຕໍ່ສະພາບຈິດໃຈຂອງຫຼາຍຄົນ ໂດຍສະເພາະແມ່ນເລື່ອງນະໂຍບາຍຂອງພາກລັດກ່ຽວກັບການຫຼຸດລາຄາສິນຄ້າບາງປະເພດ ເປັນຕົ້ນແມ່ນນໍ້າມັນ ທີ່ມັນຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນລົງອີກເລັກນ້ອຍ. ໂດຍຫຼ້າສຸດລັດປະກາດປັບລົງລາຄານໍ້າມັນທຸກຊະນິດ 300 ກີບຕໍ່ລິດ.

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເລກທີ 0349/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 1ເມສາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ແຈ້ງປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ການປັບລາຄາຄັ້ງນີ້ແມ່ນໄດ້ເພີ່ມຄັງແຮ 100 ກີບ ທຸກຊະນິດ ແລະ ປັບລົງລາຄານໍ້າມັນເຊື້ອໄຟ 300 ກີບທຸກຊະນິດ
ເຊິ່ງການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ ສະບັບເລກທີ 0258/ກຄພນ.ຄສລ, ລົງວັນທີ 1 ເມສາ 2020 ຈົນກວ່າຈະມີການປ່ຽນແປງ, ໃຫ້ບັນດາບໍລິສັດນ້ໍາມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0310/ອຄ.ກຄພນ, ລົງວັນທີ 23 ມີນາ 2020.