ຄັບເຄັກຊ໋ອກໂກແລັດສູດ Low Fat

121

ເອົາໃຈຜູ້ທີ່ມັກຊ໋ອກໂກແລັດ, ແຕ່ຮັບຮອງວ່າສູດນີ້ເໝາະສໍາລັບສາວໆທີ່ກໍາລັງຫຼຸດນໍ້າໜັກເພາະເປັນສູດ Low Fat ແຕ່ກໍຄວນກິນໃນປະລິມານທີ່ເໝາະສົມ.

ສ່ວນປະສົມ:

1 ແປ້ງໂຮວີດ 1 ບ່ວງແກງ ຫຼື ຈະໃຊ້ເປັນແປ້ງສາລີອະເນກປະສົງແທນກໍໄດ້.

2 ຜົງໂກໂກ້ແບບບໍ່ມີນ້ຳຕານປະສົມ 1 ບ່ວງແກງ.

3 ເບກກິ້ງໂຊດາ 1/8 ບ່ວງກາເຟ ( 1 pinch ).

4 ເກືອ 1/8 ບ່ວງກາເຟ.

5 ນ້ຳຕານ 1/2 – 1 ບ່ວງແກງ.

6 ເນີຍຖົ່ວຊະນິດບໍ່ມີນ້ຳຕານປະສົມ 1 ບ່ວງແກງ ( ຖ້າເປັນຊະນິດປະສົມນໍ້າຕານໃຫ້ຫຼຸດປະລິມານລົງ ).

7 ເນີຍສູດໄຂມັນຕ່ຳ 3 ບ່ວງແກງ.

ອຸປະກອນທີ່ຕ້ອງໃຊ້:

1 ແມ່ພິມ ຫຼື ຈອກຄັບເຄັກສຳເລັດຮູບ.

2 ຊາມ ແລະ ໄມ້ສຳລັບປະສົມສ່ວນປະກອບ.

3 ເຕົາໄມໂຄຣເວັບເພາະສູດນີ້ບໍ່ໃຊ້ເຕົາອົບໃຫຍ່.

ວິທີເຮັດເຂົ້າໜົມ:

ກ. ສຳລັບຜູ້ທີ່ໃຊ້ແມ່ພິມແມ່ຕ້ອງທານ້ຳມັນບາງໆ ແລະ ໂຮຍແປ້ງບາງໆໃສ່ພິມກຽມໄວ້ກ່ອນ ແທນການໃຊ້ເນີຍທຽມທາພິມເພື່ອກັນບໍ່ໃຫ້ເຄັກຕິດພິມແລ້ວຍັງຊ່ວຍໃຫ້ລ້າງອອກງ່າຍນຳ. ຈາກນັ້ນ, ປະສົມແປ້ງໂຮວີດ, ຜົງໂກໂກ້, ເບກກິ້ງໂຊດາ, ເກືອ ແລະ ນໍ້າຕານໃຫ້ເຂົ້າກັນດີ ຖ້າຢາກໃຫ້ເນື້ອເຄັກອອກມານຸ່ມໃຫ້ຮ່ອນສ່ວນປະສົມທຸກຢ່າງກ່ອນຈຶ່ງນຳມາປະສົມໃຫ້ເຂົ້າກັນ.

ຂ. ຫຼັງຈາກນັ້ນ, ປະສົມເນີຍຖົ່ວ ແລະ ເນີຍໃຫ້ເຂົ້າກັນດີກ່ອນຈຶ່ງປະສົມໃສ່ແປ້ງ ( ບໍ່ຄວນຄົນຫຼາຍຈົນເກີນໄປເພາະຈະເຮັດໃຫ້ເນື້ອເຄັກແໜ້ນ ແລະ ໜັກ ) ເມື່ອຮຽບຮ້ອຍໃຫ້ຖອກລົງພິມປະມານ 3/4 ຂອງພິມ ເພາະເວລາອົບມັນຈຶ່ງບໍ່ລົ້ນອອກມາຫຼາຍ.

ຄ. ເມື່ອຮຽບຮ້ອຍເອົາເຂົ້າເຕົາໄມໂຄຣເວັບໂດຍໃຊ້ໄຟແຮງສຸດ ອົບປະມານ 1 ນາທີ ຈາກນັ້ນ, ລອງກວດເບິ່ງວ່າສຸກ ຫຼື ບໍ່ໃຫ້ໃຊ້ປາຍມີດສຽບລົງໄປທາງກາງ ຖ້າບໍ່ມີແປ້ງຕິດຂຶ້ນມານຳມີດຖືວ່າສຸກແຕ່ຖ້າບໍ່ແນ່ໃຈກໍອົບຕື່ມອີກ 10 ວິນາທີ ຖືວ່າໃຊ້ໄດ້ແລ້ວ, ສາມາດແຕ່ງໜ້າດ້ວຍເຂົ້າໜົມ, ໝາກໄມ້ ຫຼື ຄຣີມຊ໋ອກໂກແລັດຕາມໃຈມັກ.

ຂໍ້ ມູນຈາກ: phol-foodmafia.com ,ຮຽບຮຽງ: ນຸ້ມນິ້ມ