ສາລະວັນ ໃຫ້ນັກຮຽນຊົມການສອນຜ່ານສື່ອອນລາຍ ໃນໄລຍະນີ້ເພື່ອຄວາມຕໍ່ເນື່ອງ

182

ເພື່ອເຮັດໃຫ້ ການຮຽນ-ການສອນ ມີຄວາມຕໍ່ເນື່ອງກັນ ແລະ ເປັນການຄົ້ນຄວ້າບົດຮຽນດ້ວຍຕົນເອງ ໃນຊ່ວງໂຈະການຮຽນ-ການສອນ (ນັບແຕ່ວັນທີ 19 ມີນາ ຫາ 21 ເມສາ 2020)  ທັງເປັນການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19, ທາງແຂວງສາລະວັນ ຈຶ່ງໄດ້ແຈ້ງໃຫ້ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງຕິດຕາມ ແລະ ເຂົ້າຊົມ-ຟັງການສອນຜ່ານທາງລາຍການໂທລະພາບ, ວິທະຍຸ ແລະ ສື່ອອນລາຍ ທີ່ທາງກະຊວງສຶກສາທິການ ແລະ ກິລາຈັດຂຶ້ນ.

ພາບປະກອບຂ່າວ

ອີງຕາມ ແຈ້ງການຂອງພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ເລກທີ 1305/ສກຂ ລົງວັນທີ 31 ມີນາ 2020 ກ່ຽວກັບ ການຈັດການຮຽນ-ການສອນຜ່ານລາຍການໂທລະພາບສຶກສາ-ກິລາ ແລະ ສື່ອອນລາຍຕ່າງໆ ໃນຊ່ວງໄລຍະ – ພັກຮຽນຊົ່ວຄາວ(ວັນທີ 19 ມີນາ ຫາ 21 ເມສາ 2020) ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 11/01/ຫກ, ລົງວັນທີ 27 ມີນາ 2020; ອີງຕາມ ການຕົກລົງເຫັນດີຂອງຄະນະພັກ ຄະນະພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ ຄັ້ງວັນທີ 30 ມີນາ 2020.

ພາບປະກອບຂ່າວ

ຫົວຫນ້າພະແນກສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຫົວຫນ້າຫ້ອງການສຶກສາທິ ການແລະ ກິລາເມືອງໃນທົ່ວແຂວງ ຊາບວ່າ: ໃນຂະນະທີ່ມີການໂຈະການຮຽນ-ການສອນໃນສະຖານສຶກສາໃນຂອບເຂດ ທົ່ວປະເທດ ທັງເພື່ອປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການຮຽນ-ການສອນວິຊາຕ່າງໆຜ່ານທາງລາຍການໂທລະພາບ ແລະ ສື່ອອນລາຍຕ່າງໆສໍາລັບສາຍສາມັນສຶກສາ ໂດຍສະເພາະຊັ້ນປະຖົມສຶກສາ ແມ່ນໄດ້ເນັ້ນການສອນວິຊາ ພາສາລາວ, ວິຊາ ຄະນິດສາດ ແລະ ພາສາອັງກິດ.

ພາບປະກອບຂ່າວ

ສ່ວນຊັ້ນມັດທະຍົມສຶກສາ ແມ່ນໄດ້ເນັ້ນການສົ່ງຄວາມຮູ້ວິຊາຄະນິດສາດ, ວິທະຍາສາດທໍາມະຊາດ ເພື່ອຊ່ວຍໃຫ້ນັກຮຽນໄດ້ຮຽນຢ່າງຕໍ່ເນື່ອງ ແລະ ສືບຕໍ່ຄົ້ນຄວ້າຮໍ່າຮຽນ ດ້ວຍຕົນເອງໃນຊ້ວງໄລຍະທີ່ມີການໂຈະການຮຽນ-ການສອນ.

ພາບປະກອບຂ່າວ

ອີກດ້ານຫນຶ່ງ ການຮຽນ-ການສອນຜ່ານທາງລາຍການ ໂທລະພາບ ແລະ ສື່ຕ່າງໆກໍ່ເປັນອີກຊ່ອງທາງຫນຶ່ງທີ່ໃກ້ຄຽງກັບການຮຽນ-ການສອນຢູ່ໃນສະຖານການສຶກສາ.

ສ່ວນວັນ ແລະ ເວລາ ຂອງການອອກອາກາດຂອງລາຍການໂທລະພາບການສຶກສາ-ກິລາ ທີ່ສະຖານີໂທລະພາບແຫ່ງ ຊາດ(ຊອງ1) ໃນປະຈຸບັນມີດັ່ງນີ້:

ວັນອັງຄານ ເລີ່ມແຕ່ເວລາ 08:45 – 09:15 ໂມງ; ວັນພຸດ ເລີ່ມແຕ່ເວລາ 08:15 – 08:45 ໂມງ ແລະ  ວັນເສົາ ເລີ່ມແຕ່ເວລາ 17:25 – 17:55 ໂມງ

ວັນ ແລະ ເວລາ ຂອງການອອກອາກາດລາຍການວິທະຍຸການສຶກສາ-ກິລາທີ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ໃນລະບົບຄື້ນກາງ AM 567 KHz ມີດັ່ງນີ້:

ທຸກໆວັນຈັນ, ວັນພຸດ, ແລະ ວັນສຸກ: ເລີ່ມແຕ່ເວລາ 09:00 – 09:30 ໂມງ; ທຸກໆວັນເສົາ ແລະ ວັນອາທິດ: ແມ່ນໃນລະບົບ FM 101,5 MHz.

ພາບປະກອບຂ່າວ

ລາຍການໂທລະພາບ ແລະ ລາຍການວິທະຍຸເພື່ອການສຶກສາດັ່ງກ່າວ ຍັງໄດ້ຮັບການເຜີຍແຜ່ຜ່ານສື່ສັງຄົມອອນ ລາຍຕ່າງໆເພື່ອໃຫ້ນັກຮຽນ, ຄູ ແລະ ຜູ້ທີ່ມີຄວາມສົນໃຈກໍ່ສາມາດເຂົ້າຊົມ-ຟັງຍ້ອນຫຼັງໄດ້ທຸກເວລາຕາມທີ່ຢູ່: http://www.moes.edu.la/ries/index.php/lol, ເຟສບຸກ: f Edu-Sport TV online, Youtube  ຕາມດ້ວຍຊື່ເວບໄຊຂອງ ສວສ ຄື Education Technology Center/RIES ຫຼືໃຊ້ Program QR Code Scanner free ເພື່ອເຂົ້າຊົມ-ຟັງຜ່ານ QR Code ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

ພາບປະກອບຂ່າວ

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຮຽນ-ການສອນ ຜ່ານທາງລາຍການໂທລະພາບ, ລາຍການວິທະຍຸ ແລະ ສື່ສັງຄົມອອນລາຍໄດ້ຮັບຜົນດີ, ພະແນກສຶກສາທິການ ແລະ ກິລາແຂວງ ຈຶ່ງໄດ້ແຈ້ງມາຍັງທ່ານຫົວຫນ້າຫ້ອງການສຶກສາທິການ ແລະ ກິລາ 8 ເມືອງ ພາຍໃນ ແຂວງ ເພື່ອແຈ້ງໄປຍັງແຕ່ລະໂຮງຮຽນພາຍໃນເມືອງຂອງຕົນໃຫ້ສືບຕໍ່ຕິດຕາມ ແລະ ໃຫ້ຄຳແນະນຳແກ່ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງຕິດຕາມ ແລະ ເຂົ້າຊົມ-ຟັງການສອນຜ່ານທາງລາຍການໂທລະພາບ, ວິທະຍຸ ແລະ ສື່ອອນລາຍດັ່ງກ່າວຂ້າງເທິງຢູ່ເຮືອນຂອງລາວໃຫ້ເປັນປົກກະຕິ.

ພາບປະກອບຂ່າວ