ສປ ຈີນ ມອບອຸປະກອນການແພດຊ່ວຍເຫຼືອລາວມູນຄ່າ5 ແສນກວ່າໂດລາ

120

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ແຜ່ໄປຢ່າງກວ້າງຂວາງໃນທົ່ວໂລກ ແລະບ້ານເຮົາກໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນເປັນລາຍທີ9 ແລ້ວ, ຕໍ່ໜ້າສະຖານະການຄືດັ່ງກ່າວ ສປ ຈີນ ທີ່ເປັນປະເທດເພື່ອມິດຍຸດສາດ ແລະຮ່ວມຊາຕາກຳດຽວກັນ ຈິ່ງໄດ້ນຳເຄື່ອງຊ່ວຍເຫຼືອປະເພດອຸປະກອນການແພດມາມອບໃຫ້ແກ່ ສປປ ລາວ ລວມມູນຄ່າ 5 ແສນກວ່າໂດລາສະຫະລັດ; ໃນນັ້ນ ຈາກລັດຖະບານຈີນຈໍານວນ 452.450 ໂດລາສະຫະລັດ ແລະ ຈາກມູນນິທິ ແຈັກມາ 129.011 ໂດລາສະຫະລັດ.

ໃນວັນທີ 30 ມີນາ 2020 ທີ່ ສາງພະລາທິການການແພດ ເຂດດົງໂພສີ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ສປຈີນ ໃຫ້ແກ່ ສປປ ລາວ ໂດຍຕາງໜ້າຮັບຝ່າຍລາວແມ່ນ ທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຕາງໜ້າມອບຈາກຝ່າຍ ສປ ຈີນ ໂດຍທ່ານ ວາງຊີຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈໍາລາວ, ມີບັນດາຕາງໜ້າຈາກກະຊວງ, ພະແນກການກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ສະເພາະຂອງລັດຖະບານຈີນປະກອບມີ ໜ້າກາກອະນາໄມທົ່ວໄປ ຈໍານວນ 400.000 ອັນ ມູນຄ່າ 196.000ໂດລາສະຫະລັດ; ໜ້າກາກອະນາໄມ N95 ຈໍານວນ 5.000ອັນ ມູນຄ່າ 147.500ໂດລາສະຫະລັດ; ເສື່ອຊຸດປ້ອງກັນຕົນເອງ ຈໍານວນ 5.000 ອັນ ມູນຄ່າ 108.950 ໂດລາສະຫະລັດ. ສ່ວນເຄື່ອງຊ່ວຍເຫຼືອຈາກມູນນິທິແຈັກມາ ມີນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 20.064 ຊຸດ ມູນຄ່າ 129.011 ໂດລາສະຫະລັດ.

ຕໍ່ກັບເຄື່ອງຊ່ວຍເຫຼືອທັງໝົດນີ້ ທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ຈະນຳໄປມອບໃຫ້ບັນດາພາກສ່ວນຕ່າງໆຕາມຄວາມເໝາະສົມ.