ໜ້າຫ່ວງ! ຄ່າວັດແທກຝຸ່ນ (PM 2,5) ໃນ ນວ ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ

151

ຈາກສະພາບການລະບາດ ຂອງພະຍາດໂຄວິດ-19 ໃນລາວທີ່ເຮັດໃຫ້ປະຊາຊົນຕ້ອງໄດ້ເຝົ້າລະວັງຢ່າງເຂັ້ມງວດ ແຕ່ໃນຂະນະດຽວກັນ ສະພາບອາກາດກໍ່ຕ້ອງໄດ້ລະມັດລະວັງເຊັ່ນກັນ ທັງນີ້ກໍ່ເພື່ອຮັກສາສຸຂະພາບຂອງຕົນເອງ. ແຕ່ສິ່ງທີ່ໜ້າຫ່ວງຄືຄ່າວັດແທກໃນມື້ນີ້ວັນທີ 1 ເມສາ 2020 ຢູ່ທັງ 5ສະຖານີ ລ້ວນເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດລະບຸໄວ້.

ລາຍງານສະພາບຜົນການວັດແທກຝຸ່ນລະອອງຂະໜາດນ້ອຍກວ່າ 2,5 ໄມຄຣອນ (PM 2,5) ປະຈໍາ ວັນທີ 1 ເມສາ 2020 ຈາກຂໍ້ມູນ 5 ສະຖານີວັດແທກຝຸ່ນລະອອງ PM 2,5 ຂອງ ສະຖາບັນ ຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສະແດງໃຫ້ເຫັນວ່າ: ບ້ານອາກາດ (ກົມອຸຕຸນິຍົມ ແລະ ອຸທົກກະສາດ) ຄ່າທີ່ວັດແທກສະເລ່ຍແມ່ນ 104,9 µg/m3, ບ້ານ ຊຽງຍືນ (ສວນເຈົ້າອານຸວົງ) ຄ່າທີ່ວັດແທກສະເລ່ຍແມ່ນ 104,1 µg/m3, ບ້ານໂນນສະອາດ (ດົງໝາກຄາຍ) ຄ່າທີ່ວັດແທກສະເລ່ຍແມ່ນ 113,1 µg/m3, ບ້ານ ໂນນທອງ (ອຸດສາຫະກໍາ ຫຼັກ 21) ຄ່າທີ່ວັດແທກສະເລ່ຍແມ່ນ 116,6 µg/m3 ແລະ ທີ່ໜ້າເປັນຫ່ວງກວ່ານັ້ນຄືສະຖານີບ້ານ ພູສ້າງຄ່າ (ສະໜາມບິນຫຼວງພະບາງ) ຄ່າທີ່ວັດແທກສະເລ່ຍແມ່ນ 284,2 µg/m3.

ເຊິ່ງສະແດງໃຫ້ເຫັນວ່າ: ຄ່າຄວາມເຂັ້ມຂຸ້ນຂອງ 5 ສະຖານີ ແມ່ນ ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ທີ່ລະບຸໄວ້ (PM2,5 = 50 µg/m3/24 h). ໃນການຈັດລະດັບຄຸນນະພາບອາກາດທີ່ມີຜົນກະທົບຕໍ່ສຸຂະພາບຂອງທັງ 5 ສະຖານີ ຄືດັ່ງລຸຸ່ມນີ້: