ຊາໃບຂີ້ຫູດຊ່ວຍແກ້ບັນຫາຄວາມດັນເລືອດສູງ

152

ໃບຂີ້ຫູດສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເປັນ ຄວາມດັນເລືອດສູງ ຫຼື ຜູ້ທີ່ເປັນຢູ່ແລ້ວໃຫ້ເປັນປົກກະຕິໄດ້ ໂດຍບໍ່ຕ້ອງກິນຢາຫຼຸດຄວາມດັນ. ດັ່ງນັ້ນ, ຈຶ່ງໄດ້ຄົ້ນຫາກ່ຽວກັບຄຸນປະໂຫຍດຂອງໃບຂີ້ຫູດມາຝາກເພີ່ມຕື່ມ.

ໃບຂີ້ຫູດເປັນຢາພື້ນເມືອງທີ່ມີສັບພະຄຸນທາງຢາຫຼາຍໆຢ່າງ ໂດຍປົກກະຕິແມ່ນຈະນິຍົມໃຊ້ໃບຂີ້ຫູດ ແລະ ໝາກຂີ້ຫູດມາເຂົ້າໃຊ້ໃນສ່ວນປະກອບຂອງການປຸງແຕ່ງອາຫານ ແຕ່ໃນປຶ້ມຢາພື້ນເມືອງໃຊ້ຊ່ວຍຫຼຸດຄວາມດັນເລືອດ ແລະ ໄດ້ບັນທຶກໄວ້ອີກ ວ່າ: ໃນໃບຂີ້ຫູດມີປະສິດທິພາບຊ່ວຍຕ້ານເຊື້ອພະຍາດໄດ້ອີກດ້ວຍ ໂດຍການນຳເອົາໃບຂີ້ຫູດມາເຮັດເປັນຊາດື່ມເຊົ້າ – ແລງຈະສາມາດຊ່ວຍໃຫ້ເປັນປົກກະຕິໄດ້.

ວິທີເຮັດຊາໃບຂີ້ຫູດ:

  • ເອົາໃບຂີ້ຫູດແກ່ມາກຳໜຶ່ງ ຫຼື ປະມານ 10 – 15 ໃບກໍໄດ້, ນຳມາລ້າງໃຫ້ສະອາດເອົາໄປຕົ້ມໃສ່ນ້ຳປະມານ 4 ຈອກ ໃຫ້ຟົດປະມານ 15 ນາທີ ແລະ ເອົາມາດື່ມເປັນຊາໄດ້ເລີຍ ແຕ່ຖ້າຕ້ອງການດື່ມງ່າຍຂຶ້ນໃຫ້ຕື່ມນ້ຳຕານຊາຍແດງລົງປະມານ 1 ບ່ວງແກງ ຫຼື ແລ້ວແຕ່ມັກ, ດື່ມເປັນປະຈຳຈະຊ່ວຍໃຫ້ຮ່າງກາຍສົດຊື່ນ ແລະ ມີສຸຂະພາບທີ່ດີຂຶ້ນ.

( ຮຽບຮຽງຈາກ: thai-thaifood.com )