ບໍລິສັດ ບີເອັມທີ ໄດ້ຮັບລາງວັນນັກທຸລະກິດດີເດັ່ນ ປະຈໍາປີ 2019

231

ບໍລິສັດ ບົວໄລມັງກອນທອງ ຂຸດຄົ້ນຖ່ານຫີນ ຈໍາກັດຜູ້ດຽວ ( BMT ) ດໍາເນີນທຸລະກິດກ່ຽວກັບການຂຸດຄົ້ນ – ຜະລິດ ແລະ ຈໍາໜ່າຍຖ່ານຫີນຢູ່ແຂວງຫຼວງນໍ້າທາ ນັບແຕ່ປີ 2014 ເປັນຕົ້ນມາ ເຊິ່ງບໍລິສັດໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຕາມແຜນການດໍາເນີນງານຂອງບໍລິສັດທີ່ໄດ້ເຊັນສັນຍາສໍາປະທານຂຸດຄົ້ນຖ່ານຫີນກັບລັດຖະບານ ລວມທັງປະຕິບັດພັນທະອາກອນ ແລະ ພັດທະນາອົງກອນໃຫ້ມີຄວາມກ້າວໜ້າທັນສະໄໝເລື້ອຍໆ.

ມາຮອດປີ 2019 ທາງບໍລິສັດໄດ້ມີການຂຸດຄົ້ນຖ່ານຫີນເພື່ອຜະລິດ – ຈໍາໜ່າຍຢູ່ພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ, ສ່ວນການມອບພັນທະກໍເພີ່ມຂຶ້ນຕາມລໍາດັບ ເຮັດໃຫ້ທຸກໆໜ້າວຽກຂອງບໍລິສັດໄດ້ມີການຂະຫຍາຍຕົວເປັນກ້າວໆມາ. ສະນັ້ນ, ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນໍ້າທາ ຈຶ່ງໄດ້ຄັດເລືອກເອົາບໍລິສັດທີ່ມີຜົນງານດີເດັ່ນເພື່ອເປັນຕົວແທນໃຫ້ແຂວງເຂົ້າຮ່ວມຮັບລາງວັນນັກທຸລະກິດດີເດັ່ນ ປະຈໍາປີ 2019 ຜ່ານມາ.

ທ່ານ ສົມພອນ ແສງທອງສະຫວ່າງ ຜູ້ອໍານວຍການໃຫຍ່ ບໍລິສັດ ບົວໄລມັງກອນທອງ ຂຸດຄົ້ນຖ່ານຫີນ ຈໍາກັດຜູ້ດຽວ ( BMT ) ໃຫ້ສໍາພາດວ່າ: ຂ້າພະເຈົ້າຄິດວ່າລາງວັນນັກທຸລະກິດດີເດັ່ນ ປະຈໍາປີ 2019 ທີ່ບໍລິສັດພວກເຮົາໄດ້ຮັບເມື່ອບໍ່ດົນມານີ້ ຖືເປັນລາງວັນກຽດຕິຍົດທີ່ສ້າງຂວັນກໍາລັງໃຈໃຫ້ກັບບໍລິສັດ ແລະ ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ພາກລັດທີ່ມີຕໍ່ບໍລິສັດຫຼາຍຂຶ້ນ ລວມທັງເປັນການສ້າງແຮງບັນດານໃຈໃຫ້ພະນັກງານທຸກຄົນມີຄວາມມຸ່ງໝັ້ນທີ່ຈະແຂ່ງຂັນກັນສ້າງຜົນງານໃນການເຮັດວຽກກັບບໍລິສັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

ສໍາລັບຜົນປະກອບການທຸລະກິດໃນປີ 2019 ຜ່ານມາ ທາງບໍລິສັດເຮົາກໍອີງໃສ່ທິດທາງແຜນການ ແລະ ເປົ້າໝາຍການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດທີ່ໄດ້ວາງໄວ້ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາ ແລະ ນະໂຍບາຍຂອງພັກ – ລັດວາງອອກ. ທັງນີ້, ກໍເພື່ອໃຫ້ບັນລຸຕາມເປົ້າໝາຍຂອງສັນຍາສໍາປະທານ ເປັນຕົ້ນແມ່ນ: ການຂຸດຄົ້ນ, ການຜະລິດ, ການຈໍາໜ່າຍຖ່ານຫີນສົ່ງອອກພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນ, ຍັງໄດ້ປະຕິບັດມອບພັນທະອາກອນໃຫ້ລັດຖະບານ, ການປະກອບສ່ວນພັດທະນາຊຸມຊົນ ແລະ ການຊຸກຍູ້ຊ່ວຍເຫຼືອສັງຄົມຕ່າງໆ.

ສະແດງອອກໃນອັດຕາການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໃນປີ 2019 ເທົ່າກັບ 45,7% ຫາກທຽບໃສ່ກັບປີ 2018 ແລະ ປີ 2020 ຄາດວ່າຈະເປັນໄປຕາມແຜນທີ່ວາງໄວ້ເຊັ່ນກັນ ເຊິ່ງເຮົາໄດ້ມີແຜນຂະຫຍາຍການຂຸດຄົ້ນ, ການຜະລິດ, ການຈໍາໜ່າຍຖ່ານຫີນທັງພາຍໃນ ແລະ ຕ່າງປະເທດ; ມີແຜນພັດທະນາຊຸມຊົນໃນເຂດ 4 ບ້ານເປົ້າໝາຍ ແລະ ບ້ານອ້ອມຂ້າງຂອງໂຄງການ ລວມທັງວຽກງານອື່ນໆທີ່ບໍລິສັດໄດ້ວາງໄວ້ໃຫ້ສໍາເລັດຜົນ.

ເມື່ອເວົ້າເຖິງໂອກາດ ແລະ ສິ່ງທ້າທາຍຂອງການເຮັດທຸລະກິດໃນປັດຈຸບັນ ເຫັນວ່າມີຄວາມສ່ຽງຫຼາຍບັນຫາ ເປັນຕົ້ນແມ່ນ: ການຂຸດຄົ້ນຜະລິດ – ຈໍາໜ່າຍຖ່ານຫີນ ອາດຈະມີການຫຼຸດລົງ ເນື່ອງຈາກວ່າບາງຄັ້ງສະພາບແວດລ້ອມ ຫຼື ດິນຟ້າອາກາດບໍ່ອໍານວຍ ຄວາມສະດວກ ເຮັດໃຫ້ການຂຸດຄົ້ນມີຄວາມຫຍຸ້ງຍາກ. ພິເສດໃນສະພາບປັດຈຸບັນ ເສດຖະກິດຂອງໂລກບໍ່ປົກກະຕິ, ມີພະຍາດລະບາດຮຸນແຮງກໍໄດ້ກະທົບໃຫ້ຍອດຈໍາໜ່າຍຖ່ານຫີນຂອງບໍລິສັດຫຼຸດລົງ.

ໂດຍ: ສົມສະຫວິນ