ສິ່ງທີ່ຕ້ອງຮູ້ກ່ຽວກັບພະຍາດ ໂຄວິດ – 19 ຕໍ່ແຮງງານເຄື່ອນຍ້າຍ

96

ອາການຂອງພະຍາດ ໂຄວິດ – 19 ເຊິ່ງ 80% ຂອງຜູ້ຕິດເຊື້ອເບື້ອງຕົ້ນມີອາການບໍ່ຮຸນແຮງ, ແຕ່ໃນບາງກໍລະນີມີອາການຮຸນແຮງອາດເຮັດໃຫ້ຫາຍໃຈຍາກ ອາການດັ່ງກ່າວອາດເກີດຂຶ້ນພາຍໃນ 14 ມື້ ພາຍຫຼັງໄດ້ສໍາຜັດກັບເຊື້ອພະຍາດ.

1 ຂໍ້ທີ່ຄວນປະຕິບັດ:

1.1  ໝັ່ນລ້າງມືດ້ວຍສະບູ ແລະ ນໍ້າສະອາດ ຫຼື ເຈລລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ໂດຍຖູມືໃຫ້ສະອາດຢ່າງໜ້ອຍສຸດ 20 ວິນາທີ.

1.2  ຫຼີກລຽງການສໍາຜັດໃກ້ຊິດກັບຜູ້ທີ່ເປັນໄຂ້, ໄອ ຫຼື ຫາຍໃຈຍາກ ແລະ ຫຼີກລຽງການໄປບ່ອນທີ່ມີຄົນແອອັດຫຼາຍ.

1.3  ໃນເວລາໄອ ແລະ ຈາມໃຫ້ອັດປາກ ແລະ ດັງ ໂດຍການພັບຂໍ້ສອກ ຫຼື ເຈ້ຍອະນາໄມ ພ້ອມທັງຖິ້ມເຈ້ຍທີ່ໃຊ້ແລ້ວໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ.

1.4  ຫຼີກລຽງການສໍາຜັດໃກ້ຊິດກັບສັດທີ່ປ່ວຍ ຫຼື ສັດຈອນຈັດ ໂດຍສະເພາະຢູ່ຕະຫຼາດສົດ ແລະ ໝັ່ນລ້າງມືຫຼັງຈາກສໍາຜັດກັບສັດທຸກຄັ້ງ.

ການເດີນທາງເຂົ້າມາ ສປປ ລາວ ບໍ່ວ່າຈະເປັນການເດີນທາງສ່ວນຕົວ ຫຼື ດ້ວຍລະບົບໂດຍສານຕ່າງໆຕ້ອງຕິດຕາມແຈ້ງການເປີດ ຫຼື ປິດໃຫ້ບໍລິການດ່ານສາກົນລະຫວ່າງ ລາວ – ໄທ ຢ່າງໃກ້ຊິດເປັນແຕ່ລະໄລຍະ, ທຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຕ້ອງປະຕິບັດມາດຕະການກັກກັນບໍລິເວນຢູ່ສະຖານທີ່ພັກເຊົາ ເປັນເວລາ 14 ມື້ ເຊິ່ງອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກ ແມ່ນຫຼີກລຽງການຕິດຕໍ່ພົວພັນກັບບຸກຄົນອື່ນ ແລະ ຮັກສາໄລຍະຫ່າງຈາກບຸກຄົນອື່ນຢ່າງໜ້ອຍ 1 ແມັດ.

14 ມື້ ເພື່ອຄວາມປອດໄພສໍາລັບຄອບຄົວຂອງທ່ານ, ຈົ່ງຮັກສາຄອບຄົວ ແລະ ຊຸມຊົນຂອງທ່ານໃຫ້ປອດໄພຈາກພະຍາດ ໂຄວິດ – 19 ໂດຍຊອກຫາສະຖານທີ່ເພື່ອກັກບໍລິເວນຕົນເອງ, ການກັກບໍລິເວນແມ່ນທ່ານຕ້ອງຢູ່ໃນເຮືອນ ຫຼື ສະຖານທີ່ພັກເຊົາທີ່ໄດ້ຈັດສັນໄວ້ ແລະ ຫ້າມອອກໄປນອກສະຖານທີ່ເປັນເວລາ 14 ມື້, ການປະຕິບັດຕົນເອງຢ່າງເຄັ່ງຄັດສາມາດເຮັດໃຫ້ທ່ານເອງ, ຄອບຄົວຂອງທ່ານ ແລະ ບຸກຄົນອື່ນປອດໄພໄດ້ ແລະ ຫຼັງຈາກທີ່ກັບມາແຕ່ປະເທດໄທ ທ່ານຕ້ອງກັກບໍລິເວນຕົນເອງຢູ່ໃນບ່ອນພັກເຊົາທີ່ຈັດສັນໄວ້ໂດຍລັດຖະບານ.

ຖ້າທ່ານຕ້ອງກັກບໍລິເວນຢູ່ພາຍໃນເຮືອນໃຫ້ຢູ່ແຕ່ໃນຫ້ອງ ຫຼື ເຂດທີ່ກໍານົດໄວ້ສະເພາະຖ້າບໍ່ມີຫ້ອງແຍກ ໂດຍຂໍໃຫ້ຄົນໃນເຮືອນຈັດຫາອາຫານ ແລະ ນໍ້າດື່ມໃຫ້ທ່ານ, ອອກຈາກຫ້ອງເມື່ອຕ້ອງການເຂົ້າຫ້ອງນໍ້າ ຫຼື ລ້າງມືເທົ່ານັ້ນ ແລະ ໃສ່ຜ້າອັດປາກທຸກຄັ້ງທີ່ຕ້ອງອອກຈາກຫ້ອງ.

ນອກຈາກນີ້, ຄວນວັດແທກອຸນຫະພູມທຸກມື້ເຊົ້າ – ແລງ ຖ້າອຸນຫະພູມເທົ່າກັບ ຫຼື ຫຼາຍກວ່າ 37,5 ອົງສາເຊ ໃຫ້ໂທຫາສາຍດ່ວນ 166 ແລະ ພາຍຫຼັງຕິດຕາມອາການ 14 ມື້ ຖ້າບໍ່ມີອາການຜິດປົກກະຕິຫຍັງກໍສາມາດອອກໄປໃຊ້ຊີວິດຕາມປົກກະຕິໄດ້.

2  ວິທີການນໍາໃຊ້, ສວມໃສ່ ແລະ ການຖິ້ມຜ້າອັດປາກຫຼັງຈາກໃຊ້ແລ້ວ:

2.1  ກ່ອນໃສ່ຜ້າອັດປາກຕ້ອງຖູມືໃຫ້ສະອາດຢ່າງໜ້ອຍເປັນເວລາ 20 ວິນາທີ.

2.2 ໃສ່ຜ້າອັດປາກໂດຍບໍ່ໃຫ້ມີຊ່ອງວ່າງລະຫວ່າງຜ້າອັດປາກ ແລະ ໃບໜ້າຂອງທ່ານ.

2.3 ຫຼີກລຽງການຈັບ ຫຼື ສໍາຜັດຜ້າອັດປາກໃນຂະນະທີ່ສວມໃສ່.

2.4 ປ່ຽນຜ້າອັດປາກທັນທີຖ້າຜ້າເລີ່ມປຽກຊຸ່ມ ແລະ ຫ້າມນໍາກັບມາໃຊ້ຄືນ.

2.5 ໃນການຖອດຜ້າອັດປາກແມ່ນຖອດອອກຈາກທາງດ້ານໃນ ( ຫ້າມຈັບດ້ານໜ້າຂອງຜ້າອັດປາກ ) ແລະ ຖິ້ມລົງຖັງຂີ້ ເຫຍື້ອທັນທີ, ຖ້າທ່ານມີອາການປ່ວຍໃຫ້ໃສ່ດ້ານທີ່ມີສີເຂັ້ມເຂົ້າດ້ານໃນ ແລະ ຖ້າທ່ານເປັນຜູ້ເບິ່ງແຍງຄົນທີ່ມີອາການປ່ວຍ ( ບໍ່ໄຂ້ ) ໃຫ້ໃສ່ດ້ານທີ່ມີສີເຂັ້ມອອກດ້ານນອກ, ຖ້າມີອາການສົງໄສ ຫຼື ຢາກຮູ້ຂໍ້ມູນອື່ນໆສາມາດໂທສອບຖາມສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ.

ຂໍ້ມູນຈາກ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ຮຽບຮຽງ: ນຸ້ມນິ້ມ, ຮູບ: ສຸກສະຫວັນ