ໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ 426 ບ້ານໃນທົ່ວແຂວງ

82

ທົ່ວແຂວງໄຊຍະບູລີ ມີໄຟຟ້າໃຊ້ກວມເອົາ 100% ຂອງບ້ານທັງໝົດໃນນີ້ເທົ່າກັບ 98,30% ຂອງຄອບຄົວທັງໝົດ.

ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງໄຊຍະບູລີ ມີໄຟຟ້າເຂົ້າເຖິງແລ້ວ 432 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານທັງໝົດ, ປະຊາຊົນໄດ້ໃຊ້ໄຟຟ້າແລ້ວ 76.743 ຄອບຄົວ ເທົ່າກັບ 98,30% ຂອງຈໍານວນຄອບຄົວທັງໝົດທົ່ວແຂວງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 1.021 ຄອບຄົວ. ໃນນີ້, ໄດ້ຊົມໃຊ້ໄຟຟ້າໃນລະບົບທີ່ຖາວອນ ເຊິ່ງແມ່ນການຄຸ້ມຄອງຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊຍະບູລີ ມີ 426 ບ້ານ ເທົ່າກັບ 98,61%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3 ບ້ານ, ມີ 76.414 ຄອບຄົວ ເທົ່າກັບ 97,87% ຂອງຈໍານວນຄອບຄົວທັງໝົດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 1.066 ຄອບຄົວ, ໄດ້ຊົມໃຊ້ໄຟຟ້ານອກລະບົບ ( ໄຟຟ້າແສງຕາເວັນມີ 5 ບ້ານ, 262 ຄອບຄົວ ເທົ່າກັບ 0,34% ຂອງຈໍານວນຄອບຄົວທັງໝົດ ແລະ ໄຟຟ້າເຂື່ອນຂະໜາດນ້ອຍມີ 1 ບ້ານ, 67 ຄອບຄົວ ເທົ່າກັບ 0,09% ຂອງຈໍານວນຄອບຄົວທັງໝົດ ).

ໃນປີ 2019 ແຂວງໄຊຍະບູລີ ໄດ້ຊື້ພະລັງງານໄຟຟ້າເພື່ອມາຊົມໃຊ້ພາຍໃນແຂວງທັງໝົດ 171,79 ລ້ານກິໂລວັດໂມງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 6,84% ມູນຄ່າ 102,37 ຕື້ກີບ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 9,26% ລາຄາຊື້ສະເລ່ຍ 595,90 ກີບຕໍ່ກິໂລວັດໂມງ ແລະ ຈໍາໜ່າຍກະແສໄຟຟ້າໃຫ້ຜູ້ຊົມໃຊ້ໄດ້ທັງໝົດ 153,74 ລ້ານກິໂລວັດໂມງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 8,85% ມູນຄ່າ 99,45 ຕື້ກີບ, ລາຄາຂາຍສະເລ່ຍ 646,88 ກີບຕໍ່ກິໂລວັດໂມງ.

ປັດຈຸບັນໄຊຍະບູລີ ມີສະຖານີໄຟຟ້າ 115 – 34, 5 – 22 ກິໂລໂວນ 4 ແຫ່ງ. ໃນນັ້ນ, ໂຄງການໄຟຟ້າພະລັງງານນໍ້າຂອງໄຊຍະບູລີ ຄຸ້ມຄອງ 1 ແຫ່ງ, ມີລະບົບສາຍສົ່ງຂະໜາດ 115 ກິໂລໂວນ ຍາວ 281,2 ກິໂລແມັດ, ແຮງກາງ 34,5 ກິໂລໂວນ ຍາວ 74,6 ກິໂລແມັດ, ແຮງກາງ 22 ກິໂລໂວນ ຍາວ 2.155,04 ກິໂລແມັດ, ທຽບໃສ່ໄລຍະດຽວກັັນຂອງປີຜ່ານມາເພີ່ມຂຶ້ນ 36,3 ກິໂລແມັດ; ຕາຂ່າຍ     ແຮງຕໍ່າ 0,4 ກິໂລໂວນ ຍາວ 1.123,70 ກິໂລແມັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 6,58 ກິໂລແມັດ, ມີໝໍ້ແບ່ງ 1.618 ໜ່ວຍ, ມີກໍາລັງຕິດຕັ້ງທັງໝົດ 190.305 ກິໂລໂວນອໍາແປ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 65 ໜ່ວຍ ແລະ ມີກໍາລັງຕິດຕັ້ງເພີ່ມຂຶ້ນ 11.130 ກິໂລໂວນອໍາແປ, ມີໝໍ້ນັບໄຟທັງໝົດ 88.421 ໜ່ວຍ.

ຂ່າວ: ບຸນທີ