ເລີ່ມ 1 ເມສາ ວັດອົງແສນ ສຸກຂະຣາມ ບ້ານສະແຄະ ຈະໂຈະທຸກກິດຈະກຳທີ່ມີມວນຊົນເຂົ້າຮ່ວມຫຼາຍ

156

ຈາກສະພາບການລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຫຼາຍປະເທດໄດ້ມີການເພີ່ມມາດຕະການປ້ອງກັນ, ຄວບຄຸມຢ່າງເຂັ້ມງວດ. ສະເພາະ ສປປ ລາວ ເອງ ກໍ່ໄດ້ມີມາດຕະການຄຸມເຂັ້ມໃນການປ້ອງກັນ, ຄວບຄຸມການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍລັດຖະບານ ໄດ້ມີຄຳສັ່ງໃຫ້ໂຈະຊົ່ວຄາວທຸກງານກິດຈະກຳ, ງານສະຫຼອງ ທີ່ມີມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.

ຫຼ້າສຸດ, ວັດອົງແສນ ສຸກຂະຣາມ, ບ້ານສະແຄະ ເມືອງ ໄຊເສດຖາ ແຂວງ ອັດຕະປື ກໍ່ໄດ້ສັ່ງໂຈະຊົ່ວຄາວ ບໍ່ໃຫ້ເຮັດກິດຈະກຳຕ່າງໆທີ່ມີມວນຊົນເຂົ້າຮ່ວມຫຼາຍ. ທັງນີ້, ກໍ່ເພື່ອປ້ອງກັນ ແລະ ຄວບຄຸມເຊື້ອພະຍາດດັ່ງກ່າວບໍ່ໃຫ້ແພ່ລະບາດໃນແຂວງອັດຕະປື.

ທ່ານ ເກັດສະຫນາ ພັນທະວົງ ເລຂາພັກບ້ານສະແຄະໃຫ້ຮູ້ວ່າ: ພາຍຫລັງມີມາດຕະການ, ແຈ້ງການ, ມະຕິຄໍາສັ່ງຂອງສູນກາງ, ຂອງແຂວງ ແລະ ຂອງເມືອງວາງອອກ ເພື່ອເພີ່ມທະວີມາດຕະການເຝົ້າລະວັງ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມຮອບດ້ານ ເພື່ອຕ້ານພະຍາດໂຄວິດ -19.

ວັດອົງແສນ ສຸກຂະຣາມພວກເຮົາຈະໄດ້ໂຈະປິດຊົ່ວຄາວກິດຈະກໍາຕ່າງໆເປັນຕົ້ນ: ໂຈະການບໍລິການຮັບແຂກເຂົ້າບູຊາ-ກາບໄຫວ້ ພຣະອົງແສນປະຈໍາວັນ, ໂຈະການບໍລິການຂ້າມເຮືອ, ໂຈະຮັບແຂກເຂົ້າຫົດສົງພຣະອົງແສນໃນປີນີ້ ແຕ່ຈະມອບໃຫ້ບ້ານເປັນເຈົ້າການຫົດສົງເອງ ຕາມຮີດຄອງປະເພນີ ດ້ວຍການຈໍາກັດມວນຊົນຈໍານວນຫລາຍ ແລະ ກິດຈະກໍາອື່ນໆ ເຊິ່ງຈະໄດ້ປິດຊົ່ວຄາວນັບແຕ່ວັນທີ 1 ເມສາ 2020 ເປັນຕົ້ນໄປ ຈົນກວ່າຈະມີຄໍາສັ່ງໃຫ້ເປີດການບໍລິການ.

ດັ່ງນັ້ນ, ຂໍແຈ້ງເຖິງພໍ່ແມ່ປະຊາຊົນ ແລະ ສັງຄົມທຸກທົ່ວຫນ້າ ຈົ່ງຮັບຊາບດ້ວຍ.

ທີ່ມາ: Attapeu Media