ອັດຕະປື ເຂັ້ມງວດຄວບຄຸມລາຄາສິນຄ້າພົບເຫັນການຂຶ້ນລາຄາຕາມລໍາພັງໃຈ ແຈ້ງໄດ້ທັນທີ

102

ໃນສະພາບທີ່ປະເທດກໍາລັງພົບວິກິດ ໂຄວິດ-19 ລະບາດ ເຮັດໃຫ້ລັດຖະບານຕ້ອງໄດ້ມີມາດຕະການທີ່ເຂັ້ມງວດຮອບດ້ານເພື່ອຄວບຄຸມການລະບາດຂອງພະຍາດດັ່ງກ່າວ ແລະ ແນ່ນອນວ່າມັນຈະກະທົບຫຼາຍດ້ານ ແຕ່ເພື່ອເປັນການປ້ອງກັນບັນຫາທີ່ອາດເກີດຕາມມາ ແລະ ໜຶ່ງໃນນັ້ນແມ່ນການຄວບຄຸມລາຄາສິນຄ້າບໍ່ໃຫ້ແມ່ຄ້າ ຫຼື ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຕາມລໍາພັງໃຈ, ຫຼ້າສຸດແຂວງອັດຕະປືໄດ້ລົງກວດກາຕໍ່ເນື່ອງເຂັ້ມງວດຄວບຄຸມລາຄາສິນຄ້າ ພ້ອມແຈ້ງຫາກໃຜພົບເຫັນການຂຶ້ນລາຄາສິນຄ່າແບບຕາມໃຈໃຫ້ໂທແຈ້ງສາຍດ່ວນທັນທີ.

ທ່ານ ເພັດສະໝອນ ເເກ້ວພິມພອນ ຮອງຂະແໜງການການຄ້າພານໃນ ຊີ້ນຳວຽກງານຄຸ້ມຄອງລາຄາ ແລະ ບໍລິການ ພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ອັດຕະປື ໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດຕາມທິດຊີ້ນຳ, ແຈ້ງການກ່ຽວຂ້ອງຕ່າງໆ ກ່ຽວກັບການຄຸ້ມຄອງສິນຄ້າ ໃນໄລຍະເຊື້ອພະຍາດ ໂຄວິດ-19 ລະບາດ ໃຫ້ນຳໃຊ້ມາດຕະການ ໃນການຄຸ້ມຄອງລາຄາ ຕາມຄວາມຈຳເປັນ ບົນພື້ນຖານຫລັກການ ຄວາມໂປ່ງໃສ ເພື່ອຮັບປະກັນການເໜັງຕີງຂອງສິນຄ້າໃນທ້ອງຕະຫຼາດຢ່າງເປັນປົກກະຕິ.

ນອກຈາກນີ້ ທາງຂະແໜງການກ່ຽວຂ້ອງ ພະແນກ ອຸດສະຫະກຳ ແລະ ການຄ້າ ຍັງໄດ້ມີໜ່ວຍງານຂອງແຂວງ ສົມທົບກັບເມືອງ ຕິດຕາມຢູ່ແຕ່ລະເຂດຕະຫຼາດ ແລະ ຮ້ານຈຳໜ່າຍສິນຄ້າ ຢ່າງເປັນປະຈຳ ເຊິ່ງໃນແຕ່ລະອາທິດລົງຕິດຕາມ ປະມານ 3-4 ເທື່ອ ເພື່ອກວດການລາຄາສິນຄ້າໃຫ້ເຂົ້າລະບົບ ແລະ ວາງລະບຽບການໃຫ້ຜູ້ປະກອບການໄດ້ເປັນສ່ວນໜຶ່ງໃນການຄຸ້ມຄອງສິນຄ້າ.

ທ່ານ ເພັດສະໝອນ ເເກ້ວພິມພອນ ກ່າວຕື່ມວ່າ: ໃນໄລຍະທີ່ຜ່ານມາ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ ເຊີນບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຂາຍຍົກ, ຂາຍສົ່ງ ແຕ່ລະແຫ່ງໃນທົ່ວແຂວງ ມາສຶກສາອົບຮົມ ແລະ ສ້າງບົດບັນທຶກຮ່ວມກັນ ຈົ່ງໃຫ້ຄວາມຮ່ວມມືຕໍ່ການຄຸ້ມຄອງລາຄາສິນຄ້າຮ່ວມພາກລັດ.

ເຊິ່ງສິນຄ້າສ່ວນໃຫຍ່ແມ່ນໄດ້ນຳເຂົ້າມາຈາກຕ່າງແຂວງນັ້ນ ຖ້າມີການຂຶ້ນລາຄາ ຂໍໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮັບຊາບໃນທັນທີ ເພື່ອຊອກຫາສາເຫດ ພ້ອມວາງມາດຕາການປັບໃໝໃສ່ໂທດຕາມລະບຽບການ ເຊິ່ງໃນຕະຫຼາດແຕ່ລະແຫ່ງ ໄດ້ມີປ້າຍແຈ້ງລາຄາ ແລະ ແຈ້ງ ເບີສາຍດ່ວນ 1510, 020 99291777 ໄວ້ແລ້ວ.

ຂໍ້ມູນຈາກ: Attapeu Media