ຫຼວງພະບາງແຈ້ງ! ປີດບໍລິການທຸກສະຖານ​ທີ່ທ່ອງທ່ຽວ

115

ຫຼວງພະບາງເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ໜ່າສົນໃຈ, ທັງໃນເມືອງ ແລະ ເຂດນອກທີ່ຍັງຄົງຄວາມເປັນເອກະລັກຂອງວັດທະນະທຳ ແລະທຳມະຊາດ ໃຜໆຕ່າງກໍຢາກໄປສຳຜັດບັນຍາກາດ, ວິຖີຊີວິດທັງພາຍໃນ ແລະ ຕ່າງປະເທດ.

ແນວໃດກໍ່ຕາມ ແຂວງປາຍທາງແຫ່ງການທ່ອງທ່ຽວຂອງລາວຢ່າງຫຼວງພະບາງຕ້ອງໄດ້ ປະກາດປິດການໃຫ້ບໍລິການສະຖານທີ່ທ່ອງທ່ຽວທັງໝົດໃນໄລຍະນີ້ ເນື່ອງຈາກປັດຈຸບັນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ ຫຼື ພະຍາດອັກເສບປອດຢູ່ປະເທດເຮົາມີຜູ້ຕິດເຊື້ອແລ້ວເຖິງ 9 ກໍລະນີ ໃນນັ້ນຢູ່ຫຼວງພະບາງ 3 ຄົນ, ດັ່ງນັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ມີການແຜ່ລະບາດຄົນສູ່ຄົນເພີ່ມໄປອີກ ທາງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ຫຼວງພະບາງຈຶ່ງໄດ້ອອກແຈ້ງການປິດການເຂົ້າຊົມແຫຼ່ງທ່ອງທ່ຽວຂອບເຂດແຂວງຫຼວງພະບາງເປັນການຊົ່ວຄາວ.

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ຫຼວງພະບາງ ໄດ້ອອກແຈ້ງການສະບັບເລກທີ 13/ຖວທຂ, ລົງວັນທີ 30 ມີນາ 2020 ເຖິງ ຄະນະຮັບຜິດຊອບ ສະຖານທີ່ແຫຼ່ງທ່ອງທ່ຽວ ໃນຂອບເຂດທົ່ວ ແຂວງຫຼວງພະບາງ ໃຫ້ປີດບໍລິການເຂົ້າຊົມຊົ່ວຄາວເປັນຕົ້ນຫໍພິພິທະພັນ ແຫ່ງຊາດຫຼວງພະບາງ, ພະທາດພູສີ, ວັດຊຽງທອງ, ວັດວິຊຸນ, ວັດອາຮາມ, ຕາດກວາງຊີ ແລະຖ້ຳຕິງ ນັບແຕ່ວັນທີ 1 ເມສາ-21 ເມສາ 2020.

ທັງນີ້ກໍເພື່ອຕ້ານ, ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ ແລະ ກໍເພື່ອຄວາມປອດໄພຂອງປະຊາຊົນບັນດາເຜົ່າຈາກພະຍາດຮ້າຍນີ້ ຈົນກວ່າສະພາບຈະຄືນສູ່ປົກກະຕິ ..
ໂດຍມອບໃຫ້ຫ້ອງການພະແນກສົມທົບກັບພະແນກການເງິນແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຈັດ ຕັ້ງການເວນຍາມ ເພື່ອຮັກສາຄວາມປອດໄພສະຖານທີ່ດັ່ງກ່າວ.