ຕູ້ເອທີເອັມຈຸດສ່ຽງຕິດເຊື້ອທີ່ທຸກຄົນຄວນລະວັງ

218

ການລະບາດຂອງພະຍາດໂຄວິດ 19 ນັບມື້ຍິ່ງເພີ່ມຂຶ້ນ ທັງໃນຕ່າງປະເທດ ລວມທັງລາວເຮົາ ເຊິ່ງປະເທດທີ່ມີການຕິດເຊື້ອກັນ ສາເຫດຫຼັກໆອາດມາຈາກການສຳຜັດສິ່ງຂອງຮ່ວມກັນ, ການໃກ້ຊິດ ທີ່ເຮັດໃຫ້ເຊື້ອຕິດຈາກຄົນໜຶ່ງໄປສູ່ຄົນໜຶ່ງ ຫຼື ຫຼາຍໆຄົນ ຕາມການລາຍຕາມສື່ຕ່າງໆຂອງຕ່າງປະເທດສາເຫດທີ່ມີການຕິດຕໍ່ກັນຫຼາຍທີ່ສຸດແມ່ນມາຈາກການກົດລິບ, ຕູ້ສາທາລະນະ, ຕູ້ເອທີເອັມ ATM ແລະ ອື່ນໆ ນັບວ່າເປັນບ່ອນທີ່ມີຜູ້ຄົນຈາກຫຼາກຫຼາຍບ່ອນມາໃຊ້, ລວມທັງຜູ້ຕິດເຊື້ອທີ່ອາດຈະຍັງບໍ່ທັນກວດພົບ ແລ້ວເຮັດໃຫ້ຕິດຕໍ່ໆກັນໄປ.

ສະນັ້ນແລ້ວຕ່າງປະເທດຈຶ່ງເຫັນຄວາມສຳຄັນໃນຈຸດນີ້ ແລະມີການປ້ອງກັນຕ່າງໆ, ສີດຢາຂ້າເສື້ອ, ເອົາເຈ້ຍ ຫຼື ຖົງຢາງຮອງກ່ອນກົດ ສຳລັບບ້ານເຮົາເອງສ່ວນຫຼາຍກໍມີລິບ ຕາມຫ້າງ, ສະໜາມບິນ ແຕ່ອາດຈະບໍ່ຄ່ອຍມີຄົນໃຊ້ຫຼາຍ, ແລະ ຕູ້ເອທີເອັມທີ່ເປັນບ່ອນກົດເງິນມີຫຼາຍໆຄົນມາໃຊ້ ແລະ ສໍາຜັດຫຼາຍຢູ່ແລ້ວ ຍິ່ງທ້າຍໆເດືອນ, ຕົ້ນ​ເດືອນແບບນີ້ຍິ່ງມີຄົນໃຊ້ຫຼາຍ ດັ່ງນັ້ນມື້ນີ້ເຮົາລອງປະຕິບັດວິທີໃນການຫຼຸດຄວາມສ່ຽງຈາກເຊື້ອໂຄວິດເວລາທີ່ຈະໃຊ້ລິບ ຫຼື ຕູ້ເອທີເອັມກັນເລີຍ ກຽມອຸປະກອນ :

ເຈັ້ຍທິດຊູ່, ເຈວລ້າງມື ຫຼື ສະບູ ( ຕ້ອງເອົານໍ້າດື່ມໄປນຳເພື່ອລ້າງມືກ່ອນຂຶ້ນລົດ) ແລະ ສະເປແອວກໍຮໍ 60° ຂຶ້ນໄປ ຍົກຕົວຢ່າງເປັນຕູ້ເອທີເອັມ

1 ປ່ອນບັດ

2 ໃຊ້ທິດຊູ້, ເຈ້ຍສະອາດ ຫຼື ອື່ນໆຮອງມືກົດລະຫັດ ແລະ ກົດເງິນອອກ (ທາງທີ່ດີສວມຖົງມືເວລາກົດ ແລະ ຈັບເງິນກໍປອດໄພ) ແລ້ວຖີ້ມທິດຊູ່ໃສ່ກະຕ່າທີ່ມີຕາມຕູ້ ATM

3 ລ້າງມືດ້ວຍເຈວລ້າງມື ຫຼື ສະບູ ພ້ອມດ້ວຍນໍ້າລ້າງມືທີ່ກຽມໄປນຳ 4 ສິດເອວກໍຮໍ ໃສ່ບັດ ATM (ພະຍາຍາມບໍ່ສີດໃສ່ແຖບດຳ ຈະເຮັດໃຫ້ບັດເຊື່ອມ) ຫຼື ເກັບບັດ ATM ໃສ່ຖົງຢາງໄວ້ ປລ.

ທ່ານ ສາມາດໃຊ້ QR Code ໃນແອບ BCEL One ຖອນເງິນກໍ່ໄດ້ ໃນກໍລະນີຕູ້ຂອງທະນາຄານການຄ້າ. ຫວັງວ່າໂພສນີ້ຈະຊ່ວຍເຮົາພົ້ນຈາກ ຜີໂຄວິດ 19 ຈາກຕູ້ເອທີເອັມໄດ້.