ສະຫາຍ ນາງ ອຸ່ນຫຼ້າ ອ້ຽງລໍລາດ ເປັນເລຂາໜ່ວຍພັກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດໃໝ່

130

ອາທິດຜ່ານມາ ສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະພາປະຊາຊົນ ແຂວງຫຼວງນ້ຳທາ ໂດຍມີ ສະຫາຍ ໄຊພອນ ຄູນສີລິເຮືອງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຫຼວງນ້ຳທາ, ມີຮອງເລຂາໜ່ວຍພັກ, 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.

ສະຫາຍ ກົງເພັດ ແກ້ວບົວພາ ຮອງເລຂາໜ່ວຍພັກສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານພັກໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ   IX – X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI – VII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກສະພາປະຊາຊົນ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ເອກະສານອື່ນໆຢ່າງເປັນປົກກະຕິ ເຮັດໃຫ້ສະມາຊິກພັກ – ພະນັກງານມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ຄະນະໜ່ວຍພັກປະກອບມີ 3 ສະຫາຍ ຍິງ 1 ສະຫາຍ, ມີສະມາຊິກພັກ ທັງໝົດ 43 ສະຫາຍ ຍິງ 11 ສະຫາຍ, ສະມາຊິກພັກສຳຮອງ 6 ສະຫາຍ ຍິງ 2 ສະຫາຍ, ສະມາຊິກພັກ ກວມເອົາ 70,8% ຂອງຈຳນວນພະນັກງານລັດຖະກອນພາຍໃນສະພາປະຊາຊົນແຂວງຫຼວງນ້ຳທາ ທັງໝົດ 48 ສະຫາຍ, ທິດທາງແຜນການໃນຕໍ່ໜ້າຈະສ້າງສະມາຊິກພັກແຂງ ໃຫ້ໄດ້ 95% ຂຶ້ນໄປຂອງຈຳນວນສະມາຊິກພັກພາຍໃນໜ່ວຍ, ສ້າງເປົ້າໝາຍຂະຫຍາຍເຂົ້າພັກ ໃຫ້ໄດ້ 7 – 9 ສະຫາຍ, ຮຽນສະໜັບສະໜູນ ໃຫ້ໄດ້ 7 – 9 ສະຫາຍ, ຮຽນກົດລະບຽບໃຫ້ໄດ້  7 – 9 ສະຫາຍ, ຮັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າພັກສຳຮອງໃຫ້ໄດ້ 7 – 9 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ ໃຫ້ໄດ້ 15 ສະຫາຍ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ປ່ອນເອົາ 3 ສະຫາຍ ກອງປະຊຸມໄດ້ເປັນເອກະພາບເລືອກເອົາ ສະຫາຍ ນາງ ອຸ່ນຫຼ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເປັນເລຂາໜ່ວຍພັກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດໃໝ່, ພ້ອມດ້ວຍຄະນະ 2 ສະຫາຍ ເພື່ອຊີ້ນໍາໆພາວຽກງານພັກໃນຕໍ່ໜ້າ.

ຂ່າວ: ກິ່ນນາລົມ