ທາດເກົ່າແກ່ ທີ່ຍັງສ້າງບໍ່ແລ້ວມາແຕ່ອະດີດຈົນຮອດປັດຈຸບັນ ທາດພູກຽວ ຫຼວງພະບາງ

145

ຕາມການເລົ່າສືບກັນມາວ່າ ທາດພູກຽວ ຫຼວງພະບາງ ສ້າງຂຶ້ນພ້ອມກັບພະທາດພູສີ ຫຼວງພະບາງ ໂດຍມີການແຂ່ງຂັນກັນສ້າງ ຖ້າບ່ອນໃດສ້າງແລ້ວກ່ອນ ຈະໄດ້ເປັນບ້ານເປັນເມືອງກ່ອນ ແຕ່ວ່າການສ້າງພະທາດພູສີສ້າງແລ້ວກ່ອນ ຈຶ່ງເຮັດໃຫ້ທາດພູກຽວ ບໍ່ໄດ້ຮັບການສ້າງຕໍ່ນັບແຕ່ນັ້ນມາເລີຍ

ທາດພູກຽວ ໄດ້ຮັບການບູຣະນະປະຕິສັງຂອນຂຶ້ນອີກໃຫມ່ ໃນສະໄໝເຈົ້າສຸກະເສີມ ( ຂຶ້ນຄອງຣາຊ ເມື່ອປີ ຄສ 1838 – ສຸຣະຄົດ ເມື່ອເດືອນ 10 ແຮມ 10 ຄ່ຳ ປີຈໍ ຄສ 1850 ລວມພຣະຊົນໄດ້ 53 ປີ ) ການປະຕິສັງຂອນສ້າງສາໃນຄັ້ງນັ້ນກໍ່ບໍ່ແລ້ວ ດັ່ງເຊັ່ນອະດິດຜ່ານມາ ແລະ ທາດພູກຽວແຫ່ງນີ້ ກໍ່ໄດ້ເປັນສະຖານທີແຫ່ງຫນຶ່ງຂອງການສັ່ງເສຍວ່າ ຖ້າເຈົ້າມະຫາຊີວິດ ສີສະຫວ່າງວັດທະນາຫາກສະຫວັນນະຄົດໄປແລ້ວ ເພິ່ນສັ່ງວ່າ ຂໍໃຫ້ເອົາອັດຖິທາຕຸ (ກະດູກ) ຂອງເພິ່ນ ໄປຝັງໄວ້ເທິງພູກຽວແຫ່ງນີ້.

ທາຕຸພູກຽວຕັ້ງຢູ່ເທິງພູນ້ອຍ ບໍລິເວນຕີນພູກຽວ ແຄມນ້ຳເຊືອງຍັງມີໂງ່ນຫີນທີ່ສາມາດແນມໄດ້ໄດ້ຢ່າງຊັດເຈນຈາກຂົວນ້ຳເຊືອງ ເຊິ່ງຊາວບ້ານເອີ້ນວ່າ “ວັງຜາຕ້ອງ” ສະຖານທີ່ຕັ້ງຂອງທາດພູກຽວ ແມ່ນຕັ້ງຢູ່ເຂດທີ່ນ້ຳເຊືອງໄຫລຜ່ານໄປປ່ອງໃສ່ແມ່ນ້ຳຂອງ.


ພະທາດພູກຽວ ຂຶ້ນກັບບ້ານວຽງສະຫວັນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນທາດທີ່ເກົ່າແກ່

ເມື່ອວັນທີ 16 ກຸມພາ 2020 ນີ້ກໍ່ໄດ້ມີພຣະສົງ ແລະ ອ້າຍຈົວ ພ້ອມພໍ່ແມ່ປະຊາຊົນ ພາກັນຂຶ້ນໄປເຮັດບຸນທອດຜ້າປ່າ ທີ່ພະທາກພູກຽວ ດ້ວຍແຮງສັດທາຂອງຊາວພຸດທັງຫລາຍທີ່ມີຕໍ່ສະຖານທີແຫ່ງນີ້ ໂດຍຊາວບ້ານກໍຢາກໃຫ້ມີການບູລະນະຟື້ນຟູປົວແປງ ກໍ່ສ້າງໃຫ້ສົມດັ່ງປະນິທານຂອງບັນພະບູລຸດທີຕັ້ງໃຈຢາກສ້າງໃຫ້ເປັນບ່ອນສັກກະລະບູຊາ ເປັນສູນລວມຈິດໃຈໃນການເຮັດດີທຳດີຕໍ່ໄປ.

ຂອບໃຈຮູບພາບຈາກ : Soudalin Yavady