ດື່ມ​ນ້ຳ​ແນວ​ໃດ​ໃຫ້​ປອດ​ໄພ​ໃນ​ຍາມ​ຮ້ອນ

206

​ນ້ຳ​ຄືສານ​ອາຫານ​ທີ່​ສຳຄັນ​ທີ່ສຸດ​ຂອງ​ຮ່າງກາຍ​ ເພາະວ່າ 4/5 ຂອງ​ນ້ຳ​ໜັກໂຕ​ແມ່ນ​ນ້ຳ. ຄົນ​ເຮົາ​ສາມາດ​ຢູ່ໄດ້​ຫຼາຍ​ອາທິດ​ຖ້າ​ຂາດ​ອາຫານ ​ແຕ່​ຖ້າ​ຂາດ​ນ້ຳ​ຈະ​ຢູ່​ໄດ້​ແຕ່ 3-4 ມື້​ເທົ່າ​ນັ້ນ. ​ໂດຍນ້ຳ​ເປັນ​ໂຕ​ລະລາຍອາຫານ​ທີ່​ຜ່ານ​ຂະ​ບວນການ​ຍ່ອຍ​ໃນ​ກະ​ເພາະ ​​ເຊິ່ງ​ຍັງບໍ່​ທັນ​ໄດ້​ມີ​ປະລິມານ​ທີ່​​ໃຫ້​ດື່ມ​​ແບບ​ສະ​ເພາະ​ເຈາະ​ຈົງ​ໃນ​ແຕ່​ລະ​ມື້ ​ເພາະ​ການ​ສູນ​ເສຍ​ນ້ຳຂອງ​ແຕ່​ລະຄົນ​ແມ່ນ​ມີ​ປະລິມານ​ທີ່​ແຕກ​ຕ່າງ​ກັນ ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ​ການ​ດື່ມ​ນ້ຳ​ປະມານ 8 ຈອກ​ຕໍ່​ມື້​ຖື​ວ່າ​ເປັນ​ສິ່ງ​ທີ່​ດີ​ຕໍ່​ສຸຂະພາບ.

ເນື່ອງ​ຈາກ​ວ່າຍາມ​ຮ້ອນຈະ​ມີ​ການ​ສູນ​ເສຍ​ເຫື່ອ​ຫຼາຍ ຄວນ​ຫຼີກ​ລ້ຽງ​ການ​ດື່ມ​ນ້ຳຫວານ ​ເພາະ​ຈະ​ຍິງ​ເຮັດ​ໃຫ້​ຫິວ​ນ້ຳ​ຫຼາຍ​ຂຶ້ນ ​ອາດ​ຈະ​ດື່ມ​ເປັນ​ນ້ຳໝາກ​ໄມ້ ຫຼື ນ້ຳ​ສະໝຸ​ນ​ໄພ​ທີ່​ບໍ່​ມີ​ລົດ​ຫວານ​ຫຼາຍ​ແທນ ​ແລະ ບໍ່​ຄວນ​ກິນ​ນ້ຳກ້ອນ ຫຼື ດື່ມ​ນ້ຳ​ທີ່​ເຢັນໆ. ​ໃນ​ສະພາບ​​ອາກາດ​ຮ້ອນ​ຕ້ອງ​ຫາ​ທາງ​ຊ່ວຍ​ດັບ​ຮ້ອນ ​ເພື່ອ​ປ້ອງ​ກັນ​ຄວາມ​ຮ້ອນ​ທີ່​ກະທົບ​​ໃສ່ຮ່າງກາຍ ​​ແທນ​ທີ່​ຈະ​ຫາ​ວິທີ​ເອົາ​ຄວາມ​ເຢັນ​ມາ​​ໃສ່​ແທນ ​ເຊິ່ງອາດ​ຈະ​ເປັນ​ອັນຕະລາຍ​ໄດ້.

ດັ່ງ​ນັ້ນ, ໃນ​ຍາມ​ຮ້ອນ​ຄວນ​ດື່ມ​ນ້ຳ​ໃຫ້​ຫຼາຍໆ ຍົກ​ເວັ້ນຜູ່​ປ່ວຍ​ທີ່​ເປັນ​ພະຍາດ​ໄຕ ​ແລະ ພະຍາດຫົວ​ໃຈ​ບາງ​ຊະນິດ ​ເພາະ​ຜູ້​ທີ່​ເປັນ​ພະຍາດ​ໄຕ​​ເມື່ອ​ດື່ມ​ນ້ຳ​ຮອດ​ລະດັບ​ໜຶ່ງ​ຈະ​ບໍ່​ສາມາດ​ຖ່າຍ​ເບົາ​ໄດ້ ຫຼື ຖ່າຍ​ເບົາ​ໄດ້​​ແຕ່​ໜ້ອຍ​ດຽວ, ຖ້າວ່າ​ດື່ມ​ນ້ຳ​​ເຂົ້າ​ໄປຫຼາຍກໍ່​ຈະ​ກາຍ​ເປັນ​ນ້ຳ​ຄັ່ງ ​ແລະ ຖ້ວມ​ປອດ​ໄດ້. ສ່ວນ​ພະຍາດຫົວ​ໃຈ ຫຼື ກ້າມ​ຊີ້ນ​ຫົວ​ໃນ​ອ່ອນ​ແຮງ ຖ້າ​ດື່ມ​ຫຼາຍກໍ່ຈະ​ເຮັດ​ໃຫ້​ປະລິມານ​ເລືອດ​ໃນ​ຮ່າງກາຍ​ຫຼາຍ ​ແລະ ​ເຮັດ​ໃຫ້​ຫົວ​ໃຈ​ຕ້ອງ​ສູບ​ສີດ​ຫຼາຍ​ຂຶ້ນ ກໍ່​ຈະ​ຍິ່ງ​ເຮັດ​ໃຫ້​ຫົວ​ໃຈ​ເຮັດ​ວຽກ​ຫຼາຍ​ຂຶ້ນ ​ແລະ ອ່ອນ​ເພຍ​ກວ່າ​ເກົ່າ.

ການ​ດື່ມ​ນ້ຳ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ໃນ​ຍາມ​ຮ້ອນ​ແມ່ນ ດື່ມ​ໃນ​ປະລິມານ 1,5-2 ລິດ. ​ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ບໍ່​ວ່າ​ຈະ​ເປັນ​ຍາມ​ຮ້ອນ ຫຼື ຍາມໜາວ ​ທັງ​ໝົດກໍ່​ແຝງ​ໄປ​ດ້ວຍ​ພະຍາດ​ຕ່າງຢ່າງ. ດັ່ງ​ນັ້ນ, ຈຶ່ງຕ້ອງ​ກຽມ​ຮ່າງກາຍ​ໃຫ້​ພ້ອມ​ເພື່ອ​ຮັບ​ມື​ກັບ​​ເຊື້ອ​ພະຍາດຕ່າງໆ​ທີ່​ຈະ​ເຂົ້າ​ມາຢູ່​ຕະຫຼອດ​ເວລາ ດ້ວຍ​ການ​ຮັກສາ​ສຸຂະ​ພາບ​ໃຫ້​ແຂງ​ແຮງ​ຢູ່​ສະ​ເໝີ ກໍ່​ຄື​ການ​ອອກກຳລັງ​ກາຍ, ກິນ​ອາ​ຫານ​ທີ່​ມີ​ປະ​ໂຫຍ​ດ ​ແລະ ປຸງ​ແຕ່ງ​ໃຫ້​ສຸກ, ໝັ່ນ​ລ້າງ​ມື​ເປັນ​ປະຈຳ ​ແລະ ທີ່​ສຳຄັນ​ຄວນ​ເຮັດ​ຈິດ​ໃຈ​ໃຫ້​ຜ່ອນຄາຍ, ບໍ່​ຄຽດ ​ເພາະວ່າ​ຖ້າ​ໃຈ​ພ້ອມ​ກາຍ​ກໍ່​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ສະພາບ​ອາກາດ​ທີ່​ຮ້ອນ​ອົບ​ເອົ້າ​ໄດ້​ສະ​ເໜີ.

ຮຽບຮຽງ​ຈາກ: posttoday