ດ່ວນ! ຈາກຄະນະເລຂາທິການສູນກາງພັກ ສັ່ງໂຈະທຸກກິດຈະກໍາ ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່

108

ເພື່ອປະຕິບັດຕາມຄຳສັ່ງເລກທີ ຄໍາສັ່ງຂອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເລກທີ 06/ນຍ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຫຼັງຈາກ ສປປ ລາວ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ ຈຳນວນ 9 ກໍລະນີ. ສະນັ້ນ, ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດແພ່ລາມສູ່ວົງກວ້າງ ລັດຖະບານ ກໍ່ຄືຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ວາງມາດຕະການຢ່າງເຂັ້ມງວດເປັນຕົ້ນແມ່ນ ການສັ່ງໂຈະທຸກງານສັງສັນ, ງານປະເພນີ, ງານສະຫຼອງສຳຄັນຂອງຊາດ ທີ່ມີມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ຫຼ້າສຸດ, ອີງຕາມແຈ້ງການຂອງ ຄະນະເລຂາທິການສູນກາງພັກ, ບໍລິຫານງານສູນກາງພັກ ອອກແຈ້ງການ ສະບັບເລກທີ 02/ຄລສພ ລົງວັນທີ 31 ມີນາ 2020 ເຖິງ: ເລຂາຄະນະບໍລິຫານງານພັກແຂວງ-ນະຄອນຫຼວງວຽງຈັນ, ເລຂາຄະນະພັກກະຊວງ-ອົງການ ໃນທົ່ວປະເທດໃຫ້ໂຈະການດໍາເນີນກອງປະຊຸມໃຫຍ່ ແລະ ທຸກກິດຈະກໍາກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ໃນທົ່ວອົງຄະນະພັກຂັ້ນຕົນ.

ນໄລຍະຜ່ານມາ ຄະນະພັກ, ຄະນະປະຈໍາພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຕົນ ໂດຍເລີ່ມແຕ່ຮາກຖານຂຶ້ນມາ, ສໍາລັບຢູ່ຂັ້ນທ້ອງຖິ່ນ ໄດ້ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ສໍາເລັດເປັນສ່ວນຫຼາຍ ແລະ ພວມກ້າວເຂົ້າສູ່ການກະກຽມດໍາເນີນ ກອງປະຊຸມໃຫຍ່ອົງຄະນະພັກແຂວງ-ນະຄອນຫຼວງວຽງຈັນ; ຢູ່ຂັ້ນກະຊວງ-ອົງການ ກໍພວມສືບຕໍ່ສຸມໃສ່ກະກຽມດໍາເນີນ ກອງປະຊຸມໃຫຍ່ຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ-ອົງການຕົນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ-ອົງການ ຕາມແຜນທີ່ກໍານົດໄວ້.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ແຕ່ເນື່ອງຈາກວ່າສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຍັງສືບຕໍ່ເພີ່ມຂຶ້ນ ໃນຫຼາຍປະເທດໃນໂລກ, ສໍາລັບ ສປປ ລາວ ເຖິງວ່າພັກ-ລັດຖະບານ ໄດ້ມີມາດຕະການສະກັດກັ້ນ ແລະ ກັນການລະບາດ ພະຍາດນີ້ ຢ່າງຈິງຈັງໃນຜ່ານມາ, ແຕ່ກໍໄດ້ກວດພົບຜູ້ຕິດເຊື້ອ ແລະ ມີຄວາມສ່ຽງ ທີ່ຈະມີການແພ່ລະບາດໃນທົ່ວປະເທດ.

ສະນັ້ນ ເພື່ອເປັນການສະກັດກັ້ນ ແລະ ກັນການລະບາດພະຍາດດັ່ງກ່າວ ຄະນະເລຂາທິການສູນກາງພັກ ຈຶ່ງແຈ້ງມາຍັງເລຂາຄະນະ ບໍລິຫານງານພັກແຂວງ-ນະຄອນຫຼວງວຽງຈັນ, ເລຂາຄະນະພັກກະຊວງ-ອົງການ ໃນທົ່ວປະເທດ ດັ່ງນີ້:

1 ໃຫ້ໂຈະການດໍາເນີນກອງປະຊຸມໃຫຍ່ ແລະ ທຸກກິດຈະກໍາກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຕ່ລະຂັ້ນ ຈົນຮອດວັນທີ 24 ເມສາ 2020.

2 ໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ສູມໃສ່ຊີ້ນໍາ-ນໍາພາສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເຫັນໄດ້ໄພອັນຕະລາຍຂອງພະຍາດໂຄວິດ-19 ເພື່ອພ້ອມກັນສະກັດກັ້ນ ແລະ ກັນພະຍາດດັ່ງກ່າວ ດ້ວຍການຈັດຕັ້ງ ປະຕິບັດບັນດາມາດຕະການຕ່າງໆ ທີ່ລັດຖະບານ ໄດ້ກໍານົດອອກຢ່າງເດັດຂາດ ແລະ ເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງເລຂາຄະນະບໍລິຫານງານພັກແຂວງ-ນະຄອນຫຼວງວຽງຈັນ, ເລຂາຄະນະພັກກະຊວງ-ອົງການ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.