ໜຸ່ມໂຈໂຈ້ ປ້ອງກັນພະຍາດໂຄວິດ – 19 ຕ້ອງເລີ່ມຈາກຕົນເອງ

136

ບັນຫາສຸຂະພາບເປັນສິ່ງທີ່ທຸກຄົນໃຫ້ຄວາມສໍາຄັນ ຍິ່ງເປັນໄລຍະທີ່ຕ້ອງສູ້ກັບພະຍາດໂຄວິດ – 19 ກໍຕ້ອງເພີ່ມການເບິ່ງແຍງສຸຂະພາບໃຫ້ແຂງແຮງ ພ້ອມທັງປະຕິບັດຕາມກະຊວງສາທາລະນະສຸກ ເພິ່ນແນະນຳເພື່ອປ້ອງກັນຕົວທ່ານ ແລະ ຄົນອື່ນໂດຍ ໜຸ່ມໂຈໂຈ້ ກໍເຊັ່ນກັນກ່ຽວກັບການປ້ອງກັນພະຍາດໂຄວິດ – 19 ແມ່ນຕ້ອງເລີ່ມຈາກຕົນເອງໃນການປະຕິບັດ.

ຈິລະສັກ ສາຍສະໜິດ ຫຼື ໂຈໂຈ້ ນັກຮ້ອງ ແລະ ຜູ້ກຳກັບ ໃຫ້ສໍາພາດວ່າ: ສຳລັບຕົນເອງພະຍາດໂຄວິດ – 19 ຖືວ່າເປັນພະຍາດໃໝ່ ແລະ ການແຜ່ລະບາດແມ່ນວ່ອງໄວກວ່າທີ່ເຮົາຄິດ, ຖ້າຈະໃຫ້ເວົ້າເຖິງການປ້ອງກັນຈາກພະຍາດຊະນິດນີ້ຄິດວ່າເຮົາຄວນເລີ່ມຈາກຕົວເຮົາເອງໃນການຮັກສາຄວາມສະອາດ, ໝັ່ນລ້າງມື ຫຼື ຂ້າເຊື້ອດ້ວຍແອລກໍຮໍ ແລະ ສິ່ງສຳຄັນໃນສະຖານະການສຸ່ມສ່ຽງແບບນີ້ທຸກຄົນຄວນຫຼີກລຽງການພົບປະຜູ້ຄົນຢູ່ໃນສະຖານທີ່ຊຸມຊົນ ຫຼື ມີຈຳນວນຄົນຫຼາຍໆ ເພາະພະຍາດນີ້ມັນສາມາດແຜ່ເຊື້ອຜ່ານການໄອ, ການຈາມ ແລະ ການສຳຜັດຂອງຄົນຕໍ່ຄົນໄດ້.

ນອກຈາກການປ້ອງກັນຕົນເອງແລ້ວໃນຖານະທີ່ຕົນເອງເປັນປະຊາຊົນຄົນໜຶ່ງ ແລະ ຕອນນີ້ຂ່າວຂອງພະຍາດກໍລະບາດໃນຫຼາຍປະເທດ. ສະນັ້ນ, ກໍບໍ່ຢາກໃຫ້ທຸກຄົນຖືເບົາ, ເສບຂ່າວຢ່າງມີສະຕິ ແລະ ຕ້ອງເລີ່ມຈາກຕົວເຮົາເອງທີ່ຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ.

ຕົນເອງກໍບໍ່ຮູ້ລາຍລະອຽດຢ່າງຈະແຈ້ງແຕ່ສິ່ງທີ່ເຮົາເຮັດໄດ້ເພື່ອຫຼີກລຽງພະຍາດນີ້ເຮົາສາມາດຫາຂໍ້ມູນໃນອິນເຕີເນັດທີ່ໜ້າເຊື່ອຖື ເພື່ອກວດເບິ່ງວິທີປ້ອງກັນ ແລະ ວິທີເບິ່ງແຍງຮ່າງກາຍ ລວມທັງການເບິ່ງແຍງສຸຂະພາບ, ພະຍາຍາມບໍ່ອອກໄປໃນສະຖານທີ່ແອອັດ ແລະ ສະຖານທີ່ມີຄວາມສ່ຽງຈະເປັນການດີ.

ສຸດທ້າຍຕົນເອງກໍຢາກຝາກເຖິງທຸກຄົນໃຫ້ຫັນມາຮັກສາສຸຂະພາບຫຼາຍຂຶ້ນ, ເບິ່ງແຍງຕົນເອງຫຼາຍຂຶ້ນເພີື່ອຕົວເຮົາເອງ ແລະ ຄົນອ້ອມຂ້າງ, ຖ້າໃຜທີ່ຮູ້ສຶກບໍ່ສະບາຍ ຫຼື ເຂົ້າຕາມນິຍາມຂອງພະຍາດໃຫ້ໄປກວດສຸຂະພາບເພື່ອຄວາມປອດໄພ. ສາມາດຕິດຕາມການເຄື່ອນໄຫວ ແລະ ຜົນງານການກໍາກັບຂອງ ໜຸ່ມໂຈໂຈ້ ໄດ້ທາງເພຈ໌ jojo miracle.

ຂ່າວ: ນຸ້ມນິ້ມ, ຮູບ: jojo miracle