Monthly Archives: March, 2020

ຍີ່ປຸ່ນຕັ້ງງົບສຸກເສີນນັບຮ້ອຍຕື້ສະກັດໂຄວິດ-19

ນາຍົກຍີ່ປຸ່ນຕັ້ງງົບປະມານສຸກເສີນໂດຍນໍາເງິນຈາກຄັງແຮສໍາຮອງຫຼາຍກວ່າ2ຮ້ອຍຕື້ຄຸມການລະບາດຂອງພະຍາດໂຄວິດ-19. ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນຖະແຫຼງການວ່າ:ລັດຖະບານຍີ່ປຸ່ນຈະຕັ້ງງົບປະມານສຸກເສີນມູນຄ່າກວ່າ2,7ຮ້ອຍຕື້ເຢນຫຼືປະມານ2,5ຕື້ໂດລາໂດຍນໍາເງິນຈາກຄັງແຮງສໍາຮອງມາໃຊ້ຫຼາຍມື້ຕໍ່ໜ້າສໍາລັບປະຕິບັດການປ້ອງກັນການລະບາດຂອງພະຍາດໂຄວິດ-19. ນາຍົກລັດຖະມົນຕີຍີ່ປຸ່ນຢືນຢັນວ່່າ:ຍີ່ປຸ່ນຈະດໍາເນີນວຽກງານທຸກດ້ານເທົ່າທີ່ເປັນໄປໄດ້ເພື່ອຮັບມືກັບຜົນກະທົບຈາກໂຄວິດ-19. ກ່ອນໜ້ານີ້,ຜູ້ນໍາຍີ່ປຸ່ນໄດ້ຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງພິຈາລະນາປິດໂຮງຮຽນທົ່ວປະເທດເພື່ອສະກັດກັ້ນການລະບາດດັ່ງກ່າວ.

ເມືອງສັງທອງ ເສຍຫາຍເກືອບ 200 ລ້ານກີບ ຈາກພາຍຸລະດູຮ້ອນ

ເວລາປະມານ 17:30 - 18:00 ໂມງ ຂອງວັນທີ 2 ມີນາ 2020 ໄດ້ເກີດມີພາຍຸລະດູຮ້ອນພັດຜ່ານ ເຮັດໃຫ້ມີຝົນຕົກ, ຟ້າຮ້ອງ ແລະ ໝາກເຫັບຕົກ ຢູ່ນະຄອນຫຼວງວຽງຈັນ ໂດຍເມືອງສັງທອງ ເສຍຫາຍໜັກຄິດເປັນມູນຄ່າເກືອບ 200 ລ້ານກີບ, ສ່ວນຕົວເມືອງໃນນະຄອນຫຼວງວຽງຈັນ ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ເທື່ອ. ອີງຕາມການລາຍງານຂອງຫ້ອງວ່າການເມືອງສັງທອງ ໃຫ້ຮູ້ວ່າ: ຈາກການລົງເກັບກໍາຂໍ້ມູນຕົວຈິງຢູ່ບັນດາບ້ານທີ່ໄດ້ຮັບຜົນກະທົບໃນວັນທີ 3...

ເຄືອໄໝຫັດຖະກໍາສະຫຼອງ ຄົບຮອບ 20 ປີ

ພິທີສະເຫຼີມສະຫຼອງ 20 ປີ ສ້າງຕັ້ງເຄືອໄໝຫັດຖະກໍາ ແລະ ຂຶ້ນຮ້ານໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2020 ທີ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກໍາລາວ ພ້ອມດ້ວຍພາກທຸລະກິດຊາວຊ່າງຫັດຖະກໍາເຂົ້າຮ່ວມ. ໃນງານເປັນການສັງລວມຜົນງານຕະຫຼອດ 20 ປີ ແລະ ລວບລວມເອົາບັນດາຜ້າຝ້າຍ -...

ແຈ້ງການເປັນທາງການ!! ເລື່ອນຈັດມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ແລະ ອີກ2 ງານໃຫຍ່ທີ່ແຂວງຊຽງຂວາງ

ໃນວັນທີ 3 ມີນາ 2020, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 356 /ຫສນຍ ນະຄອນຫລວງວຽງຈັນ, ເຖິງ ບັນດາທ່ານ ລັດຖະມົນຕີກະຊວງ, ຫົວຫນ້າອົງການທຽບເທົ່າ,ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ. ເລື່ອງ : ການເລື່ອນຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ...

ນາຍົກ ລົງຢ້ຽມຢາມ ບໍລິສັດ ໄຟຟ້າຫົງສາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຢ້ຽມຊົມ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໃນວັນທີ 3 ມີນາ ໂດຍມີ ທ່ານ ຄະທາຢຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍການນໍາແຂວງໄຊຍະບູລີ, ການນໍາເມືອງຫົງສາ, ຄະນະກໍາມະການບໍລິຫານ ບໍລິສັດ...

ຮອງນາຍົກ ເນັ້ນນັກສຳຫຼວດສ້າງແຜນໃຫ້ຈະແຈ້ງ

ຮອງນາຍົກ ເນັ້ນໃຫ້ນັກສຳຫຼວດແຂວງຄຳມ່ວນ ເອົາໃຈໃສ່ສ້າງແຜນເດີນສຳຫຼວດໃຫ້ຈະແຈ້ງ ເພື່ອໃຫ້ໄດ້ຂໍ້ມູນຢ່າງຄົບຖ້ວນສົມບູນ ເພື່ອເປັນບ່ອນອີງໃຫ້ແກ່ການຕີລາຄາທ່າອ່ຽງການຂະຫຍາຍຕົວທາງດ້ານເສດຖະກິດໂດຍລວມຂອງປະເທດ. ໃນວັນທີ 3 ມີນາ 2020 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນຳການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2020 ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ການສຳຫຼວດເສດຖະກິດຂອງແຂວງຄຳມ່ວນ. ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ,...

ຫັນຄຸ້ມຄອງການພັດທະນາການຄ້າ ແລະ ອຸດສາຫະກຳປຸງແຕ່ງສູ່ທັນສະໄໝ

ການຄ້າ ( ອຄ ) ໄດ້ຈັດກອງປະຊຸມສຳມະນາວິຊາການໃນຫົວຂໍ້ “ ການພັດທະນາການຄ້າ ແລະ ອຸດສາຫະກຳປຸງແຕ່ງຂອງ ສປປ ລາວ ຕາມທິດເຕີບໂຕສີຂຽວ, ຍືນຍົງ ແລະ ໃນເງື່ອນໄຂປະຕິວັດອຸດສາຫະກຳ 4.0 ”. ກອງປະຊຸມສຳມະນາດັ່ງກ່າວ ມີຂຶ້ນໃນວັນທີ 3 ມີນາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງ...

ປະໂຫຍດດີໆ! ຈາກໃບສີດາສາມາດຢຸດຜົມຫຼົ່ນໄດ້ ແລະ ສາມາດງອກຂຶ້ນມາໃໝ່ໄດ້ 100%

ອາການຜົມຫຼົ່ນເປັນບັນຫາທີ່ເກີດຂຶ້ນກັບທຸກຄົນ ໂດຍສະເພາະແມ່ນ ຜູ້ຍິງ ທີ່ພົບພົບກັບບັນຫານີ້ຫຼາຍ ແລະ ຕ້ອງທົນທຸກທໍລະມານຈາກການຜົມຫຼົ່ນ, ຜົມບາງ ອາດເກີດຈາກຫຼາຍສາເຫດ ຜົມຂາດວິຕາມິນ, ຜົມບໍ່ແຂງແຮງ ແລະ ອື່ນໆ. ສະນັ້ນ, ມື້ນີ້ພວກເຮົາໄດ້ນຳເອົາຢາຈາກທຳມະຊາດ ທີ່ມີປະສິດທິພາບທີ່ຈະຊ່ວຍແກ້ບັນຫາຜົມຫຼົ່ນຂອງຄົນທີ່ປະສົບບັນຫານີ້ບໍ່ຫຼາຍກໍໜ້ອຍ ເຮົາມາເບິ່ງນຳກັນດັ່ງນີ້: ໃບສີດາ ໄດ້ຮັບການພິສູດແລ້ວວ່າມີປະໂຫຍດໃນການບຳລຸງເກັດເລືອດໃນຄົນທີ່ເປັນພະຍາດໄຂ້ເລືອດອອກ ມັນຍັງສາມາດຊ່ວຍປ້ອງກັນຜົມຫຼົ່ນ ແລະ ຜົມບາງ ນັກວິທະຍາສາດໃຊ້ໃບສີດາເປັນປະຈຳໃນການເບິ່ງແຍງເສັ້ນຜົມ ແລະ ເຫັນວ່າມີປະ ໂຫຍດສາມາດພິຊິດບັນຫາຂອງຜົມຫຼົ່ນ...

ໂອກາດໄປເຮັດວຽກຢູ່ຍີ່ປຸ່ນມາອີກແລ້ວ ເງິນເດືອນເລີ່ມຕົ້ນທີ່ 1.200 ໂດລາ

ນັບວ່າເປັນຂ່າວດີ ສຳລັບຜູ້ທີ່ວ່າງງານ ແລະ ຜູ້ທີ່ກຳລັງຊອກວຽກເຮັດງານທຳຢູ່ປະຈຸບັນນີ້ ທາງບໍລິສັດ  ເອັນເອັມເອັດ ລາວຈຳກັດ ປະກາດຮັບພະນັກງານ ຜູ້ທີ່ມີຄວາມສົນໃຈໄປເຮັດວຽກຢູ່ ປະເທດຍີ່ປຸ່ນ ມີເງິນເດືອນເລີ່ມຕົ້ນໃຫ້ 1.200 ໂດລາຂຶ້ນໄປ. ອີງຕາມການປະກາດແຈ້ງການ ຂອງ ບໍລິສັດ ເອັນເອັມເອັດ ລາວຈຳກັດ (NMS) ເປິດຮັບສະໝັກຜູ້ທີ່ສົນໃຈໄປເຝິກອົບຣົມແລະ ເຮັດວຽກຢູ່ປະເທດຍີ່ປຸ່ນ  ຊຸດນີ້ ຈຳນວນ 30 ຄົນ...

ດີໃຈນຳ! ນັກຮຽນ ແລະ ປາຊາຊົນ ເມືອງບໍລິຄັນ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກຊາວໜຸ່ມກົມຮູບເງົາ

ເມື່ອບໍ່ດົນມານີ້, ໂຄງການ “ສາມັກຄີເພື່ອແບ່ງປັນ” ຂອງໜ່ວຍຊາວໜຸ່ມກົມຮູບເງົາ ກໍຄື ສາມອົງການຈັດຕັ້ງມະຫາຊົນຂອງກົມຮູບເງົາ ນຳໂດຍ ທ່ານ ຄຳເພົ້າ ວັນນະວົງ ເລຂາໜ່ວຍພັກ, ຮອງຫົວໜ້າກົມຮູບເງົາ, ທ່ານ ວັນນະກອນ ໄຊຍະສິດ ເລຂາຊາວໜຸ່ມເມືອງບໍລິຄັນ ແຂວງບໍລິຄຳໄຊ ແລະ ພາກສ່ວນກ່ຽວຂ້ອງ ໄດ້ນຳເອົາເຄື່ອງຊ່ວຍເຫລືອ ເປັນຕົ້ນ ອຸປະກອນການຮຽນ, ອຸປະ ກອນກິລາ...
- Advertisment -
Slide
Slide

Most Read

error: Content is protected !!