ແຮງງານທີ່ກັບມາຈາກຕ່າງປະເທດ ຍັງມີສຸຂະພາບແຂງແຮງດີ

76

ແຮງງານລາວທີ່ກັບຄືນມາຈາກຕ່າງປະເທດ ເຊິ່ງມີການກັກບໍລິເວນ 14 ວັນ ຕາມສະຖານທີ່ຈັດກຽມໄວ້ນັ້ນຍັງມີສຸຂະພາບແຂງແຮງດີຢູ່ ແລະ ຍັງສືບຕໍ່ປະຕິບັດການແຍກປ່ຽວຢ່າງເປັນປົກກະຕິ. ນອກນັ້ນ, ໄດ້ມີແຮງງານຈຳນວນໜຶ່ງເປັນໄຂ້ຫວັດທົ່ວໄປ ແລະ ເຂົ້າຄ່າຍກໍລະນີສົງໄສ, ແຕ່ຜົນກວດອອກມາເປັນລົບ.

ທ່ານ ດຣ. ພາສຸກ ຄຳມະນີທອງ ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ແຂວງຄໍາມ່ວນ ໃຫ້ສໍາພາດວ່າ: ຕັ້ງແຕ່ວັນທີ 23 ຫາ 29 ມີນາ 2020 ໄດ້ມີແຮງງານທີ່ມາຈາກຕ່າງປະເທດກັບຄືນສູ່ແຂວງຈໍານວນ 3.657 ຄົນ ( ຍິງ 1.834 ຄົນ ) ເຊິ່ງຄະນະສະເພາະກິດຂັ້ນແຂວງໄດ້ປະສານສົມທົບກັບອຳນາດການປົກຄອງແຕ່ລະຂັ້ນໃນການແຍກປ່ຽວ ຕິດຕາມເຝົ້າລະວັງແຮງງານທີ່ມາຈາກຕ່າງປະເທດດັ່ງກ່າວຢ່າງເປັນປະຈຳ ໂດຍມີສູນແຍກປ່ຽວທັງໝົດ 78 ສູນ ໃນທົ່ວ 10 ເມືອງ ແລະ ບັນດາໂຮງໝໍເມືອງ ແລະ ແຂວງກໍໄດ້ມີຄວາມກະກຽມພ້ອມຮັບມືທຸກສະຖານະການ.

ຜ່ານການຕິດຕາມ ແລະ ເຝົ້າລະວັງ ມາຮອດເຊົ້າວັນທີ 30 ມີນາ 2020 ເຫັນວ່າ: ມີແຮງງານ ຈຳນວນ 11 ຄົນ ທີ່ມີອາການ ໄຂ້, ໄອ ແລະ ຈາມ ເຊິ່ງໄດ້ນຳເຂົ້າກວດຢູ່ໂຮງໝໍ ແລະ ເຫັນວ່າຈຳນວນດັ່ງກ່າວແມ່ນເປັນໄຂ້ຫວັດທົ່ວໄປ ແລະ ປິ່ນປົວຫາຍດີປົກກະຕິແລ້ວ ແລະ ໄດ້ກັບຄືນສູ່ສູນແຍກປ່ຽວເພື່ອຕິດຕາມຕໍ່ໄປໃຫ້ຄົບ 14 ວັນ. ນອກນັ້ນ, ໃນ   ແຂວງຍັງມີ 7 ກໍລະນີສົງໄສ ມີອາການເຂົ້ານິຍາມພະຍາດໂຄ   ວິດ – 19 ເຊິ່ງຜົນກວດ 6 ກໍລະນີແມ່ນລົບ ( ບໍ່ຕິດເຊື້ອ ) ແລະ ຍັງລໍຖ້າຜົນກວດອີກ 1 ກໍລະນີ.

ທ່ານ ດຣ. ວັນນະໄຊ ຊາຕະກຸນ ຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ – 19 ແຂວງຈໍາປາສັກ ໃຫ້ສຳພາດວ່າ: ໃນລະຫວ່າງວັນທີ 20 – 29 ມີນາ 2020 ມີແຮງງານຈາກປະເທດໄທເດີນທາງກັບປະເທດຜ່ານດ່ານສາກົນວັງເຕົ່າ ແຂວງຈຳປາສັກ 20 ພັນກວ່າຄົນ ເຊິ່ງຄະນະສະເພາະກິດໄດ້ເອົາໃຈໃສ່ປະສານຫາບັນດາອຳນາດການປົກຄອງເມືອງ ແລະ ບ້ານຕ່າງໆ ເອົາໃຈໃສ່ໃນການເກັບກຳຂໍ້ມູນ ແລະ ແຍກປ່ຽວເຝົ້າລະວັງ.

ຜ່ານການຕິດຕາມແຮງງານລາວ ທີ່ກັບມາຈາກຕ່າງປະເທດໄລຍະໜຶ່ງ ສະເພາະແມ່ນມາຮອດວັນທີ 30 ມີນາ 2020 ເຫັນວ່າແຮງງານທຸກຄົນຍັງມີສຸຂະພາບແຂງແຮງດີ ແລະ ໄດ້ມີແຮງງານປະມານ 30 ກວ່າຄົນ ທີ່ເຂົ້ານິຍາມສົງໄສ ແລະ ໄດ້ຜ່ານການກວດວິເຄາະເຫັນວ່າຜົນເປັນລົບ ແລະ ເປັນໄຂ້ຫວັດທົ່ວໄປ ແລະ ໄດ້ສືບຕໍ່ຕິດຕາມເຝົ້າລະວັງຕໍ່ໄປໃຫ້ຄົບ 14 ວັນ ຕາມທີ່ກຳນົດ.

ຂ່າວ: ກາວຊົ່ງ