5 ສິ່ງທີ່ຜະລິດຕະພັນລາວຄວນປັບປຸງເພື່ອການແຂ່ງຂັນ

235

ສາເຫດເປັນຍ້ອນຫຍັງສິນຄ້າຂອງຄົນລາວທີ່ຜະລິດໃນລາວ ຈຶ່ງບໍ່ສາມາດຕີຕະຫຼາດໄດ້ຄືສິນຄ້າຈາກຕ່າງປະເທດ ຈາກບົດຄວາມໂດຍ ອາຈານ ມະລິວັນ ວໍລະເດດ ຜູ້ອຳນວຍການສູນຝຶກອົບຮົມ ແລະ ພັດທະນາຜູ້ປະກອບການດ້ານທຸລະກິດ ຈາກທີ່ໄດ້ສຳຫຼວດ ແລະ ສຶກສາມາພົບວ່າມີ 5 ຂໍ້ ຄື:

1 ສິນຄ້າລາວຍັງຂາດການສຶກສາຄວາມເປັນໄປໄດ້, ຄວາມຕ້ອງການຂອງຕະຫຼາດ ແລະ ພຶດຕິກຳຜູ້ບໍລິໂພກ.

ສິ່ງສຳຄັນກ່ອນການຜະລິດສິນຄ້າຄືຜູ້ປະກອບການຄວນສຶກສາ ແລະ ວິໄຈຕະຫຼາດກ່ອນ, ເກັບກຳຂໍ້ມູນຈາກສະພາບຄວາມເປັນຈິງ, ຂໍ້ມູນການຕະຫຼາດຄືຫົວໃຈສຳຄັນກ່ອນການຜະລິດສິນຄ້າ ເພາະການສຶກສາການຕະຫຼາດກ່ອນການຜະລິດຈະຊ່ວຍໃຫ້ເຮົາສ້າງຮູບແບບທາງທຸລະກິດໄດ້ດີ.

2 ຜູ້ຜະລິດສິນຄ້າລາວຍັງຂາດຄວາມຮູ້ໃນດ້ານການເງິນ.

ສັງເກດຈາກການຕັ້ງລາຄາຜະລິດຕະພັນຂອງສິນຄ້າລາວ ຈະພົບວ່າບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້ ເພາະລາຄາສູງເຮັດໃຫ້ຜູ້ບໍລິໂພກບໍ່ຮູ້ສຶກວ່າ “ ກຸ້ມຄ່າ ” ຕໍ່ການຈ່າຍເງິນ ໂດຍສະເພາະແມ່ນສິນຄ້າໂອດ໊ອບທີ່ມີລາຄາສູງກວ່າສິນຄ້າຈາກປະເທດຄູ່ແຂ່ງ ເຊິ່ງການຕັ້ງລາຄາສິນຄ້າ ແລະ ການບໍລິການ ຈະຊ່ວຍໃຫ້ເຮົາຮູ້ວາງແຜນກຳໄລ ແລະ ຈຸດກຸ້ມທຶນ, ຮູ້ລາຄາທີ່ສາມາດສ້າງກຳໄລໄດ້ສູງສຸດ, ການບໍລິຫານການເງິນເປັນ ຈະຊ່ວຍໃຫ້ຜູ້ປະກອບການສາມາດວາງຍຸດທະສາດທາງການເງິນໄດ້. ສະນັ້ນ, ການວາງແຜນການເງິນ ຈຶ່ງເປັນຫົວໃຈອີກໜຶ່ງປັດໄຈທີ່ຜູ້ຜະລິດຄວນປັບປຸງ.


3 ການສ້າງເລື່ອງລາວ ຫຼື story telling.

ຄືປັດໄຈການຕະຫຼາດແບບເລົ່າເລື່ອງທີ່ສິນຄ້າລາວຍັງຂາດຫຼາຍ, ສິນຄ້າທີ່ສາມາດຂາຍໄດ້ລາຄາສູງບາງຄັ້ງມັນມີເລື່ອງເລົ່າ, ມີຕຳນານ, ເຮັດໃຫ້ສິນຄ້າທຳມະດາກາຍເປັນສິນຄ້າມີລາຄາ ແລະ ເປັນທີ່ຕ້ອງການຂອງຕະຫຼາດ.

4 ຄວາມເປັນນະວັດຕະກຳ ຫຼື ຄວາມແຕກຕ່າງ.

ຄືສິ່ງທີ່ສິນຄ້າລາວຍັງຂາດຫຼາຍ, ຄຳວ່ານະວັດຕະກຳບໍ່ຈຳເປັນຕ້ອງເປັນຂອງໃໝ່ສະເໝີ, ແຕ່ຂອງເກົ່າເອົາມາດັດແປງໃຫ້ດີຂຶ້ນ, ສ້າງຄວາມແຕກຕ່າງກໍຖືເປັນນະວັດຕະກຳໃໝ່ໄດ້ເຊັ່ນກັນ ຍົກຕົວຢ່າງ: ຂອງຫຼິ້ນເດັກນ້ອຍ, ການເອົາຜ້າມາປະຍຸກເຮັດເປັນຕຸກກະຕາມື ໃຊ້ໃນການຮຽນ – ການສອນສຳລັບເດັກນ້ອຍອະນຸບານ ເຖິງແມ່ນຈະເບິ່ງຄືບູຮານແຕ່ເປັນສິ່ງທີ່ເດັກນ້ອຍມັກ ແລະ ໃຊ້ໄດ້ທຸກຍຸກທຸກສະໄໝ.

5 ການນຳໃຊ້ເຕັກໂນໂລຊີໃນການຜະລິດ ແລະ ການຕະຫຼາດ.

ປະຕິເສດບໍ່ໄດ້ວ່າປັດຈຸບັນຄືຍຸກຂອງເຕັກໂນໂລຊີ ແລະ ຂ່າວສານ. ຖ້າກຸ່ມ SME, ໂອດ໊ອບ, ສິນຄ້າຄອບຄົວຕົວແບບ ສາມາດເຂົ້າເຖິງເຕັກໂນໂລຊີໃນການຜະລິດ ແລະ ການສື່ສານການຕະຫຼາດໄດ້ ຈະເຮັດໃຫ້ສິນຄ້າລາວໄປໄກໄດ້ ຍົກຕົວຢ່າງ: ການຜະລິດສິນຄ້າໂດຍໃຊ້ມືເຮັດໃຫ້ສິນຄ້າລາຄາສູງ ແຕ່ຖ້າຕະຫຼາດມີຄວາມຕ້ອງການສູງ ການຜະລິດກໍຈະບໍ່ສາມາດສະໜອງຕະຫຼາດໄດ້ທັນເວລາ ເຮັດໃຫ້ເກີດການເສຍໂອກາດ.

ທັງນີ້, ການພັດທະນາຜະລິດຕະພັນ ແລະ ສິນຄ້າໃນລາວ ອາດຈະຕ້ອງຫັນມາວາງແຜນ ແລະ ສຶກສາຄວາມເປັນໄດ້ຢ່າງຈິງຈັງກ່ອນຈະລົງມືເຮັດສິນຄ້າ ແລະ ຜະລິດຕະພັນເພື່ອວາງຈຳໜ່າຍໃນຕະຫຼາດ.

ຂ່າວ: ສັນຕິ, ບົດຄວາມໂດຍ ອາຈານ ມະລິວັນ ວໍລະເດດ