5 ປີຜ່ານມາ ເສດຖະກິດຂອງເມືອງເຊບັ້ງໄຟ ຂະຫຍາຍຕົວສະເລ່ຍ 7,10% ຕໍ່ປີ

77

5 ປີຜ່ານມາ ເສດຖະກິດຂອງເມືອງເຊບັ້ງໄຟ ແຂວງຄຳມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 7,10% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 321 ຕື້ ກວ່າກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 1.239 ໂດລາສະຫະລັດຕໍ່ປີ.

ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງ ໃນລະ ຫວ່າງວັນທີ 26 – 27 ມີນາຜ່ານມາວ່າ: 5 ປີຜ່ານມາເສດຖະກິດຂອງເມືອງເຊບັ້ງໄຟ ແຂວງຄຳມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 7,10% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 321 ຕື້ ກວ່າກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 1.239 ໂດລາສະຫະລັດຕໍ່ປີ, ການລົງທຶນຂອງລັດປະຕິບັດໄດ້ 10,1% ການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ 45,5%, ຜົນຜະລິດເຂົ້າສະເລ່ຍໃສ່ຫົວຄົນ 1.453 ກິໂລເຂົ້າເປືອກຕໍ່ຄົນຕໍ່ປີ, ສາມາດກຸ້ມກິນ ແລະ ຂາຍເປັນສິນຄ້າ, ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງຍັງເຫຼືອ 12 ຄອບຄົວ ເທົ່າກັບ 0,18% ແລະ ສ້າງບ້ານພັດທະນາ ກວມ 75,5%.

ສະເພາະທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ 2020 – 2024 ແມ່ນຈະສືບຕໍ່ປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ສ້າງ ຄວາມສາມັກຄີເປັນປຶກແຜ່ນ, ສູ້ຊົນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ສະເລ່ຍລາຍຮັບໃຫ້ໄດ້ 1.585 ໂດລາສະຫະລັດຕໍ່ຄົນຕໍ່ປີ, ເມື່ອຮອດປີ 2024 ຈະປະກາດເມືອງເຊບັ້ງໄຟເປັນເມືອງຈົບຊັ້ນມັດທະຍົມຕອນປາຍບໍາລຸງ, ການບໍລິການສາທາລະນະສຸກໃຫ້ມີຄຸນນະພາບ, ວັດທະນະທໍາຂອງຊາດຂອງທ້ອງຖິ່ນໄດ້ຮັບການເສີມຂະຫຍາຍ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ຂ່າວ: ມະນີວັນ