“ໜ້ອຍຫຼາຍບໍ່ກ່ຽວ ຂໍພຽງແຕ່ໄດ້ຊ່ວຍ ນັ້ນຄືດີທີ່ສຸດແລ້ວ” ໂຈ້ໂຈ້ ມິຣາໂຄ ສົມທົບທຶນຊ່ວຍ ກູ້ໄພ 1623

150

ເນື່ອງຈາກກ່ອນໜ້ານີ້ ໜຸ່ມຫຼໍ່ ເພັດຕະກຸນ ບຸນນະຜົນ ອາສາກູ້ໄພ 1623 (A-276 Rescue1623 ຈຸດຫນອງໄຮ), ທັງເປັນຄົນດັງ, ນັກສະແດງທີ່ໃຜກໍຮູ້ຈັກດີ ໄດ້ໂພສຜ່ານເຟດບຸກຂອງຕົນເພື່ອຂໍຄວາມຊ່ວຍເຫຼືອວ່າ

ໃນປັດຈຸບັນສັງຄົມລາວຍັງຫນ້າເປັນຫ່ວງ ຂອງພະຍາດ Covid-19 ທີ່ກຳລັງລະບາດ ແລະ ແຜ່ລາມເປັນວົງກວ້າງ, ເຊິ່ງເຫດການດັ່ງກ່າວໄດ້ເຮັດໃຫ້ການເຮັດວຽກຂອງໜ່ວຍກູ້ໄພ 1623( ຈຸດຫນອງໄຮ) ແມ່ນມີຄວາມຫຍຸ້ງຍາກ ແລະ ອ້າຍນ້ອງອາສາມີຄວາມສ່ຽງໃນການຕິດເຊື້ອພະຍາດໄດ້ສູງ ເພາະຂາດ ເຄື່ອງມືໃນການປ້ອງກັນພະຍາດທີ່ກຳລັງລະບາດ.

ໃນຕອນນີ້ ແມ່ນຂາດຫລາຍອຸປະກອນທີ່ສຳຄັນໃນການອອກຮັບຄົນເຈັບ ແລະ ເຄື່ອງມືປະຖົມປະຍາບານ ເຊັ່ນ ຖົງມື , ຜ້າປິດດັງ , ເຫຼົ້າ 90 , ຊຸດປ້ອງກັນCOVID-19 , ນ້ຳມັນລົດ ແລະ ເຄື່ອງຈັກສິດຂ້າພະຍາດ( ສີດຟຣີ)

ດັ່ງນັ້ນ, ເພັດຕະກຸນ ບຸນນະຜົນ ຈິ່ງຕາງໜ້າໃຫ້ທາງໜ່ວຍກູ້ໄພ1623 (ຈຸດຫນອງໄຮ) ຂໍເປັນກະບອກສຽງ ໃນການລະດົມທຶນຈາກພໍ່ແມ່ປະຊາຊົນ ແລະ ຫມູ່ເພື່ອນ ອ້າຍເອື້ອຍນ້ອງ ເພື່ອຊື້ອຸປະການຮັບໃຊ້ສັງຄົມ ທີ່ຂາດຫາຍໃນການປ້ອງກັນພະຍາດCOVID-19 ທີ່ກຳລັງລະບາດແຮງໃນຕອນນີ້.

ພາຍຫຼັງຮູ້ຂ່າວ ໜຸ່ມ ໂຈ້ໂຈ້ ມີຣາໂຄ ນັກທຸລະກິດ, ນັກເວົ້າສ້າງແຮງບັນດານໃຈ ຫຼື ນັກຮ້ອງ, ຜູ້ກຳກັບທີ່ຫຼາຍໆຄົນຮູ້ຈັກດີໃນວົງການບັນເທີງ ກໍໄດ້ສົມທົບທຶນຊ່ວຍຕັ້ງ 1.000.000 ກີບ ໂດຍໂພສວ່າ: ຫນ້ອຍຫຼາຍບໍ່ກ່ຽວ ຂໍພຽງແຕ່ໄດ້ຊ່ວຍ ນັ້ນຄືດີທີ່ສຸດແລ້ວ …

ບໍລິຈາກໃຫ້ທາງໜ່ວຍກູ້ໄພ 1623 ເພື່ອຊ່ວຍຊື້ເຄື່ອງມືປະຖົມພະຍາບານເຊັ່ນ: ຖົງມື , ຜ້າປິດດັງ , ເຫຼົ້າ 90 , ຊຸດປ້ອງກັນCOVID-19 , ນໍ້າມັນລົດ ແລະ ເຄື່ອງຈັກສິດຂ້າພະຍາດ( ສີດຟີຮ) …

ໃຜມີໃຈສັດທາຢາກບໍລິຈາກເພີ່ມ ສາມາດຕິດຕໍ່ໄປຫາທາງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຊ່ວຍກັນຄົນລະຫນ້ອຍ ເພື່ອຄົນລາວທຸກຄົນ …

ແລະ ສຳລັບໃຜທີ່ຕ້ອງການລະດົມທຶນສາມາດໂທປະສານກັບເບີໂທ 020 91126030 ຫຼື 020 5639997 ໄດ້ຕະຫລອດ 24 ຊົ່ວໂມງ ຫຼື ສາມາດລະດົມເປັນເງິນເພື່ອຊື້ອຸປະກອນໂດຍຜ່ານ ຈຸດປະຈຳການ (ໜອງໄຮ) ໄດ້ ຫຼື ຕິດຕໍ່ຫາໂດຍກົງໄດ້, ການບໍລິຈາກຂອງທ່ານທາງທາງໜ່ວຍກູ້ໄພສາມາດຮັບເອງໄດ້.