ດີໃຈລາວຍັງຮັກສາໄດ້ຕົວເລກຜູ້ຕິດເຊື້ອໂຄວິດທີ່ 9 ຄົນບໍ່ມີເພີ່ມ

136

ໃນວັນທີ 31 ມີນາ 2020 ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ , ຜູ້ປະຈໍາການຄະນະສະເພາະກິດ ພ້ອມດ້ວຍຄະນະ ໄດ້ຖະແຫຼງຂ່າວປະຈຳວັນ ເຖິງສະພາບການລະບາດຂອງພະຍາດໂຄວິດ-19ໃນລາວ, ເຊິ່ງລາຍງານຫຼ້າສຸດມື້ນີ້ ບໍ່ມີຜູ້ຕິດເຊື້ອເພີ່ມ, ຍອດລວມຍັງຄົງທີ່ 9 ຄົນ.

ທ່ານກ່າວຕື່ມວ່າ:ມາຮອດປະຈຸບັນນີ້ໄດ້ກວດວິເຄາະກໍລະນີສົງໄສທັງໝົດມີ 407 ກໍລະນີ , ສະເພາະວັນທີ 30 ມີນາ 2020 ສົງໄສ 31ກໍລະນີ ແຕ່ຜົນກວດເປັນລົບ ນັ້ນໝາຍຄວາມວ່າ ໃນວັນທີ 31 ມີນາ ບໍ່ມີຜູ້ຕິດເຊື້ອເພີ່ມ. ສ່ວນຕົວເລກຜູ້ທີ່ໃກ້ຊິດ ຫຼື ສໍາຜັດກັບຜູ້ຕິດເຊື້່ອທັງ 9ກໍລະນີມີທັງໝົດ 183ຄົນ.

ຂະນະທີ່ຜູ້ຕິດເຊື້ອໃນທົ່ວໂລກ ອີງຕາມການລາຍງານຂອງ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health (31 ມີນາ 2020) ຢູ່ທີ່ 786.228 ຄົນ, ເພີ່ມຂຶ້ນ 62.900 ຄົນ; ປິ່ນປົວຫາຍດີແລ້ວ 166.041 ຄົນ, ເພີ່ມຂຶ້ນ 14.050 ຄົນ ແລະ ເສຍຊີວິດ 37.820 ຄົນ, ເພີ່ມຂຶ້ນ 3.815 ຄົນ.