ມາເບິ່ງເສັ້ນທາງຂອງ ສຸກັນ ເຈົ້າຂອງຫຼຽນຄຳໜຶ່ງດຽວໃນຊີເກມ 2019 ກັບຄວາມຫຼົງໄຫຼໃນກີລາຕໍ່ສູ້

145

ມາຮອດປີ 2020 ບໍ່ມີໃຜທີ່ບໍ່ຮູ້ຈັກກັບ ທ້າວ ສຸກັນ ໄຕປັນຍາວົງ ( ນ້ອງໂອ ) ນັກກີລາມວຍຄິກບ໊ອກຊິ້ງ ( Kickboxing ) ທີມຊາດລາວ ທີ່ກາຍເປັນນັກກີລາໜຶ່ງດຽວຂອງ ສປປ ລາວ ຄວ້າຫຼຽນຄຳໃຫ້ທັບນັກກີລາລາວ ໃນງານມະຫະກຳກີລາ ຊີເກມ ຄັ້ງທີ 30 ທີ່ຟີລິບປິນ ເມື່ອປີ 2019 ເຊິ່ງມື້ນີ້ທາງທີມງານພວກເຮົາຈະພາມາຮູ້ຈັກກັບ ສຸກັນ ກັບເສັ້ນທາງສູ່ຄວາມສໍາເລັດ ກັບກີລາປະເພດຕໍ່ສູ່.

ສຸກັນ ເປີດໃຈກັບທີມຂ່າວຂອງພວກເຮົາວ່າ: ການທີ່ເລືອກມາຫຼິ້ນກີລາປະເພດຕໍ່ສູ້ແຕ່ຍັງນ້ອຍໆ ເລີ່ມມາຈາກຄວາມຫຼົງໄຫຼ ແລະ ຕິດພັນມາຕັ້ງແຕ່ຍັງນ້ອຍໆ ບວກກັບພອນສະຫວັນທາງດ້ານນີ້ ເຊິ່ງເລີ່ມຊົກມວຍມາຕັ້ງແຕ່ຕອນອາຍຸ 12 ປີ ຫຼັງຈາກທີ່ເຂົ້າເປັນນັກມວຍຂອງຄ້າຍກຽດສັກດາ ຈົນເຖິງປີ 2009 ( ອາຍຸໄດ້ 18 ປີ ) ແລະ ໄປຮ່ວມຄັດຕົວຕິດທີມຊາດເພື່ອຮ່ວມຊີເກມ ຄັ້ງທີ 25 ທີ່ລາວເຮົາເປັນເຈົ້າພາບຄັ້ງທຳອິດ ຊຶ່ງກໍໄດ້ຕິດທີມຊາດສົມໃຈຫວັງ ແລະ ສ້າງປະຫວັດສາດຄວ້າຫຼຽນຄຳ ຈາກກີລາມວຍລາວ ຮຸ່ນ 45-48 ກິໂລກຣາມ.

ຫຼັງຈາກນັ້ນ ສຸກັນ ກໍກາຍເປັນທີ່ຮູ້ຈັກໃນສະໄໝນັ້ນ ກ່ອນເລີ່ມຕົ້ນປີ 2010 ເປັນຕົ້ນມາໄດ້ບັນຈຸເຂົ້າເປັນນັກກີລາໃນກົມກີລາຂອງ ກະຊວງປ້ອງກັນຄວາມສະຫງົບ ໃນປີ 2010 ໄດ້ມາຫຼິ້ນກີລາມວຍສາກົນ ແລະ ໂວວິນາມ ຈົນໃນທີ່ສຸດປີ 2013 ໄດ້ລົງແຂ່ງຂັນໃນຊີເກມ 2013 ທີ່ປະເທດມຽນມາ ກໍສາມາດປົກລ໊ອກຄວ້າຫຼຽນຄໍາ ຈາກກີລາໂວວິນາມ ພ້ອມທັງໄດ້ຫຼຽນຄຳກີລາມວຍລາວ ໃນງານກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 12 ທີ່ສປປ ລາວ ເປັນເຈົ້າພາບຄັ້ງທຳອິດອີກດ້ວຍ.

ຫຼາຍປີພໍສົມຄວນທີ່ຊື່ຂອງ ສຸກັນ ໄດ້ງຽບເຫງົາໄປ ຈົນມາເຖິງ ໃນຊີເກມ 2019 ສຸກັນ ໄຕປັນຍາວົງ ກາຍເປັນທີ່ຮູ້ຈັກຂອງຊາວລາວ ທັງປະເທດຊົ່ວຂ້າມຄືນ ໃນໂຄ້ງສຸດທ້າຍຂອງການແຂ່ງຂັນກີລາ ຊີເກມ 2019 ກັບບົດບາດໃນກີລາໃໝ່ຢ່າງ ຄິກບ໊ອກຊີ້ງ ລົງແຂ່ງຂັນໃນລຸ້ນນໍ້າໜັກ ບໍ່ເກີນ -60 ກິໂລ ປະເພດ Low kick ມີ 6 ຄົນເຂົ້າຮ່ວມ ສຸກັນ ຈັບສະຫຼາກໂຊກດີໄດ້ Bye ໄປຖ້າໃນຮອບ 4 ຄົນສຸດທ້າຍ ແລະ ມາພົບກັບ ນັກມວຍຈາກກຳປູເຈຍ ກ່ອນຈະສາມາດເອົາຊະນະ Chork Sivin ໄປແບບເໜື່ອຍ ເພາະມີອາການເຈັບຕີນຂວາ ກ່ອນປະທະກັບຄູ່ແຂ່ງໃນຮອບຊີງ.

ໃນຮອບຊິງຊະນະເລີດ ສຸກັນ ແບກຫາບຄວາມກົດດັນຫຼາຍສົມຄວນ ເພາະເປັນຄວາມຫວັງດຽວຂອງທັບນັກກີລາລາວ ທີ່ມີລຸ້ນຫຼຽນຄຳຜູ້ດຽວ ແຕ່ກ່ອນຂຶ້ນຊົກ ສຸກັນ ກໍເປີດໃຈວ່າ ໝັ້ນໃຈວ່າຈະໄດ້ຫຼຽນຄໍາ ໂດຍຮອບຊີງພົບກັບ BONATUA LUMBANTUNGKUP ນັກມວຍຈາກອິນໂດເນເຊຍ ທີ່ປາບເຈົ້າພາບໃນຮອບຜ່ານມາ ແຕ່ໃນການແຂ່ງຂັນຕົວຈິງ ສຸກັນ ເອົາຊະນະຄູ່ແຂ່ງໄດ້ໄວເກີນຄາດ ຊະນະນ໋ອກໃນທ້າຍຍົກທີ 1 ຄວ້າຫຼຽນຄໍາຫຼຽນດຽວໃຫ້ ສປປ ລາວ ໃນຊີເກມຄັ້ງນີ້ ແລະ ເປັນຫຼຽນຄໍາທີ 3 ໃນຊີເກມຂອງຕົວເອງ ຕໍ່ຈາກກີລາມວຍລາວໃນຊີເກມປີ 2009 ທີ່ສປປ ລາວ ເປັນເຈົ້າພາບ ແລະ ກີລາໂວວິນາມ ໃນຊີເກມ ປີ 2013 ທີ່ມຽນມາ.
ສໍາລັບ ສຸກັນ ໄຕປັນຍາວົງ ເກີດວັນທີ 6 ກັນຍາ 1991 ທີ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກັບຄອບຄົວທີ່ຍາກຈົນ ໂດຍພໍ່ແມ່ ເປັນກຳມະກອນ-ຊາວນາ ຫາເຊົ້າກິນຄໍ່າ ມີອ້າຍນ້ອງຮ່ວມກັນ 4 ຄົນ, ເອື້ອຍ 2 ຄົນ, ອ້າຍ 1 ຄົນ ຜົນງານເດັ່ນທີ່ສຸດຄື 3 ຫຼຽນຄໍາ ໃນໜ້າປະຫວັດສາດຂອງຊີເກມ, ສ່ວນຜົນງານໃນກີລາແຫ່ງຊາດ ໄດ້ຫຼຽນຄໍາຈາກກີລາແຫ່ງຊາດ ປະເພດມວຍລາວ 2 ຄັ້ງ ທີ່ແຂວງຫຼວງພະບາງ ປີ 2011 ແລະ 2014 ຢູ່ອຸດົມໄຊ ໃນນາມນັກກີລາກະຊວງປ້ອງກັນຄວາມສະຫງົບ ( ປກສ ) ຈາກຊີວິດໃນຄອບຄົວທຸກຍາກ ມາຮອດປັດຈຸບັນ ສຸກັນ ສັງກັດກົມກີລາ ກະຊວງປ້ອງກັນຄວາມສະຫງົບ ໜ້າທີ່ຮັບຜິດຊອບເປັນທັງຄູຝຶກ ແລະ ນັກກີລາ.
(ຂ່າວ: ຄໍາສອນ+ເອກະສັນ)