ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ມີຜົນສຳເລັດຫຼາຍດ້ານ

197

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ເປັນພະແນກການໜຶ່ງທີ່ສໍາຄັນໃນການເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ເຊິ່ງຕະຫຼອດໄລຍະຜ່ານມາ ພາຍໃນການຊີ້ນຳ – ນຳພາຂອງພັກປະຊາຊົນ ປະຕິວັດລາວ ເວົ້າລວມ, ເວົ້າສະເພາະ ກໍຄືການຊີ້ນຳຂອງຄະນະພັກ, ຄະນະກະຊວງ, ການນຳພັກແຂວງ ແລະ ຄະນະພັກຄະນະພະແນກ ຈຶ່ງເຮັດໃຫ້ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການປູກຝັງ, ລ້ຽງສັດ, ການປົກປັກຮັກສາປ່າໄມ້ ແລະ ດ້ານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ທ່ານ ຄໍາພອນ ມຸນລະໄມ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ກ່າວວ່າ: ໃນຕະຫຼອດໄລຍະຜ່ານມາ ພາຍໃຕ້ການຊີ້ນຳ – ນຳພາຂອງພັກປະຊາຊົນ ປະຕິວັດລາວ ນັບຕັ້ງແຕ່ຂັ້ນກະຊວງຮອດທ້ອງຖິ່ນ ເຫັນວ່າການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ປ່າໄມ້ຢູ່ແຂວງອຸດົມໄຊ ແມ່ນໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເທື່ອລະກ້າວ. ສະແດງອອກໃຫ້ເຫັນຄືສາມາດຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຢ່າງມີຜົນສຳເລັດ ເປັນຕົ້ນແມ່ນເນື້ອທີ່ການປູກເຂົ້ານາປີ, ນາແຊງ ແລະ ການປູກພືດລະດູແລ້ງເພີ່ມຂຶ້ນ ເຊັ່ນ: ເນື່ອທີ່ການປູກເຂົ້ານາປີ ມີເນື້ອທີ່ 15 ພັນກວ່າເຮັກຕາ, ເຂົ້ານາແຊງ 500 ກວ່າເຮັກຕາ ຕາມແຜນແມ່ນ 200 ກວ່າເຮັກຕາ ແລະ ເນື້ອທີ່ເຂົ້າໄຮ່ຄົງທີ່ 7 ພັນກວ່າເຮັກຕາ.

ການລ້ຽງສັດໃຫຍ່ໄດ້ຂະຫຍາຍລົງຮອດບັນດາເມືອງ ໂດຍສະເພາະແມ່ນການລ້ຽງງົວທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ບໍລິສັດ ດອກງິ້ວຄຳ ຈຳນວນ 205 ໂຕ, ການປົກປັກຮັກສາ ແລະ ຂະຫຍາຍເນື້ອທີ່ປ່າມີຕົວເລກເພີ່ມຂຶ້ນ ເຊິ່ງທົ່ວແຂວງອຸດົມໄຊ ມີເນື້ອທີ່ປ່າປ້ອງກັນທັງໝົດ 23 ແຫ່ງ ໃນເນື້ອທີ່ 4 ແສນກວ່າເຮັກຕາ, ປ່າສະຫງວນ 4 ແຫ່ງ ເນື້ອທີ່ 1 ແສນກວ່າເຮັກຕາ ແລະ ປ່າຜະລິດ 3 ແຫ່ງໃນເນື້ອທີ່ 2 ແສນກວ່າເຮັກຕາ. ໃນນັ້ນ, ສາມາດຟື້ນຟູປ່າໄດ້ 30 ພັນ ກວ່າເຮັກຕາ ແລະ ປີ 2020 ນີ້່ ຄາດໝາຍການຟື້ນຟູແບບທຳມະຊາດ ປະມານ 3 ພັນກວ່າເຮັກຕາ ແລະ ຈະປູກປ່າ ໂດຍໄມ້ອຸດສາຫະກຳ ແລະ ໄມ້ກິນໝາກໃຫ້ໄດ້ 500 ກວ່າເຮັກຕາ.

ສ່ວນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແມ່ນໄດ້ພ້ອມກັນວາງແຜນທີ່ຈະກໍານົດເອົາບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຢູ່ 2 ຈຸດ ຄື: ບ້ານຫຼັກ 32 ເມືອງໄຊ ແລະ ບ້ານສີບຸນເມືອງ ເມືອງຮຸນ ແຂວງອຸດົມໄຊ.

ທ່ານ ຄໍາພອນ ມູນລະໄມ ກ່າວຕື່ມອີກວ່າ: ຄຽງຄູ່ກັບຜົນງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ກໍປາສະຈາກບໍ່ໄດ້ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໂດຍສະເພາະແມ່ນການຮັບມືກັບໄພແຫ້ງແລ້ງ, ສັດຕູພືດທຳລາຍຜົນລະປູກຂອງປະຊາຊົນ ລວມທັງການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ ເຮັດໃຫ້ປະຊາຊົນ ແລະ ຜູ້ປະກອບການໄດ້ຮັບຜົນເສຍຫາຍ.

ຂ່າວ: ຄານມະນີ ຮຽນດໍຈັນ