Monthly Archives: March, 2020

ຍົກລະດັບວຽກການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານລັດຖະກອນ

ກົມງົບປະມານແຫ່ງລັດ ກະຊວງການເງິນ ຮ່ວມກັບ ທະນາຄານໂລກ ໄດ້ຈັດຝຶກອົບຮົມການຈັດຊື້ - ຈັດຈ້າງດ້ວຍທຶນຂອງລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ - ລັດຖະກອນຈາກບັນດາກະຊວງຕ່າງໆ ໂດຍສະເພາະຜູ້ທີ່ຮັບຜິດຊອບວຽກງານຈັດຊື້ - ຈັດຈ້າງໃຫ້ມີຄວາມເຂົ້າໃຈເລິກເຊິ່ງ. ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ກ່າວວ່າ: ວຽກງານຈັດຊື້ - ຈັດຈ້າງດ້ວຍທຶນຂອງລັດເປັນວຽກໜຶ່ງທີ່ນອນຢູ່ໃນວຽກງານການຄຸ້ມຄອງລາຍຈ່າຍພາກລັດ ເນື່ອງຈາກການຈັດຊື້ - ຈັດຈ້າງເປັນວຽກງານໜຶ່ງທີ່ສຳຄັນທີ່ລັດຖະບານໄດ້ເອົາໃຈໃສ່ປະຕິຮູບ...

ເມືອງຫາດຊາຍຟອງ ມີສິນຄ້າໂອດ໋ອບ 6 ຫົວໜ່ວຍ

ເມືອງຫາດຊາຍຟອງ ຖືເປັນ 1 ໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ເປັນເມືອງອູ່ເຂົ້າອູ່ປາ, ປະຊາຊົນສ່ວນໃຫຍ່ເຮັດອາຊີບກະສິກຳປູກຝັງ ແລະ ລ້ຽງສັດ. ປັດຈຸບັນມີສິນຄ້າໄດ້ຮັບກາໝາຍສິນຄ້າໂອດ໋ອບແຫ່ງຊາດແລ້ວ 6 ຫົວໜ່ວຍ. ທ່ານ ວັນທະນູສິນ ອິນທະສີນາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່່າວໃນພິທີເປີດງານວາງສະແດງສິນຄ້າໂອດ໋ອບຂອງເມືອງ ເມື່ອວັນທີ 26 ກຸມພາ...

ພະແນກພາຍໃນ ແຂວງອຸດົມໄຊ ມີຜົນງານພົ້ນເດັ່ນຫຼາຍດ້ານ

ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພາຍໃນ, ວຽກງານ 3 ສ້າງ ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2019 ແລະ ທິດທາງແຜນການ 2020 ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2020 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ,...

ເອົາໃຈໃສ່ປະຕິບັດຍຸດທະສາດ 6 ດ້ານ ຄວບຄຸມວັນນະໂລກ

ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ສູນຄວບຄຸມວັນນະໂລກ ແລະ ພາກສ່ວນກ່ຽວຂ້ອງ ຕ້ອງເອົາໃຈໃສ່ຕື່ມໃນການຢຸດຕິພະຍາດວັນນະໂລກໃນຂອບເຂດທົ່ວປະເທດ ໂດຍປະຕິບັດຍຸດທະສາດ 6 ດ້ານ. ວັນທີ 27 ກຸມພາ 2020 ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງວຽກງານວັນນະໂລກ ປະຈຳປີ 2019 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ເພື່ອວຽກງານຄວບຄຸມວັນນະໂລກໃນ ສປປ...

ຍົກລະດັບການຜະລິດເສັ້ນເຝີນານູ ໃຫ້ມີຄຸນນະພາບ

ໃນລະຫວ່າງວັນທີ 24 - 28 ກຸມພາ 2020 ໄດ້ມີການຈັດຝຶກອົບຮົມໃນຫົວຂໍ້: ການປັບປຸງຂະບວນການຜະລິດເສັ້ນເຝີໃຫ້ສະອາດ, ເກັບຮັກສາໄດ້ດົນ ແລະ ຖືກສຸຂະນາໄມ ໃຫ້ແກ່ກຸ່ມຜະລິດເສັ້ນເຝີບ້ານນານູ ເມືອງແປກ ແຂວງຊຽງຂວາງໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ...

ມອບເຂົ້າຊ່ວຍເຫຼືອ 1.108 ໂຕນ ໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ

ພິທີມອບ - ຮັບເຂົ້າຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ປີ 2019 ຢູ່ແຂວງສະຫວັນນະເຂດ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ກຸມພາ 2020 ທີ່ສະໂມສອນເມືອງໄຊບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາທ່ານເຈົ້າເມືອງ,...

ນາຍົກ ຊີ້ນຳໃຫ້ສຸມໃສ່ຊຸກຍູ້ການຜະລິດ ຕິດຕາມສະກັດກັ້ນ ໂຄວິດ – 19

ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ບັນດາຂະແໜງການກ່ຽວຂ້ອງເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ຕິດຕາມຊຸກຍູ້ການຜະລິດ ພ້ອມທັງເປັນເຈົ້າການໃນການສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ - 19 ). ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ຜ່ານມາ ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນຊີ້ນໍາໃຫ້ຄະນະລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມໃນເດືອນມີນາ 2020 ຫຼາຍບັນຫາສໍາຄັນ ດັ່ງນີ້: 1 ໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ພ້ອມທັງມີມາດຕະການລະອຽດ ແລະ...

ນະຄອນຫຼວງວຽງຈັນ ຂຶ້ນທະບຽນວິສາຫະກິດໄດ້ 1 ພັນກວ່າຫົວໜ່ວຍ

ປີ 2019 ນະຄອນຫຼວງວຽງຈັນ ( ນວ ) ມີການແຈ້ງຂຶ້ນທະບຽນວິສາຫະກິດທັງໝົດ 1.233 ຫົວໜ່ວຍ ດ້ວຍທຶນຈົດທະບຽນທັງໝົດ 8,5 ພັນຕື້ກວ່າກີບ. ໃນນັ້ນ, ແຈ້ງຂຶ້ນທະບຽນໃໝ່ 807 ຫົວໜ່ວຍ, ປ່ຽນແປງເນື້ອໃນ 426 ຫົວໜ່ວຍ. ພະແນກອຸດສາຫະກໍາ ແລະ ການຄ້າ ( ອຄ )...
- Advertisment -
Slide
Slide

Most Read

error: Content is protected !!