ແຂວງຈຳປາສັກ ປະກາດພະນັກງານການນຳ 7 ທ່ານ ອອກພັກການຮັບອຸດໜູນບຳນານ

198

ແຂວງຈຳປາສັກໄດ້ຈັດພິທີປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງແຂວງຈຳປາສັກໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31ມີນາ 2020 ທີ່ຫ້ອງວ່າການແຂວງຈຳປາສັກໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ ບຸນຖອງ ດີວິໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ,ມີຄະນະປະຈຳພັກແຂວງ,ກຳມະການພັກແຂວງ,ເລຂາພັກເມືອງ9ເມືອງ1ນະຄອນ,ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.


ໃນພິທີ ທ່ານ ມະນີວົງ ແສນລາດ ຫົວໜ້າພະແນກພາຍໃນແຂວງຈຳປາສັກໄດ້ຜ່ານມະຕິຕົກວົງຂອງຄະນະເລຂາສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບ ອຸດໜູນບຳນານຄື:

1.ທ່ານ ນາງ ປອ ນິກຄຳ ບົວສີສຸກ ກຳມະການພັກແຂວງຜູ້ອຳນວຍການໂຮງຮຽນການເມືອງການປົກຄອງ,

2.ທ່ານ ດຣ ສົມກຽດ ວໍລະລາດກຳມະການພັກແຂວງ ຫົວໜ້າພະແນກສາທາແຂວງ

3.ທ່ານ ບົວໄລ ຊາພັກດີ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ

4.ທ່ານ ນະລົງສັກ ຊາຕະກຸນ ກຳມະການພັກແຂວງປະທານອົງການກວດສອບປະຈຳພາກໃຕ້

5.ທ່ານ ສົມບັດ ແສນພັນຊ່ອງ ກຳມະການພັກແຂວງຫົວໜ້າພະແນກອຸດສະຫະກຳອລະການຄ້າແຂວງ

6.ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງຫົວໜ້າພະແນກຍຸຕິທຳແຂວງ

7.ທ່ານ ຄຳໄສ ໝື່ນຫຼວງ ກຳມະການພັກແຂວງຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມແຂວງ

ຈາກນັ້ນ ທ່ານ ສີເລືອງ ສັກຂັນ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກຕົກຂອງຄະນະປະຈຳພັກແຂວງວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກຄືແຕ່ງຕັ້ງທ່ານ ຄຳຕັນ ຊົມພັນດອນ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ,ແຕ່ງຕັ້ງທ່ານ ສົມສີ ມະນີນິນ ເປັນຫົວໜ້າຄະນະຈັດຕັ້ງແຂວງ.

ແຕ່ງຕັ້ງທ່ານ ປອ ບົວເພັດ ສີບຸນເຮືອງ ຫົວໜ້າຂະແໜງຈັດຕັ້ງນະໂຍບາຍ ເປັນຮອງຫົວໜ້າຄະນະຈັດຈັ້ງແຂວງ ເເລະ ທ່ານ ວິໄລສັກ ສູນທອນ ຫົວໜ້າຂະແໜງຄຸ້ມຄອງ ກໍ່ສ້າງພະນັກງານ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ.

ທີ່ມາ:Phommasoukha Thounthongchay