ຜູ້ເສຍຊີວິດຈາກ ໂຄວິດ-19 ໃນອາເມລິກາ ເພິ່ມຂຶ້ນກວ່າ 3 ພັນຄົນ

148

ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ພາກຊີວິດປະຊາຊົນໃນອາເມຣິກາຫຼາຍກວ່າ 3.000 ຄົນ ຂະນະທີ່ ເຮືອໂຮງໝໍຂອງກອງທັບເຮືອສະຫະລັດໄດ້ຈອດທຽບທ່າໃນນະຄອນນິວຢອກເຊິ່ງເປັນເຂດວິດກິດທີ່ສຸດໃນປະເທດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນຈັນ ທີ 30 ມີນາ ວ່າ ສູນຄົ້ນຄວ້າຂອງມະຫາວິທະຍາໄລຈອນ ຮອບກິນສ໌ ໄດ້ລາຍງານສະຖານະການຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ໃນອາເມຣິກາ ວ່າ ຈຳນວນຜູ້ເສຍຊີວິດເພິ່ມຂຶ້ນຢ່າງໜ້ອຍ 3.008 ຄົນ ຈາກຈຳນວນຜູ້ປ່ວຍສະສົມຢ່າງໜ້ອຍ 163.429 ຄົນ ເພິ່ມຂຶ້ນຫຼາຍກວ່າ 500 ຄົນພາຍໃນມື້ດຽວ ແລະ ປິ່ນປົວເຊົາແລ້ວ 5.764 ຄົນ ໂດຍອາເມຣິກາ ຢືນຢັນການກວດພົບຜູ້ປ່ວຍຄົນທຳອິດ ເມື່ອວັນທີ 20 ມັງກອນ ແລະ ເສຍຊີວິດຄົນທຳອິດ ເມື່ອວັນທີ 29 ກຸມພາຜ່ານມາ.

ທັງນີ້, ລັດນິວຢອກຍັງເປັນຂົງເຂດວິກິດທີ່ສຸດ ໂດຍມີຜູ້ເສຍຊີວິດຢ່າງໜ້ອຍ 1.342 ຄົນ ຈາກຜູ້ຕິດເຊື້ອສະສົມຢ່າງ ໜ້ອຍ 67.325 ຄົນ. ທ່ານແອນດຣູ ຄູໂອໂມ ເຈົ້າຄອງລັດນິວຢອກ ກ່າວ ຍ້ອງຍໍບຸກຄະລາກອນແພດ ແຕ່ຍອມຮັບວ່າ ນອກຈາກເຄື່ອງມືອຸປະກອນທາງການແພດທີ່ບໍ່ພຽງພໍແລ້ວ ລັດນິວຢອກຍັງຂາດແຄນແພດໝໍ, ພະຍາບານ ແລະ ບຸກຄະລາກອນໃນຂະແໜງການທີ່ກ່ຽວຂ້ອງຈຳນວນຫຼາຍເຊັ່ນກັນ. ໂດຍມີການຄາດການວ່າ ອາດຕ້ອງການຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ສາທາລະນະສຸກເພິ່ມອີກ 1 ລ້ານຄົນ.

ຂະນະດຽວກັນ, ມີລາຍງານວ່າ ແພດໝໍ, ພະຍາບານ ແລະ ເຈົ້າໜ້າທີ່ສາທາລະນະສຸກທີ່ບຳນານໄປແລ້ວຫຼາຍກວ່າ 80.000 ຄົນ ໄດ້ມາລົງທະບຽນເປັນອາສາສະໝັກໃນລັດນິວຢອກແລ້ວ ແລະ ເຮືອໂຮງໝໍຂອງກອງທັບເຮືອສະຫະລັດ “USS Comfort” ທີ່ເດີນທາງມາທຽບທ່າຢູ່ນະຄອນນິວຢອກ ພ້ອມບຸກຄະລາກອນແພດທະຫານ ແລະ ຕຽງຄົນປ່ວຍ 1.000 ໜ່ວຍ. ນອກຈາກນີ້, ໂຮງໝໍເມົາທ໌ໄຊນາຍ ໄດ້ຮ່ວມມືກັບອົງການກຸສົນຊາມາຣິທັນ ກໍ່ສ້າງໂຮງໝໍສະໜາມ 68 ຕຽງ ຢູ່ກາງເຊັນທຣັລປາກ ຫຼັງໄດ້ຮັບອະນຸຍາດໃນກໍລະນີພິເສດໂດຍເທດສະບານນະຄອນນິວຢອກ ແລະ ເລິ່ມຮັບຜູ້ປ່ວຍແລ້ວ.