ກະຊວງການຄ້າ ອະນຸຍາດໃຫ້ 2 ບໍລິສັດ ຈຳໜ່າຍຜ້າອັດປາກ-ດັງ ໃນລາຄາ 50.000 ກີບ/ກັບ

303

ເພື່ອແກ້ໄຂບັນຫາ ການຂາດແຄນອຸປະກອນປ້ອງກັນຕົນເອງ ໂດຍສະເພາະຜ້າປິດປາກ-ດັງ, ລັດຖະບານ ກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າໄດ້ເຫັນດີ ຕົກລົງໃຫ້ 2 ບໍລິດສັດຄື: ບໍລິສັດ ຊີບີເອຟ (CBF) ຟາຣມາ ຈໍາກັດ ແລະ ບໍລິສັດ ວຽງທອງການຢາ ຈໍາກັດ ເປັນຜູ້ຈໍາໜ່າຍຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ການາງຫມໍ ບໍລິສັດລະ 2.500 ກັບ ລວມມີທັງໝົດ 5.000 ກັບ ຢູ່ນະຄອນຫຼວງວຽງຈັນ ແລະ ບາງແຂວງ ໃນສປປ ລາວ ໃນລາຄາ 50.000 ກີບ/ກັບ ແລະ 1.500 ກີບ/ອັນ.

ອີງຕາມແຈ້ງການ ສະບັບເລກທີ 0252/ກຄພນ ລົງວັນທີ 31 ມີນາ 2020 ຂອງກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ເຖິງ ບໍລິສັດ ຊີບີເອຟ (CBF) ຟາຣມາ ຈໍາກັດ ແລະ ບໍລິສັດ ວຽງທອງການຢາ ຈໍາກັດ; ບຸກຄົນ, ນິຕິບຸກຄົນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ເລື່ອງ: ການກໍານົດຈຸດຈໍາໜ່າຍ ແລະ ລາຄາຂາຍ ຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ຢູ່ນະຄອນຫຼວງວຽງຈັນ ແລະ ບາງແຂວງ.

ພາບປະກອບຂ່າວເທົ່ານັ້ນ

ການຄ້າພາຍໃນ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບຫຼັກ ແລະ ເປັນໃຈກາງ ປະສານງານ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ ເລກທີ 71/ນຍ ຂໍແຈ້ງມາຍັງທຸກຄົນ, ນິຕິບຸກຄົນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຊາບດັ່ງນີ້:

1 ກົມການຄ້າພາຍໃນ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຕົກລົງກໍານົດໃຫ້ 02 ບໍລິສັດ ຄື: ບໍລິສັດ ຊີບີເອຟ (CBF) ຟາຣມາ ຈໍາກັດ ແລະ ບໍລິສັດ ວຽງທອງການຢາ ຈໍາກັດ ເປັນຜູ້ຈໍາໜ່າຍຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ການາງຫມໍ ເຊິ່ງໄດ້ແບ່ງໃຫ້ບໍລິສັດລະ 2.500 ກັບ ລວມມີທັງໝົດ 5.000 ກັບ.

2 ກໍານົດລາຄາຂາຍ ຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ການາງຫມໍ ໃນລາຄາ 50.000 ກີບ/ກັບ (01 ກັບ ມີ 50 ອັນ), ຖ້າແຍກອອກຂາຍຍ່ອຍ ຕ້ອງຂາຍໃນລາຄາບໍ່ໃຫ້ເກີນ 1.500 ກີບ/ອັນ.

3 ການຊື້ຜ້າອັດປາກ-ດັງ ຜູ້ໜຶ່ງແມ່ນບໍ່ໃຫ້ເກີນ 01 ກັບ (ເຊິ່ງຜູ້ຊື້ຕ້ອງສໍາເນົາ ຫຼື ຖ່າຍພາບ ບັດປະຈໍາຕົວ ຫຼື ສໍາມະໂນຄົວ) ມາຢັ້ງຢືນພ້ອມ ແລະ ບໍ່ໃຫ້ສວຍໂອກາດຊື້ ເພື່ອໄປຂາຍເກັງກໍາໄລ.

4 ຈຸດ/ສະຖານທີ່ ແລະ ວັນເວລາການຈໍາຫນ່າຍ ຂອງສອງບໍລິສັດ ແມ່ນ ເລີ່ມແຕ່ເວລາ 9:00ໂມງ ເປັນຕົ້ນໄປ ຂອງວັນທີ 31 ມີນາ 2020        ຄື:  ບໍລິສັດ ຊີບີເອຟ (CBF) ຟາຣມາ ຈໍາກັດ ປະກອບມີ 03 ຈຸດ/ສະຖານທີ່ ຄື: ນະຄອຫຼວງວຽງຈັນ: ຈໍານວນ 1.300 ກັບ, ບໍລິສັດ ຕັ້ງຢູ່ຖະຫນົນ ດົງປາຍນາ ບ້ານໂພນສີນວນ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ເບີໂທຕິດຕໍ່: 030 4417404.

ແຂວງສະຫວັນນະເຂດ: ຈໍານວນ 300 ກັບ, ບໍລິສັດ ຕັ້ງຢູ່ຖະຫນົນ A1, ບ້ານ ສະຫນາມໄຊ ນະຄອນໄກສອນພົມວິຫານ, ເບີໂທຕິດຕໍ່ 020 22615302; ແຂວງ ຈໍາປາສັກ: ຈໍານວນ 900 ກັບ, ບໍລິສັດ ຕັ້ງຢູ່ກິໂລແມັດທີ 4, ບ້ານ ກາງ, ນະຄອນປາກເຊ ເບີໂທຕິດຕໍ່ 031 215177. ສໍາລັບ ບໍລິສັດ ວຽງທອງການຢາ ຈໍາກັດ ປະກອບມີ 07 ຈຸດ/ສະຖານທີ່ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ໍາທາ, ບໍ່ແກ້ວ ແລະ ຜົ້ງສາລີ ລາຍລະອຽດ ແມ່ນ ໄດ້ກໍານົດໃນ ເອກະສານຊ້ອນທ້າຍ.

ພາບປະກອບຂ່າວເທົ່ານັ້ນ

5 ມອບໃຫ້ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການຊີ້ນໍາຫ້ອງ ການອຸດສາຫະກໍາ ແລະ ການຄ້າເມືອງ/ເທດສະບານ ແລະ ແຕ່ງຕັ້ງພະນັກງານ ກໍຄືເຈົ້າຫນ້າທີ່ກວດກາການຄ້າ ລົງຕິດຕາມ ແລະ ກວດກາ ຢູ່ບັນດາຮ້ານຈໍາຫນ່າຍ ທີ່ໄດ້ກໍານົດໄວ້ໃນແຈ້ງການສະບັບນີ້ ລວມທັງບັນດາຮ້ານຂາຍຢາ ແລະ ຮ້ານຄ້າທົ່ວໄປ ຢ່າງເປັນປະຈໍາ ຖ້າພົບເຫັນການລະເມີດ ໃຫ້ໃຊ້ມາດຕະການທາງບໍລິຫານ, ດໍາເນີນຄະດີທາງແພ່ງ ແລະ ທາງອາຍາ, ຖອນໃບອະນຸຍາດດໍາເນີນທຸລະກິດ, ຖອນໃບທະບຽນວິສາຫະກິດ ແລະ ມາດຕະການ ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

ພາບປະກອບຂ່າວເທົ່ານັ້ນ

6 ໃຫ້ທັງສອງບໍລິສັດ ສະຫຼຸບລາຍງານ ຜົນຂອງການຈັດຕັ້ງປະຕິບັດ ເຖິງກະຊວງອຸດສາຫະກໍາ ແລະ ການຄ້າຊາບ ເພື່ອເປັນຂໍ້ມູນລາຍງານຕໍ່ຂັ້ນເທິງ.

7 ຖ້າບຸກຄົນໃດ ຫາກພົບເຫັນຜູ້ປະກອບການລະເມີດແຈ້ງການສະບັບນີ້ ແມ່ນ ໃຫ້ແຈ້ງເຖິງເບີໂທສະສັບ ສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 ໃນໂມງລັດຖະການ.