ແຈ້ງດ່ວນ! ເຖິງນັກສຶກສາລາວ ຢູ່ຫວຽດນາມຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງໂຮງຮຽນ

232

ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ໄດ້ແຜ່ລາມໄປໃນຂອບເຂດທົ່ວໂລກ ສະນັ້ນ, ບັນດາປະເທດຕ່າງໆໃນທົ່ວໂລກໄດ້ມີມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຄັ່ງຄັດໂດຍຫ້າມຄົນຕ່າງປະເທດເຂົ້າມາຢ່າງເດັດຂາດ, ຢູ່ ສປປ ລາວເຮົາກໍເຊັ່ນດຽວກັນ ດັ່ງນັ້ນ ທາງກະຊວງສຶກສາ ຈຶ່ງແຈ້ງມາຍັງນັກສຶກສາລາວທີຢູ່ ແຂວງຮ່າຕິ່ງ ສສ ຫວຽດນາມ ແມ່ນໃຫ້ສືບຕໍ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງໂຮງຮຽນທີ່ ສສ ຫວຽດນາມ.

ພາບປະກອບຂ່າວ

ໂດຍອີງຕາມ ໜັງສືແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 404/ສສກ ລົງວັນທີ 31 ມີນາ 2020 ກ່ຽວນັກສຶກສາລາວຢູ່ ສສ ຫວຽດນາມ ອີງຕາມ ຄໍາສັ່ງຂອງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ, ລົງວັນທີ29/3/2020 ອີງຕາມຫນັງສືຈາກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ, ສສ ຫວຽດນາມ ສະບັບເລກທີ 121/ກສ.ດນ, ລົງວັນທີ 30 ມີນາ 2020. ແລະ ຫນັງສືສະເໜີຂອງເຈົ້າແຂວງຂອງແຂວງ ພາກກາງ ແລະ ໃຕ້, ກະຊວງສຶກສາທິການ ແລະ ກິລາ ຈິ່ງແຈ້ງການເຖິງບັນດາພະແນກສຶກສາທິການ ແລະກິລາ ແຂວງ, ນະຄອນຫຼວງໃນທົ່ວປະເທດກ່ຽວກັບສະພາບຂອງນັກສຶກສາລາວ ຢູ່ແຂວງຮ່າຕິ່ງ ສສ ຫວຽດນາມ ແລະ ທັດສະນະຂອງກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການຂໍກັບຄືນປະເທດ ຂອງນັກສຶກສາລາວດັ່ງນີ້:

ພາບປະກອບຂ່າວ

1 ໃນໄລຍະຜ່ານມາຝ່າຍ ສສ ຫວຽດນາມ ກໍຄືໂຮງຮຽນ ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ດູແລເບິ່ງແຍງນັກສຶກສາລາວເປັນຢ່າງດີ, ມີການກວດສຸຂະພາບ ແລະ ຈັດຫາອາຫານບໍ່ໃຫ້ຂາດແຄນ. ປັດຈຸບັນຫວຽດນາມກໍມີມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຄັ່ງຄັດໂດຍຫ້າມຄົນຕ່າງປະເທດເຂົ້າມາຢ່າງເດັດຂາດ ໂດຍໃຊ້ມາດຕະການຄືກັບ ສປປ ລາວ.

ພາບປະກອບຂ່າວ

2 ຖ້າວ່ານັກສຶກສາລາວຢູ່ທີ່ແຂວງຕ່າງໆຂອງ ສສ ຫວຽດນາມ ໂດຍສະເພາະ ຢູ່ແຂວງຮ່າຕິ້ງຫາກມີຄວາມປະສົງຈະກັບຄືນປະເທດໃນໄລຍະນີ້, ຕາມທັດສະນະຂອງກະກຊວງສຶກສາທິການ ແລະ ກິລາ ແມ່ນໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງໂຮງຮຽນທີ່ ສສ ຫວຽດນາມ.

ພາບປະກອບຂ່າວ

3 ຖ້າວ່າແຂວງໃດມີຈຸດປະສົງຢາກໃຫ້ນັກສຶກສາລາວກັບຄືນປະເທດ, ໃຫ້ລາຍງານການນໍາແຂວງ, ປະສານສົມ ທົບກັບກະຊວງການຕ່າງປະເທດ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ19 ຢູ່ຂັ້ນສູນກາງ ສາກ່ອນ.

ພາບປະກອບຂ່າວ