ອຸຕຸເຕືອນ! 1-4 ເມສາ ຈະມີຝົນຕົກ, ຟ້າເຫຼື້ອມ, ຟ້າຜ່າ ພ້ອມມີລົມພັດແຮງໃນແຕ່ລະພາກ

349

ຄໍາເຕືອນ: ໃນໄລຍະວັນທີ 01 ຫາ 04 ເມສາ 2020 ຈະເກີດມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຍ້ອນຄວາມກົດດັນສູງຂອງອາກາດເປັນຈະແຜ່ລົງມາປົກຄຸມ ສົມທົບກັບກະແສລົມຕາ ເວັນຕົກສ່ຽງໃຕ້ມີກໍາລັງປານກາງພັດປົກຄຸມ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກ ພາກສ່ວນຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂຶ້ນໃນຕໍ່ຫນ້າ, ໃຫ້ຫຼີກລ່ຽງຢູ່ບ່ອນເປີດແປນ, ຕົ້ນໄມ້ໃຫຍ່ ແລະ ອາຄານທີ່ປູກ ສ້າງບໍ່ທັນສໍາເລັດ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 30 ມີນາ ຫາ 05 ເມສາ 2020 ວ່າ: ໃນໄລຍະວັນທີ 30 ຫາ 31 ມີນາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງຫາແຮງ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມປັນສ່ວນໃຫຍ່ ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ. ຈາກນັ້ນ, ວັນທີ 01 ຫາ 05 ເມສາ ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈະແຜ່ລົງມາປົກຄຸມປະເທດລາວ ດ້ວຍກໍາລັງປານກາງ, ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 30 ຫາ 31 ມີນາ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ. ຈາກນັ້ນ, ວັນທີ 01 ຫາ 05 ເມສາ ອາກາດຈະຮ້ອນຂຶ້ນ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼືອມ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ17-19 ອົງສາ ແລະ ສູງສຸດ 31-33 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 30 ມີນາ ຫາ 05 ເມສາ ອາກາດຈະຮ້ອນຫາຮ້ອນເອົ້າ, ພ້ອມຈະມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຫຼວງນ້ໍາທາ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕ່ໍາສຸດໃນລະຫວ່າງ 20-22 ອົງສາ ແລະ ສູງສຸດໃນລະຫວ່າງ 37 – 39 ອົງສາ.

ພາກກາງ: ໃນໄລຍະວັນທີ 30 ມີນາ ຫາ 5 ເມສາ ອາກາດຍັງຈະຮ້ອນຫາຮ້ອນ ເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ໍາສຸດ 21-25 ອົງສາ ແລະ ສູງສຸດ 37- 39 ອົງສາ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ; ໃນໄລຍະວັນທີ 30 ມີນາ ຫາ 05 ເມສາ ອາກາດໜາວເຢັນພ້ອມຈະມີໝອກປາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດປູ່ບາງບໍລິເວນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 13 – 15 ອົງສາ ແລະ ສູງສຸດ 29-31 ອົງສາ.

ພາກໃຕ້: ໃນໄລຍະວັນທີ 30 ມີນາ ຫາ 05 ເມສາ ອາກາດຍັງຈະຮ້ອນຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວ ໄປໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື, ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 37 – 39 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 30 ມີນາ ຫາ 05 ເມສາ ອາກາດຍັງຈະເຢັນຫາໜາວເຢັນ ແລະ ຈະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 15-17 ອົງສາ ແລະ ສູງສຸດ 26 28 ອົງສາ. ສຳລັບນະຄອນຫຼວງວຽງຈັນ; ໃນໄລຍະວັນທີ 30 ຫາ 31 ມີນາ 2ອາກາດຍັງຈະຮ້ອນຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຄຸມໃນຕອນກາງເວັນ. ຈາກນັ້ນ, ວັນທີ 01 ຫາ 05 ເມສາ ອາກາດຍັງຈະຮ້ອນຢູ່ຕື່ມ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 25 – 25 ອົງສາ ແລະ ສູງສຸດ 3- 30 ອົງສາ.