Monthly Archives: March, 2020

ສະຫາຍ ນາງ ອຸ່ນຫຼ້າ ອ້ຽງລໍລາດ ເປັນເລຂາໜ່ວຍພັກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດໃໝ່

ອາທິດຜ່ານມາ ສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະພາປະຊາຊົນ ແຂວງຫຼວງນ້ຳທາ ໂດຍມີ ສະຫາຍ ໄຊພອນ ຄູນສີລິເຮືອງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຫຼວງນ້ຳທາ, ມີຮອງເລຂາໜ່ວຍພັກ, 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ. ສະຫາຍ ກົງເພັດ ແກ້ວບົວພາ ຮອງເລຂາໜ່ວຍພັກສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານພັກໃນໄລຍະຜ່ານມາ...

5 ປີຜ່ານມາ ເສດຖະກິດຂອງເມືອງເຊບັ້ງໄຟ ຂະຫຍາຍຕົວສະເລ່ຍ 7,10% ຕໍ່ປີ

5 ປີຜ່ານມາ ເສດຖະກິດຂອງເມືອງເຊບັ້ງໄຟ ແຂວງຄຳມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 7,10% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 321 ຕື້ ກວ່າກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 1.239 ໂດລາສະຫະລັດຕໍ່ປີ. ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງ ໃນລະ ຫວ່າງວັນທີ 26 -...

ໂຄງການເສັ້ນທາງລົດໄຟ ລາວ – ຈີນ ເລີ່ມວາງລາງ

ໂຄງການທາງລົດໄຟ ລາວ - ຈີນ ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງໄປແລ້ວປະມານ 90% ທັງໄດ້ປູເຫຼັກລາງລົດໄຟທີ່ມີຄວາມຍາວເຖິງ 500 ແມັດເສັ້ນທຳອິດ. ໃນທ້າຍອາທິດຜ່ານມາທີ່ນະຄອນຫຼວງວຽງຈັນ ບໍລິສັດ ທາງລົດໄຟ ລາວ - ຈີນ ຈໍາກັດ ໄດ້ຈັດພິທີວາງລາງລົດໄຟຂຶ້ນຢ່າງເປັນທາງການ. ລາງລົດໄຟເຫຼັກຂະໜາດ 500 ແມັດ ໄດ້ຖືກວາງລົງຢູ່ທີ່ໂຄງການເສັ້ນທາງລົດໄຟ ລາວ - ຈີນ ຕອນນະຄອນຫຼວງວຽງຈັນ...

ທາດເກົ່າແກ່ ທີ່ຍັງສ້າງບໍ່ແລ້ວມາແຕ່ອະດີດຈົນຮອດປັດຈຸບັນ ທາດພູກຽວ ຫຼວງພະບາງ

ຕາມການເລົ່າສືບກັນມາວ່າ ທາດພູກຽວ ຫຼວງພະບາງ ສ້າງຂຶ້ນພ້ອມກັບພະທາດພູສີ ຫຼວງພະບາງ ໂດຍມີການແຂ່ງຂັນກັນສ້າງ ຖ້າບ່ອນໃດສ້າງແລ້ວກ່ອນ ຈະໄດ້ເປັນບ້ານເປັນເມືອງກ່ອນ ແຕ່ວ່າການສ້າງພະທາດພູສີສ້າງແລ້ວກ່ອນ ຈຶ່ງເຮັດໃຫ້ທາດພູກຽວ ບໍ່ໄດ້ຮັບການສ້າງຕໍ່ນັບແຕ່ນັ້ນມາເລີຍ ທາດພູກຽວ ໄດ້ຮັບການບູຣະນະປະຕິສັງຂອນຂຶ້ນອີກໃຫມ່ ໃນສະໄໝເຈົ້າສຸກະເສີມ ( ຂຶ້ນຄອງຣາຊ ເມື່ອປີ ຄສ 1838 - ສຸຣະຄົດ ເມື່ອເດືອນ 10 ແຮມ 10...

ດື່ມ​ນ້ຳ​ແນວ​ໃດ​ໃຫ້​ປອດ​ໄພ​ໃນ​ຍາມ​ຮ້ອນ

​ນ້ຳ​ຄືສານ​ອາຫານ​ທີ່​ສຳຄັນ​ທີ່ສຸດ​ຂອງ​ຮ່າງກາຍ​ ເພາະວ່າ 4/5 ຂອງ​ນ້ຳ​ໜັກໂຕ​ແມ່ນ​ນ້ຳ. ຄົນ​ເຮົາ​ສາມາດ​ຢູ່ໄດ້​ຫຼາຍ​ອາທິດ​ຖ້າ​ຂາດ​ອາຫານ ​ແຕ່​ຖ້າ​ຂາດ​ນ້ຳ​ຈະ​ຢູ່​ໄດ້​ແຕ່ 3-4 ມື້​ເທົ່າ​ນັ້ນ. ​ໂດຍນ້ຳ​ເປັນ​ໂຕ​ລະລາຍອາຫານ​ທີ່​ຜ່ານ​ຂະ​ບວນການ​ຍ່ອຍ​ໃນ​ກະ​ເພາະ ​​ເຊິ່ງ​ຍັງບໍ່​ທັນ​ໄດ້​ມີ​ປະລິມານ​ທີ່​​ໃຫ້​ດື່ມ​​ແບບ​ສະ​ເພາະ​ເຈາະ​ຈົງ​ໃນ​ແຕ່​ລະ​ມື້ ​ເພາະ​ການ​ສູນ​ເສຍ​ນ້ຳຂອງ​ແຕ່​ລະຄົນ​ແມ່ນ​ມີ​ປະລິມານ​ທີ່​ແຕກ​ຕ່າງ​ກັນ ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ​ການ​ດື່ມ​ນ້ຳ​ປະມານ 8 ຈອກ​ຕໍ່​ມື້​ຖື​ວ່າ​ເປັນ​ສິ່ງ​ທີ່​ດີ​ຕໍ່​ສຸຂະພາບ. ເນື່ອງ​ຈາກ​ວ່າຍາມ​ຮ້ອນຈະ​ມີ​ການ​ສູນ​ເສຍ​ເຫື່ອ​ຫຼາຍ ຄວນ​ຫຼີກ​ລ້ຽງ​ການ​ດື່ມ​ນ້ຳຫວານ ​ເພາະ​ຈະ​ຍິງ​ເຮັດ​ໃຫ້​ຫິວ​ນ້ຳ​ຫຼາຍ​ຂຶ້ນ ​ອາດ​ຈະ​ດື່ມ​ເປັນ​ນ້ຳໝາກ​ໄມ້ ຫຼື ນ້ຳ​ສະໝຸ​ນ​ໄພ​ທີ່​ບໍ່​ມີ​ລົດ​ຫວານ​ຫຼາຍ​ແທນ ​ແລະ ບໍ່​ຄວນ​ກິນ​ນ້ຳກ້ອນ ຫຼື ດື່ມ​ນ້ຳ​ທີ່​ເຢັນໆ. ​ໃນ​ສະພາບ​​ອາກາດ​ຮ້ອນ​ຕ້ອງ​ຫາ​ທາງ​ຊ່ວຍ​ດັບ​ຮ້ອນ...

ສູດ “ໝູແດດດຽວ” ເຮັດໄດ້ງ່າຍໆ ບໍ່ຈຳເປັນຕ້ອງຊື້ແພງ

ວິທີເຮັດ “ໝູແດດດຽວ” ເປັນອີກເມນູອາຫານໜຶ່ງທີ່ຜູ້ຄົນໃຫ້ຄວາມນິຍົມກິນຫຼາຍ ແລະ ຍັງສາມາດເກັບໄວ້ກິນໄດ້ດົນອີກ ພ້ອມທັງມີລົດຊາດທີ່ແຊບຫຼາຍ ບໍ່ວ່າຈະກິນກັບເຂົ້າຈ້າວ ຫຼື ເຂົ້າໜຽວ ກໍໄດ້ແລ້ວແຕ່ໃຈມັກ ຍິ່ງມີຊ໋ອດໝາກເພັດ ຫຼື ກິນກັບແຈ່ວ ກໍ່ຍິ່ງເພີ່ມຄວາມແຊບຂຶ້ນໄປອີກ ຮັບຮອງວ່າມີຫຼາຍຊຳໃດກໍ່ບໍ່ພໍກິນແນ່ນອນ ເຖິງແມ່ນວ່າມື້ໃດບໍ່ມີແດດກໍ່ຕາມ ເຮົາກໍມີວິທີເຮັດໝູແດດດຽວໄດ້ແນວໃດ? ເຮົາມາເບີ່ງສູດ ແລະ ວິທີເຮັດ ໝູແດດດຽວ ໂດຍບໍ່ຕ້ອງງໍ້ແດດນຳກັນດັ່ງຕໍ່ໄປນີ້: ວັດຖຸດິບ: 1 ຊີ້ນໝູສັນຄໍ 1...

ທີມແພດໂຮງໝໍແຂວງຫຼວງພະບາງສຸມໃສ່ປະຕິບັດໜ້າທີ່ ຂາດແຄນຜ້າອັດປາກ ຮ່ວມບໍລິຈາກໄດ້

ປັດຈຸບັນທຸກໆໜ່ວຍງານທີ່ກ່ຽວຂ້ອງ ໂດຍສະເພາະແພດໝໍຂອງແຕ່ລະເຂດ ນັບວ່າເຮັດວຽກໜັກ ແລະ ໜ້າເຫັນໃຈສຸດໆ ຍ້ອນພະຍາດອັກເສບປອດ ໂຄວິດ 19 ທີ່ລະບາດຢູ່ທົ່ວໂລກ ລວມທັງລາວເຮົາ, ສະນັ້ນ ຄວາມຫວັງສຸດຍິ່ງຕອນນີ້ຄືແພດໝໍ, ແພດເອງກໍມີໜ້າທີ່ທີ່ສຳຄັນກໍຄືປິ່ນປົວ, ປ້ອງກັນ ແລະໃຫ້ຄຳປືກສາແກ່ປະຊາຊົນ. ມາທາງແຂວງຫຼວງພະບາງ ໂຮງໝໍແຂວງຫຼວງພະບາງ ທີມແພດໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຕ້ານການລະບາດຂອງພະຍາດໂຄວິດ ເຮັດທຸກວິທີທາງເພື່ອປ້ອງກັນຕົນເອງ, ຄົນປ່ວຍ ເຖິງຈະເມື່ອຍແຕ່ກໍຕ້ອງອົດທົນ ຂໍເປັນສ່ວນໜຶ່ງສົ່ງກຳລັງໃຈໃຫ້ບັນດາທີມແພດ, ທ່ານໝໍເດີ້! ໃນທ່າມກາງແພດໝໍ-ພະຍາບານ...

ຕາມນີ້! ຢ່າຟ້າວແຕກຕື່ນ ມີຫຼາຍກິດຈະການທີ່ສາມາດເປີດບໍລິການໄດ້ ຕາມຄໍາສັ່ງນາຍົກ

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຮຸນແຮງຂຶ້ນທຸກມື້ໃນທົ່ວໂລກ ລວມທັງລາວເຮົາເອງ ເຮັດໃຫ້ລັດຖະບານຕ້ອງມີມາດຕະການທີ່ເຂັ້ມງວດເພື່ອຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ໂດຍຫຼ້າສຸດນາຍົກໄດ້ອອກຄໍາສັ່ງ 18 ຂໍ້ທີ່ທຸກຄົນຕ້ອງປະຕິບັດ ເຊິ່ງໜຶ່ງໃນນັ້ນແມ່ນການຫ້າມເປີດບໍລິການຫຼາຍສະຖານທີ່ ແລະ ຫຼາຍກິດຈະກໍາ ແຕ່ກໍ່ຍັງມີບາງກິດຈະການທີ່ຍັງສາມາດເປີດບໍລິການໄດ້ເພື່ອຮັບປະກັນການຕິດຕໍ່ວຽກງານ ຫຼື ສະໜອງສະບຽງອາຫານແກ່ປະຊາຊົນໃຫ້ພຽງພໍ. ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ການຕ້ານພະຍາດໂຄວິດ 19 ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ...

ດ່ວນ! ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ ເລີ່ມ 1ເມສາເປັນຕົ້ນໄປ

ເພື່ອເປັນການສະກັດກັ້ນ, ກັນການລະບາດ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ ເຮັດໃຫ້ລັດຖະບານຕ້ອງມີມາດຕະການເຂັ້ມງວດໃນທຸກດ້ານ ເຊິ່ງໜຶ່ງໃນນັ້ນແມ່ນການໂຈະການບໍລິການຂົນສົ່ງໂດຍສານຊົ່ວຄາວທຸກປະເພດ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1-10ເມສາ ນີ້. ອີງຕາມແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ພະແນກ ຍທຂ ນະຄອນຫຼວງວຽງຈັນ; ເລື່ອງ: ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານພາຍໃນແຂວງ, ສາຍຕ່າງແຂວງ ແລະຕ່າງປະເທດ ສະບັບເລກທີ 2157/ຍທຂ.ນວ, ລົງວັນທີ...

ມາຕາມສັນຍາ! ແຈັກມາ ຊ່ວຍເຫຼືອນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ແກ່ລາວ 20ພັນກວ່າຊຸດ

ຈາກກ່ອນໜ້ານີ້ ແຈັກມາ ມະຫາເສດຖີຊາວຈີນໄດ້ອອກມາປະກາດກ່ຽວກັບການຈະມອບເຄື່ອງຊ່ວຍເຫຼືອ, ອຸປະກອນການແພດຕ່າງໆ ໃຫ້ແກ່ ສປປ ລາວ ຫວ່າງບໍ່ດົນມານີ້, ຫຼ້າສຸດ ວັນທີ 30 ມີນາ 2020 ແຈັກມາເຮັດຕາມສັນຍາ ແລະ ມາໄວທັນໃຈ ສົ່ງນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 20.064 ຊຸດ ມູນຄ່າ 129.011 ໂດລາສະຫະລັດ ມາຮອດລາວແລ້ວ. ເຊິ່ງໃນວັນທີ...
- Advertisment -
Slide
Slide

Most Read

error: Content is protected !!