Monthly Archives: March, 2020

ໜຸ່ມໂຈໂຈ້ ປ້ອງກັນພະຍາດໂຄວິດ – 19 ຕ້ອງເລີ່ມຈາກຕົນເອງ

ບັນຫາສຸຂະພາບເປັນສິ່ງທີ່ທຸກຄົນໃຫ້ຄວາມສໍາຄັນ ຍິ່ງເປັນໄລຍະທີ່ຕ້ອງສູ້ກັບພະຍາດໂຄວິດ - 19 ກໍຕ້ອງເພີ່ມການເບິ່ງແຍງສຸຂະພາບໃຫ້ແຂງແຮງ ພ້ອມທັງປະຕິບັດຕາມກະຊວງສາທາລະນະສຸກ ເພິ່ນແນະນຳເພື່ອປ້ອງກັນຕົວທ່ານ ແລະ ຄົນອື່ນໂດຍ ໜຸ່ມໂຈໂຈ້ ກໍເຊັ່ນກັນກ່ຽວກັບການປ້ອງກັນພະຍາດໂຄວິດ - 19 ແມ່ນຕ້ອງເລີ່ມຈາກຕົນເອງໃນການປະຕິບັດ. ຈິລະສັກ ສາຍສະໜິດ ຫຼື ໂຈໂຈ້ ນັກຮ້ອງ ແລະ ຜູ້ກຳກັບ ໃຫ້ສໍາພາດວ່າ: ສຳລັບຕົນເອງພະຍາດໂຄວິດ - 19...

ຄັບເຄັກຊ໋ອກໂກແລັດສູດ Low Fat

ເອົາໃຈຜູ້ທີ່ມັກຊ໋ອກໂກແລັດ, ແຕ່ຮັບຮອງວ່າສູດນີ້ເໝາະສໍາລັບສາວໆທີ່ກໍາລັງຫຼຸດນໍ້າໜັກເພາະເປັນສູດ Low Fat ແຕ່ກໍຄວນກິນໃນປະລິມານທີ່ເໝາະສົມ. ສ່ວນປະສົມ: 1 ແປ້ງໂຮວີດ 1 ບ່ວງແກງ ຫຼື ຈະໃຊ້ເປັນແປ້ງສາລີອະເນກປະສົງແທນກໍໄດ້. 2 ຜົງໂກໂກ້ແບບບໍ່ມີນ້ຳຕານປະສົມ 1 ບ່ວງແກງ. 3 ເບກກິ້ງໂຊດາ 1/8 ບ່ວງກາເຟ ( 1 pinch ). 4 ເກືອ 1/8 ບ່ວງກາເຟ. 5 ນ້ຳຕານ...

ມາເບິ່ງເສັ້ນທາງຂອງ ສຸກັນ ເຈົ້າຂອງຫຼຽນຄຳໜຶ່ງດຽວໃນຊີເກມ 2019 ກັບຄວາມຫຼົງໄຫຼໃນກີລາຕໍ່ສູ້

ມາຮອດປີ 2020 ບໍ່ມີໃຜທີ່ບໍ່ຮູ້ຈັກກັບ ທ້າວ ສຸກັນ ໄຕປັນຍາວົງ ( ນ້ອງໂອ ) ນັກກີລາມວຍຄິກບ໊ອກຊິ້ງ ( Kickboxing ) ທີມຊາດລາວ ທີ່ກາຍເປັນນັກກີລາໜຶ່ງດຽວຂອງ ສປປ ລາວ ຄວ້າຫຼຽນຄຳໃຫ້ທັບນັກກີລາລາວ ໃນງານມະຫະກຳກີລາ ຊີເກມ ຄັ້ງທີ 30 ທີ່ຟີລິບປິນ ເມື່ອປີ...

5 ສິ່ງທີ່ຜະລິດຕະພັນລາວຄວນປັບປຸງເພື່ອການແຂ່ງຂັນ

ສາເຫດເປັນຍ້ອນຫຍັງສິນຄ້າຂອງຄົນລາວທີ່ຜະລິດໃນລາວ ຈຶ່ງບໍ່ສາມາດຕີຕະຫຼາດໄດ້ຄືສິນຄ້າຈາກຕ່າງປະເທດ ຈາກບົດຄວາມໂດຍ ອາຈານ ມະລິວັນ ວໍລະເດດ ຜູ້ອຳນວຍການສູນຝຶກອົບຮົມ ແລະ ພັດທະນາຜູ້ປະກອບການດ້ານທຸລະກິດ ຈາກທີ່ໄດ້ສຳຫຼວດ ແລະ ສຶກສາມາພົບວ່າມີ 5 ຂໍ້ ຄື: 1 ສິນຄ້າລາວຍັງຂາດການສຶກສາຄວາມເປັນໄປໄດ້, ຄວາມຕ້ອງການຂອງຕະຫຼາດ ແລະ ພຶດຕິກຳຜູ້ບໍລິໂພກ. ສິ່ງສຳຄັນກ່ອນການຜະລິດສິນຄ້າຄືຜູ້ປະກອບການຄວນສຶກສາ ແລະ ວິໄຈຕະຫຼາດກ່ອນ, ເກັບກຳຂໍ້ມູນຈາກສະພາບຄວາມເປັນຈິງ, ຂໍ້ມູນການຕະຫຼາດຄືຫົວໃຈສຳຄັນກ່ອນການຜະລິດສິນຄ້າ ເພາະການສຶກສາການຕະຫຼາດກ່ອນການຜະລິດຈະຊ່ວຍໃຫ້ເຮົາສ້າງຮູບແບບທາງທຸລະກິດໄດ້ດີ. 2...

ເລີ່ມ 1 ເມສາ ວັດອົງແສນ ສຸກຂະຣາມ ບ້ານສະແຄະ ຈະໂຈະທຸກກິດຈະກຳທີ່ມີມວນຊົນເຂົ້າຮ່ວມຫຼາຍ

ຈາກສະພາບການລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຫຼາຍປະເທດໄດ້ມີການເພີ່ມມາດຕະການປ້ອງກັນ, ຄວບຄຸມຢ່າງເຂັ້ມງວດ. ສະເພາະ ສປປ ລາວ ເອງ ກໍ່ໄດ້ມີມາດຕະການຄຸມເຂັ້ມໃນການປ້ອງກັນ, ຄວບຄຸມການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍລັດຖະບານ ໄດ້ມີຄຳສັ່ງໃຫ້ໂຈະຊົ່ວຄາວທຸກງານກິດຈະກຳ, ງານສະຫຼອງ ທີ່ມີມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ. ຫຼ້າສຸດ, ວັດອົງແສນ ສຸກຂະຣາມ, ບ້ານສະແຄະ ເມືອງ ໄຊເສດຖາ ແຂວງ ອັດຕະປື ກໍ່ໄດ້ສັ່ງໂຈະຊົ່ວຄາວ ບໍ່ໃຫ້ເຮັດກິດຈະກຳຕ່າງໆທີ່ມີມວນຊົນເຂົ້າຮ່ວມຫຼາຍ. ທັງນີ້,...

ກະຊວງການຄ້າ ອະນຸຍາດໃຫ້ 2 ບໍລິສັດ ຈຳໜ່າຍຜ້າອັດປາກ-ດັງ ໃນລາຄາ 50.000 ກີບ/ກັບ

ເພື່ອແກ້ໄຂບັນຫາ ການຂາດແຄນອຸປະກອນປ້ອງກັນຕົນເອງ ໂດຍສະເພາະຜ້າປິດປາກ-ດັງ, ລັດຖະບານ ກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າໄດ້ເຫັນດີ ຕົກລົງໃຫ້ 2 ບໍລິດສັດຄື: ບໍລິສັດ ຊີບີເອຟ (CBF) ຟາຣມາ ຈໍາກັດ ແລະ ບໍລິສັດ ວຽງທອງການຢາ ຈໍາກັດ ເປັນຜູ້ຈໍາໜ່າຍຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ...

ບໍລິສັດ ບີເອັມທີ ໄດ້ຮັບລາງວັນນັກທຸລະກິດດີເດັ່ນ ປະຈໍາປີ 2019

ບໍລິສັດ ບົວໄລມັງກອນທອງ ຂຸດຄົ້ນຖ່ານຫີນ ຈໍາກັດຜູ້ດຽວ ( BMT ) ດໍາເນີນທຸລະກິດກ່ຽວກັບການຂຸດຄົ້ນ - ຜະລິດ ແລະ ຈໍາໜ່າຍຖ່ານຫີນຢູ່ແຂວງຫຼວງນໍ້າທາ ນັບແຕ່ປີ 2014 ເປັນຕົ້ນມາ ເຊິ່ງບໍລິສັດໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຕາມແຜນການດໍາເນີນງານຂອງບໍລິສັດທີ່ໄດ້ເຊັນສັນຍາສໍາປະທານຂຸດຄົ້ນຖ່ານຫີນກັບລັດຖະບານ ລວມທັງປະຕິບັດພັນທະອາກອນ ແລະ ພັດທະນາອົງກອນໃຫ້ມີຄວາມກ້າວໜ້າທັນສະໄໝເລື້ອຍໆ. ມາຮອດປີ 2019 ທາງບໍລິສັດໄດ້ມີການຂຸດຄົ້ນຖ່ານຫີນເພື່ອຜະລິດ - ຈໍາໜ່າຍຢູ່ພາຍໃນ ແລະ...

ຜູ້ເສຍຊີວິດຈາກ ໂຄວິດ-19 ໃນອາເມລິກາ ເພິ່ມຂຶ້ນກວ່າ 3 ພັນຄົນ

ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ພາກຊີວິດປະຊາຊົນໃນອາເມຣິກາຫຼາຍກວ່າ 3.000 ຄົນ ຂະນະທີ່ ເຮືອໂຮງໝໍຂອງກອງທັບເຮືອສະຫະລັດໄດ້ຈອດທຽບທ່າໃນນະຄອນນິວຢອກເຊິ່ງເປັນເຂດວິດກິດທີ່ສຸດໃນປະເທດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນຈັນ ທີ 30 ມີນາ ວ່າ ສູນຄົ້ນຄວ້າຂອງມະຫາວິທະຍາໄລຈອນ ຮອບກິນສ໌ ໄດ້ລາຍງານສະຖານະການຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ໃນອາເມຣິກາ ວ່າ ຈຳນວນຜູ້ເສຍຊີວິດເພິ່ມຂຶ້ນຢ່າງໜ້ອຍ 3.008 ຄົນ ຈາກຈຳນວນຜູ້ປ່ວຍສະສົມຢ່າງໜ້ອຍ...

ໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ 426 ບ້ານໃນທົ່ວແຂວງ

ທົ່ວແຂວງໄຊຍະບູລີ ມີໄຟຟ້າໃຊ້ກວມເອົາ 100% ຂອງບ້ານທັງໝົດໃນນີ້ເທົ່າກັບ 98,30% ຂອງຄອບຄົວທັງໝົດ. ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງໄຊຍະບູລີ ມີໄຟຟ້າເຂົ້າເຖິງແລ້ວ 432 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານທັງໝົດ, ປະຊາຊົນໄດ້ໃຊ້ໄຟຟ້າແລ້ວ 76.743 ຄອບຄົວ ເທົ່າກັບ...

ຊົມເຊີຍ! ຄະນະຊາວໜຸ່ມຄອມມູນິດໂຮ່ຈິມິນ ມອບເຄື່ອງຊ່ວຍເຫຼືອຊາວໜຸ່ມລາວ ມູນຄ່າ 150 ລ້ານກີບ

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ອັນສົ່ງຜົນກະທົບຫຼາຍດ້ານຕໍ່ລາວເຮົາ ເຮັດໃຫ້ລັດຖະບານຕ້ອງໄດ້ມີມາດຕະການຄຸມເຂັ້ມເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດນີ້. ແຕ່ຕໍ່ກັບວິກິດການແບບນີ້ ກໍ່ເປັນອີກເຫດການທີ່ເຮັດໃຫ້ເຫັນໄດ້ເຖິງນໍ້າໃຈຈາກຫຼາຍພາກສ່ວນທີ່ຫຼັ່ງໄຫຼເຂົ້າມາລາວເຮົາທັງພາຍໃນ ແລະ ຕ່າງປະເທດ. * ໂດຍຫຼ້າສຸດ, ວັນທີ 30 ມີນາ 2020 ທີ່ດ່ານ ລາວບ່າວ ແຂວງສະຫວັນນະເຂດ, ສປປ ລາວ; ຄະນະຊາວໜຸ່ມຄອມມູນິດໂຮ່ຈິມິນ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ລວມມູນຄ່າ 400.000.000...
- Advertisment -
Slide
Slide

Most Read

error: Content is protected !!